ຂໍຂອບໃຈນຳຜູ້ສະໜັບສະໜູນ

ຄະນະນັກກິລາຍິງປືນກອງທັບປະຊາຊົນລາວ ປະສົບຜົນສຳເລັດໃນການແຂ່ງຂັນຍິງປືນກອງທັບບົກອາຊຽນອາຊຽນ ຄັ້ງທີ 29 ເມືອງບັນດຸງ, ປະເທດອິນໂດເນເຊຍ, ວັນທີ 14-26 ພະຈິກ 2019 ໂດຍສາມາດຍາດໄດ້ 07 ຫລຽນຄຳ 06 ຫລຽນເງິນ 10 ຫລຽນທອງ. ໃນນັ້ນຈໍານວນ 07 ຫລຽນຄຳ ໄດ້ຈາກ:ປືນສັ້ນຍິງ 02 ຫລຽນ,
ປືນເຫລັກຍາວ 01 ຫລຽນ, ປືນເຫລັກສັ້ນ 01 ຫລຽນ,ປືນຈັກ 02 ຫລຽນ, ຈຳນວນ 06 ຫລຽນເງິນ ໄດ້ຈາກ:ປືນສັ້ນຍິງ 02 ຫລຽນ, ປືນສັ້ນຊາຍ 01 ຫລຽນ, ປືນເຫລັກຍາວ 01 ຫລຽນ, ປືນເຫລັກສັ້ນ 02 ຫລຽນ
ແລະ ຈຳນວນ 10 ຫລຽນທອງ ໄດ້ຈາກ:ປືນສັ້ນຍິງ 02 ຫລຽນ, ປືນສັ້ນຊາຍ 01 ຫລຽນ, ປືນເຫລັກຍາວ 02 ຫລຽນ, ປືນເຫລັກສັ້ນ 01 ຫລຽນ, ປືນຈັກ 04 ຫລຽນ


ນອກຈາກນີ້, ຍັງໄດ້ຮັບ 01 ຂັນຊະນະເລີດເປັນທີ່ລະນຶກຈາກຜົນງານດັ່ງກ່າວ ແລະ ຖືວ່າຜົນງານດີກວ່າປີຜ່ານມາແຂ່ງຂັນຢູ່ປະເທດມາເລເຊຍ ໄດ້ພຽງ 01 ຫລຽນທອງ;

ການແຂ່ງຂັນຈັດຂຶ້ນທຸກປີ ແລະ ປີຕໍ່ໄປ 2020 ຄັ້ງທີ 30 ປະເທດບຣູໄນ ຈະເປັນເຈົ້າພາບ, ທັງນີ້ການແຂ່ງຂັນຈັດຂຶ້ນແມ່ນແນ່ໃສ່ເສີມຂະຫຍາຍສາຍພົວພັນ ການຮ່ວມມືທາງດ້ານການທະຫານຂົງເຂດອາຊີຕາເວັນອອກສ່ຽງໃຕ້ໃຫ້ນັບມື້ໜັກແໜ້ນເຂັ້ມແຂງຂຶ້ນໄປຢ່າງບໍ່ຢຸດຢັ້ງ;

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສະຫຼຸບລວມການຈັດລຳດັບໃນປີ 2019:
1. ອັນດັບທີ 01 ເປັນຂອງກອງທັບໄທ,
2. ອັນດັບທີ 02 ເປັນຂອງກອງທັບອິນໂດເນເຊຍ (ເຈົ້າພາບ),
3. ອັນດັບທີ 03 ເປັນຂອງກອງທັບຫວຽດນາມ.

ທີ່ມາ: Sourioudong Sundara

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້