ນຳສະເໜີໂຄງການສົ່ງເສີມລະບົບຕ່ອງໂສ້ ການ ຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ

ທີ່ ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ໄດ້ນຳສະເໜີການລິເລີ່ມ ໂຄງການຈັດຕັ້ງປະຕິບັດ ສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຫຼື (ຄສກສ) ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄຳມ່ວນ, ມີຄະນະພະແນກກະສິກຳ ແລະ ປ່າໄມ້ແຂວງ, ຄະນະນຳຂັ້ນເມືອງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ 3 ເມືອງຄື:

ເມືອງໜອງບົກ, ເຊບັ້ງໄຟ ແລະ ເມືອງຫີນບູນ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແກ້ວວິໄລ ຂຸນບໍລົມ ຜູ້ປະສານງານໂຄງການຂັ້ນແຂວງ ໄດ້ນຳສະເໜີສະພາບລວມຂອງໂຄງການ ເຊິ່ງໂຄງການ ຄສກສ ແມ່ນໂຄງການທີ່ຟື້ນຟູໂຄງລ່າງດ້ານຊົນລະປະທານຂະໜາດນ້ອຍ ແລະ ທາງຊົນນະບົດ, ຍົກລະດັບສູນຄົ້ນຄວ້າ, ສູນພັດທະນາກະສິກຳ ແລະ ໂຄງລ່າງພື້ນຖານດ້ານການກວດກາຄຸນນະພາບ, ສຸຂະອະນາໄມຂອງພືດ, ການປັບໃຊ້ແນວພັນເຂົ້າ ແລະ ແນວພັນພືດທີ່ທົນທານຕໍ່ສະພາບແວດລ້ອມ, ການສະໜັບສະໜູນດ້ານການເງິນໃຫ້ແກ່ຄອບຄົວຜູ້ຜະລິດຂະໜາດນ້ອຍ.

ໂດຍພື້ນທີ່ເປົ້າໝາຍຂອງໂຄງການປະກອບມີ 6 ແຂວງຄື:

ນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ແຂວງເຊກອງ ໃນໄລຍະການຈັດຕັ້ງປະຕິບັດ ແຕ່ເດືອນຕຸລາ 2018 ຫາ ເດືອນກັນຍາ 2024 ໃນມູນຄ່າທັງໝົດ 46 ລ້ານໂດລາສະຫະລັດ.

ໃນນັ້ນເງິນສະໜັບສະໜູນຊ່ວຍເຫຼືອລ້າຈາກ ADB ຈຳນວນ 40,5 ລ້ານໂດລາ, ເງິນຈາກການປະກອບທຶນສົມທົບສະໜັບສະໜູນທຸລະກິດກະສິກຳ ແລະ ທຶນຈາກລັດຖະບານ ຈຳນວນ 5,8 ລ້ານໂດລາ.

ສະເພາະແຂວງຄຳມ່ວນໃນເບື້ອງຕົ້ນແມ່ນກຳນົດເອົາ 3 ເມືອງຄື:

ເມືອງໜອງບົກ ຈຳນວນ 22 ບ້ານ, ເມືອງຫີນບູນ 15 ບ້ານ ແລະ ເມືອງເຊບັ້ງໄຟ 18 ບ້ານ ເຊິ່ງຈຸດປະສົງຫຼັກຂອງໂຄງການແມ່ນເພື່ອ ສົ່ງເສີມການປັບປຸງຂອດການແຂ່ງຂັນທາງດ້ານການຜະລິດເຂົ້າ, ພືດຜັກເປັນສິນຄ້າ ແນໃສ່ພັດທະນາການຜະລິດຕາມລະບົບຕ່ອງໂສ້ ໃຫ້ມີຄວາມຫຼາກຫຼາຍ ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການ ແລະ ແຜນງານຜະລິດເປັນສິນຄ້າຂອງລັດຖະບານ,

ໃຫ້ຄວາມຊ່ວຍເຫຼືອໃນການສ້າງຄວາມອາດສາມາດກ່ຽວກັບການປຸງແຕ່ງ, ເກັບຮັກສາ, ການກວດກາຄຸນນະພາບຜົນຜະລິດກະສິກຳ, ສົ່ງເສີມການນຳໃຊ້ຊີວະພາບ ແລະ ການຜະລິດກະສິກຳອິນຊີ, ສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ກ່ຽວກັບການຜະລິດກະສິກຳ ທີ່ຕິດພັນກັບສະພາບການປ່ຽນແປງດິນຟ້າອາກາດ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດກະສິກຳທີ່ເປັນມິດກັບສິ່ງແວດລ້ອມ ເພື່ອສົ່ງເສີມການປົກປັກຮັກສາສະພາບແວດລ້ອມ, ເພີ່ມລາຍໄດ້ໃຫ້ແກ່ຊາວກະສິກອນ ແລະ ຜູ້ປະກອບການທາງດ້ານທຸລະກິດກະສິກຳໃຫ້ມີຄວາມຍືນຍົງ.

ເຊິ່ງກອງປະຊຸມດັ່ງກ່າວຍັງໄດ້ປຶກສາຫາລື ແລະ ປະກອບຄຳເຫັນເພື່ອວາງແຜນວຽກງານທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ.

ແຫຼ່ງຂໍ້ມູນ: ມີເດຍລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...