Sunday, November 9, 2025
Kbank Laos โอน รับ จ่าย

ເປົ້າໝາຍ ແລະ ຄາດໝາຍສູ້ຊົນໃນການຜະລິດສະບຽງອາຫານ ແລະ ການຜະລິດສິນຄ້າກະສິກໍາ ຮອດປີ 2020 ຂອງ ສປປ ລາວ

ພາບປະກອບ

ກະຊວງກະສິກໍາ ແລະ ປ່າໄມ້ ອອກຂໍ້ຕົກລົງ ເພື່ອຮັບຮອງເອົາ ແລະ ປະກາດໃຊ້ຍຸດທະສາດພັດທະນາການປູກຝັງຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ສະບັບເລກທີ 0361/ກປ, ລົງວັນທີ 02 ມີນາ 2015. ຍຸດທະສາດດັ່ງກ່າວ ແມ່ນຜ່ານການຄົ້ນຄວ້າວິໄຈບັນຫາການຈັດຕັ້ງປະຕິບັດ, ໄດ້ສຶກສາສະພາບການຜະລິດຂອງຊາວກະສິກອນຂອງ ສປປ ລາວ,

ພາບປະກອບ

ສະພາບການຂະຫຍາຍຕົວຂອງວຽກງານປູກຝັງໃນແຕ່ລະໄລຍະ ເພື່ອກໍານົດແນວທາງ, ຫຼັກການ, ວິທີການລວມ ແລະ ມາດຕະການສະເພາະ ໃຫ້ແທດເໝາະກັບສະພາບການຂະຫຍາຍຕົວ ແລະ ການພັດທະນາເສດຖະກິດ-ສັງຄົມ ເພື່ອຮັບປະກັນຄວາມໝັ້ນຄົງການສະໜອງສະບຽງອາຫານໃຫ້ພຽງພໍ, ຫັນການຜະລິດເປັນອຸດສາຫະກໍາ ແລະ ທັນສະໄໝ ຜະລິດກະສິກໍາໄປຕາມທິດກະສິກໍາສະອາດ ແລະ ປອດໄພຕໍ່ການບໍລິໂພກ.

ພາບປະກອບ

ວິໄສທັດຂອງຂະແໜງການປູກຝັງ ສປປ ລາວ ແມ່ນ: ປູກຝັງທັນສະໄໝ ສະອາດ ປອດໄພ ໃສ່ໃຈຄຸນນະພາບ ໝັ້ນຄົງ ຍຶນຍົງ ເປັນສິນຄ້າ ເຊິ່ງເນັ້ນການຜະລິດພືດສະບຽງ ແລະ ພືດສິນຄ້າ ໃຫ້ຜະລິດຕະພັນພືດພຽງພໍກັບຄວາມຕ້ອງການພາຍໃນ ມີຄວາມປອດໄພ ຕໍ່ຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ.

ເປົ້າໝາຍຍຸດທະຍາດ ໄດ້ແບ່ງອອກເປັນ 6 ເປົ້າໝາຍລວມ ແລະ 2 ຄາດໝາຍສູ້ຊົນ ຮອດປີ 2020

ພາບປະກອບ

6 ເປົ້າໝາຍລວມຂອງຍຸດທະສາດພັດທະນາການປູກຝັງ ຂອງ ສປປ ລາວ.

