Thursday, May 15, 2025
Kbank Laos โอน รับ จ่าย

ສສຊ ຮັບຮອງເອົາກົດໝາຍວ່າດ້ວຍຄວາມສະເໝີພາບ ຍິງ-ຊາຍ (ສ້າງໃໝ່)

ພາບປະກອບ

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ໂດຍພາຍໃຕ້ການ ເປັນປະທານຂອງ ທ່ານ ສົມພັນ ແພງຄຳມີ ກໍາມະການສູນກາງ ພັກ ຮອງປະທານສະພາແຫ່ງ ຊາດມີບັນດາ ສສຊ ຈາກເຂດ ເລືອກຕັ້ງຕ່າງໆເຂົ້າຮ່ວມ.

ທ່ານ ນາງ ອໍລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ສະເໜີຮ່າງກົດ ໝາຍວ່າດ້ວຍຄວາມສະເໝີພາບ ຍິງ-ຊາຍ(ສ້າງໃໝ່) ເຊິ່ງໂຄງປະ ກອບຂອງຮ່າງກົດໝາຍດັ່ງກ່າວ ປະກອບ ມີ 7 ພາກ, 4 ໝວດ ແລະ 47 ມາດຕາ.

ປະທານສູນກາງສະ ຫະພັນແມ່ຍິງໄດ້ກ່າວຕື່ມວ່າ:

ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະ ບັບປັບປຸງ ປີ 2015 ມາດຕາ 37 ໄດ້ກໍານົດພົນລະເມືອງລາວ ຍິງ-ຊາຍ ມີສິດເທົ່າທຽມກັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ຄອບຄົວມີສິດສະເໝີພາບໃນການເຂົ້າເຖິງການສຶກສາ, ສາທາລະນະສຸກ ແລະ ເຂົ້າ ເຖິງຕຳແໜ່ງຄຸ້ມຄອງ-ນຳພາ, ການຕັດສິນບັນຫາແຕ່ລະຂັ້ນ ແລະ ບັນຫາອື່ນໆ.

ລັດຖະບານກໍໄດ້ເອົາໃຈໃສ່ສົ່ງເສີມວຽກງານຄວາມກ້າວໜ້າຂອງແມ່ຍິງ, ເສີມຂະຫຍາຍສິດສະເໝີພາບ ຍິງ-ຊາຍ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງໃນທຸກດ້ານ ເພື່ອໃຫ້ແມ່ຍິງເປັນກໍາລັງປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພ້ອມທັງໄດ້ປະຕິບັດພັັນທະຕໍ່ສົນທິສັນຍາສາກົນທີ ສປປ ລາວ ເປັນພາຄີ ເຊັ່ນ: ສົນທິສັນຍາວ່າດ້ວຍການລຶບລ້າງ ທຸກຮູບແບບການຈໍາແນກຕໍ່ແມ່ຍິງ,ໃນໄລຍະຜ່ານມາເຖິງວ່າພັກ- ລັດຖະບານໄດ້ມີນະໂຍບາຍ, ກົດໝາຍ, ນິຕິກໍາ ແລະ ກົນໄກ ເພື່ອຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງທີ່ຄົບຖ້ວນສົມຄວນແຕ່ແມ່ຍິງລາວບັນດາເຜົ່າຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍປະການ ໂດຍສະເພາະ ແມ່ນແມ່ຍິງໃນຂົງເຂດຊົນນະ ບົດຍັງທຸກຍາກຫຼາຍ, ໃນຖານະເປັນເສນາທິການໃຫ້ລັດຖະບານ ໄດ້ສຶກສາຄົ້ນຄວ້າ ແລະ ກໍານົດນະໂຍບາຍ, ແຜນຍຸດທະສາດ, ແຜນດໍາເນີນງານແຫ່ງຊາດ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ.

ພ້ອມນີ້ຍັງໄດ້ຕັ້ງໜ້າປະຕິບັດສົນທິສັນຍາ ແລະ ຖະແຫຼງການສາກົນ ທີ່ ສປປ ລາວ ເປັນພາຄີ, ຜ່ານມາສະພາແຫ່ງຊາດກໍໄດ້ຮັບຮອງ ເອົາກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ,

