Monday, June 23, 2025
Kbank Laos โอน รับ จ่าย

ພ້ອມ​ອັດ​ສີດເງິນ​ໂບ​ນັດ​ມະ​ຫາ​ສານ ໃຫ້ນັກ​ກິ​ລາ​ວູ​ຊູ​ລາວ ທີ່ຄວ້າ​ຫຼຽນ​ຄຳ ຊີ​ເກມ ທີ່​ຟິ​ລິບ​ປິນ

ທ່ານ ອຸດົມສັກ ອຸດົມທອງກະເສມ ປະ​ທານ​ສະ​ຫະ​ພັນ​ກິ​ລາ​ວູ​ຊູ​ແຫ່ງ​ຊາດ​ລາວ ກ່າວວ່າ:

ທັບນັກກິລາວູຊູທີມຊາດລາວ ຊຸດນີ້ ແມ່ນເປັນຊຸດທີ່ກຽມໂຕມາດີທີ່ສຸດ ດີກວ່າ​ທຸກ​ປີ​ທີ່​ຜ່ານ​ມາ ກ່ອນຈະເຂົ້າຮ່ວມງານດັ່ງກ່າວ ກໍ​ໄດ້​ສົ່ງ​ນັກ​ກິ​ລາໄປເກັບຕົວຝຶກຊ້ອມໃນໄລຍະ 1 ເດືອນ ຢູ່ທີ່ສປ ຈີນ ຜ່ານການຝຶກຝົນຫຼໍ່ຫຼອມຂອງທຸກໆຄົນກໍເຫັນວ່າສະພາບຮ່າງກາຍຈິດໃຈ ແລະ ກຳລັງ ແມ່ນມີຄວາມພ້ອມເຕັມ 100 ເປີເຊັນ ​ຢ່າງ​ໃດ​ກໍ​ດີ ຖ້າຫາກວ່ານັກກິລາຄົນໃດ ສາມາດເປີດສາກສ້າງຜົນງານຄວ້າຫຼຽນຄຳ ໃຫ້ທັບນັກກິລາລາວ ໃນຊີເກມ ຄັ້ງນີ້ ຈະ​ມີ​ເງິນລາງວັນໂບນັດໄວ້ຮອງຮັບອັດສີດໃຫ້ຢ່າງແນ່ນອນ.

ສຳລັບທັບນັກກິລາວູຊູທີມຊາດລາວ ຊຸດກຽມລ່າຫຼຽນຄຳ ຊີເກມ ທີ່ປະເທດຟິລິບປິນ ທ້າຍປີນີ້ ປະກອບມີທ່ານ

ອຸດົມສັກ ອຸດົມທອງກະເສມ ປະທານສະຫະພັນວູຊູແຫ່ງຊາດ ເປັນຄະນະນຳ,

ທ່ານ ສີທາ ຢາທໍຕູ້ເລຂາທິການສະຫະພັນວູຊູແຫ່ງຊາດ ເປັນຄະນະ

ສ່ວນທ່ານ ລັງສັນ ມາໂສພາ ຫົວໜ້າຄູຝຶກ ແລະ ນັກກິລາປະກອບມີ

ທ້າວ ຄໍາພີ ແກ້ວວິໄລສອນ ຮຸ່ນນໍ້າໜັກ 48 ກິໂລກຣາມ,

ທ້າວ ຄາວີ ພົມມະຂັນທອງ ຮຸ່ນນໍ້າໜັກ 52 ກິໂລກຣາມ,

ທ້າວ ຄໍາຫຼ້າ ສຸຂະພອນ ຮຸ່ນນໍ້າໜັກ 56 ກິໂລກຣາມ,

ທ້າວ ໜູຄິດ ລາດສະເພົາ ຮຸ່ນນໍ້າໜັກ 60 ກິໂລກຣາມ,

ທ້າວ ບຸນເພັງ ຫຼວງສຸວັນ ຮຸ່ນນໍ້າໜັກ 65 ກິໂລກຣາມ,

ນາງ ລາຕີ ແກ້ວບຸນທັນ ຮຸ່ນນໍ້າໜັກ 48 ກິໂລກຣາມ

ແລະ ນາງ ມິມີ່ ຍອຍສາຍຄໍາ ຮຸ່ນນໍ້າໜັກ 52 ກິໂລກຣາມ

ການແຂ່ງຂັນກິລາດັ່ງກ່າວມີການຊີງໄຊກັນຫຼາຍລາຍການ ແລະ ຈະເລີ່ມດຳເນີນຊີງໄຊກັນໃນລະຫວ່າງວັນທີ 1-3 ທັນວາ 2019.

ແຫຼ່ງຂໍ້ມູນ: ໂດຍ ປາກ​ກາ​ດຳ Lao su su ລາວ ສູ້ ສູ້

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.