ພ້ອມນີ້ກໍໄດ້ລະບຸ ຫຼື ເຊື່ອມສານວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ສົ່ງເສີມຄວາມສະເໝີ ພາບ ຍິງ-ຊາຍ ເຂົ້າໃນກົດໝາຍ, ນິຕິກໍາ ແລະ ແຜນງານຕ່າງໆໄດ້ ເຮັດໃຫ້ການສົ່ງເສີມຄວາມສະເໝີ ພາບ ຍິງ-ຊາຍ ນັບມື້ໄດ້ຮັບການຈັດຕັ້ງປະຕິບັດດີຂຶ້ນ, ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍຕໍ່ການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ, ສ້າງຄວາມເຂັ້ມແຂງໃຫ້ວຽກງານ ຄວາມສະເໝີພາບ ຍິງ-ຊາຍ ແລະ ສ້າງຖານຂໍ້ມູນສະຖິຕິບົດບາດ ຍິງ-ຊາຍ ເພື່ອນໍາໃຊ້ເຂົ້າໃນການວາງແຜນພັດທະນາເສດຖະກິດ-ສັງຄົມທີ່ເອົາໃຈໃສ່ບົດບາດຍິງ-ຊາຍໃນທຸກຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ.

ທ່ານ ນາງ ອໍລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ

ສະນັ້ນຈຶ່ງ ໄດ້ສະເໜີກົດໝາຍດັ່ງກ່າວນີ້ຕໍ່ ສະພາແຫ່ງຊາດ. ພາຍຫຼັງທີ່ກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ຢ່າງ ເປັນທາງການແລ້ວຈະເຮັດໃຫ້ ຄວາມຮັບຮູ້, ຄວາມເຂົ້າໃຈ, ສະຕິ ແລະ ຄວາມເປັນເຈົ້າການໃນການ ຈັດຕັ້ງປະຕິບັດວຽກງານຄວາມສະເໝີພາບ ຍິງ-ຊາຍ ໃນຄອບຄົວ ແລະ ທົ່ວສັງຄົມ, ເປັນບ່ອນອີງ ໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດ ຕັ້ງສັງຄົມໃນການໂຄສະນາເຜີຍ ແຜ່, ສຶກສາອົບຮົມ, ຄຸ້ມຄອງ, ກວດກາ ແລະ ຈັດຕັ້ງປະຕິບັດກ່ຽວກັບ ວຽກງານຄວາມສະເໝີ ພາບ ຍິງ- ຊາຍ.

ໃຫ້ມີຄວາມເປັນເອກະພາບທີ່ໄດ້ກໍານົດໄວ້, ຍົກສູງຄວາມເປັນເຈົ້າການຂອງເພດຍິງໃຫ້ຮັບຮູ້ສິດທິຂອງຕົນ, ສ້າງຄວາມເຂັ້ມແຂງ ແລະ ຄວາມຮັບຜິດຊອບໃຫ້ຍິງ-ຊາຍ, ຄອບຄົວ, ຊຸມຊົນ, ສັງຄົມ ແລະ ການຈັດຕັ້ງມີຈິດສໍານຶກ ແລະ ເອົາໃຈໃສ່ປະຕິບັດວຽກງານຄວາມສະເໝີພາບຍິງ-ຊາຍຢ່າງເຂັ້ມງວດ, ເຮັດໃຫ້ບັນດານິຕິກໍາພາຍໃນ, ສົນທິສັນຍາ, ສັນຍາ ແລະ ຖະແຫຼງການສາກົນກ່ຽວກັບວຽກງານຄວາມສະເໝີພາບ ຍິງ-ຊາຍ ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າໃນກົດໝາຍ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນ ລຸຜົນຕາມເປົ້າໝາຍພັດທະນາແບບຍືນຍົງ ໂດຍສະເພາະເປົ້າ ໝາຍທີ 5 ແລະ ແຜນປະຕິບັດງານປັກກິ່ງ ທີ່ກອງປະຊຸມແມ່ຍິງໂລກໄດ້ຮັບຮອງເອົາ.

ຫຼັງຈາກນັ້ນ, ບັນດາ ສສຊ ກໍໄດ້ປະກອບຄຳເຫັນຕໍ່ກົດໝາຍສະ ບັບນີ້ຢ່າງກົງໄປກົງມາ ປະທານກອງປະຊຸມໄດ້ສະຫຼຸບສັງລວມຄໍາຄິດເຫັນ ແລະ ສະເໜີໃຫ້ ສສຊ ລົງຄະແນນສຽງ ແລະ ຮັບຮອງ ເອົາຮ່າງກົດໝາຍວ່າດ້ວຍຄວາມ ສະພາບ ຍິງ-ຊາຍ( ສ້າງໃໝ່) ດ້ວຍສຽງສ່ວນຫຼາຍ.

ແຫຼ່ງຂໍ້ມູນ: Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້