  1. ເຮັດໃຫ້ຜົນຜະລິດ ແລະ ຜະລິດຕະພັນມີຄວາມປອດໄພ ແລະ ຂະຫຍາຍຕົວໄປຕາມທິດກະສິກໍາສະອາດຮັບປະກັນສະບຽງອາຫານຢ່າງໜັກແໜ້ນ, ສະໜອງວັດຖຸດິບໃຫ້ແກ່ ອຸດສາຫະກໍາປຸງແຕ່ງຢ່າງພຽງພໍ ແລະ ເປັນສິນຄ້າທີ່ຍອມຮັບຂອງຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ ໂດຍການຊຸກຍູ້ການຜະລິດພືດສິນຄ້າບຸລິມະສິດ (ມັນຕົ້ນ, ອ້ອຍ, ຢາສູບ,​ກາເຟ ແລະ ສາລີອາຫານສັດ) ເພື່ອສົ່ງອອກໃຫ້ບັນລຸໜຶ່ງຕື້ໂດລາສະຫະລັດ;
  2. ເຮັດໃຫ້ຂະແໜງການປູກຝັງຂອງລາວ ມີຄວາມເຂັ້ມແຂງ,​ ມີລະບົບການປະສານງານແຕ່ສູນກາງຮອດທ້ອງຖິ່ນ ຕາມພາລະບົດບາດຄຸ້ມຄອງຂະແໜງການ, ຂໍ້ກໍານົດກົດລະບຽບ ຖືກຈັດຕັ້ງປະຕິບັດ ແລະ ມີຜົນບັງຄັບໃຊ້,​ ລະບົບຂໍ້ມູນຂ່າວສານ ໄດ້ຮັບການປັບປຸງໃຫ້ສາມາດເຊື່ອມຕໍ່ທັງພາຍໃນ ແລະ ສາກົນ ໂດຍມີນິຕິກໍາເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ;
  3. ສ້າງລະບົບການຄຸ້ມຄອງການຜະລິດກະສິກໍາສະອາດ ໄດ້ຮັບການພັດທະນາຕາມມາດຕະຖານ ແລະ ເປັນກທີ່ຍອມຮັບຂອງຕະຫຼາດພາຍໃນ ແລະ ສາກົນ ໃນນີ້ ຕ້ອງສູ້ຊົນຜະລິດພືດຕາມທິດກະສິກໍາສະອາດໃຫ້ກວມເອົາ 20% ຂອງເນື້ອທີ່ປູກພືດທົ່ວປະເທດ. ໃນນັ້ນ,​ ເຄິ່ງໜຶ່ງຕ້ອງໄດ້ຮັບການຢັ້ງຢືນຕາມມາດຕະຖານ ການຜະລິດກະສິກໍາສະອາດ; 
  4. ສ້າງຄວາມເຂັ້ມແຂງດ້ານວຽກງານການປ້ອງກັນພືດ ເພື່ອຮັບປະກັນການຜະລິດພືດ ແລະ ອໍານວຍຄວາມສະດວກດ້ານການຄ້າພືດ, ຜະລິດຕະພັນພືດກັນພາກພື້ນ ແລະ ສາກົນ ດ້ວຍການສ້າງ ແລະ ຂະຫຍາຍຕາໜ່າງປ້ອງກັນພືດ ໃນຂອບເຂດທົ່ວປະເທດ ຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງສັດຕູພືດ ພ້ອມທັງປັບປຸງລະບົບສຸຂານາໄມ ແລະ ສຸຂານາໄມພືດ ໃຫ້ໄດ້ມາດຕະຖານສາກົນ ຕາມຫຼັກການຂອງອົງການການຄ້າໂລກ;
  5. ກໍານົດເຂດຈຸດສຸມການຜະລິດພືດສະບຽງອາຫານ, ພືດສິນຄ້າ ໂດຍນໍາໃຊ້ທ່າແຮງທາງດ້ານຊັບພະຍາກອນທໍາມະຊາດ,​ ເອກກະລັກວັດທະນະທໍາ ແລະ ພູມປັນຍາຂອງທ້ອງຖິ່ນໃນເຂດພູດອຍ ແລະ ເຂດທົ່ງພຽງ ໃນຂອບເຂດທົ່ວປະເທດ;
  6. ໝູນໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ  ດ້ວຍການຄຸ້ມຄອງລະບົບການຜະລິດ,​ ການຈັດສັນນໍາໃຊ້ດິນ ແລະ ແຫຼ່ງນໍ້າຢ່າງເໝາະສົມ ພ້ອມທັງກໍານົດມາດຕະການ ແລະ ສ້າງທ່າແຮງໃນການຮັບມືຕໍ່ການປ່ຽນແປງດິນຟ້າອາກາດ.ຄາດໝາຍສູ້ຊົນໃນການຜະລິດສິນຄ້າກະສິກໍາ ຮອດປີ 2020.
ພາບປະກອບ

ການຜະລິດສະບຽງ:​

ຜະລິດເຂົ້າສານ 160 ກິໂລ/ຄົນ/ປີ (280 ກິໂລເຂົ້າເປຶອກ/ຄົນ/ປີ), ທາດແປ້ງ 5 ກິໂລ/ຄົນ/ປີ, ພືດຜັກ 50 ກິໂລ/ຄົນ/ປີ, ປະເພດຖົ່ວ-ງາແຫ້ງ 2 ກິໂລ/ຄົນ/ປີ, ສາລີ 2.5 ກິໂລ/ຄົນ/ປີ, ປະເພດພືດເປັນຫົວ (ເຜືອກ, ມັນຕົ້ນ, ມັນດ້າງ, ແລະ ມັນຕ່າງໆ) 2.5 ກິໂລ/ຄົນ/ປີ, ໝາກໄມ້ 30 ກິໂລ/ຄົນ/ປີ, ນໍ້າຕານ 1 ກິໂລ/ຄົນ/ປີ, ປະເພດນໍ້ມັນ 23 ກິໂລ/ຄົນ/ປີ.

ພາບປະກອບ

ໂດຍຜະລິດສະບຽບອາຫານທີ່ສໍາຄັນດັ່ງນີ້:

  • ສູ້ຊົນຜະລິດເຂົ້າເປຶອກລວມໃຫ້ໄດ້ບໍ່ຫຼຸດ 4.7 ລ້ານໂຕນ ມີການຂະຫຍາຍຕົວ 5%/ປີ (ໄດ້ຈາກການຂະຫຍາຍເນື້ອທີ່ 2%  ແລະ ການຍົກຜະລິດຕະພາບ 3-3.5%), ຕາມອັດຕາສ່ວນເຂົ້າໜ້ຽວ 70% ແລະ ເຂົ້າຈ້າວ 30%. ໃນນີ້ ເປັນເຂົ້າສໍາລັບຄໍ້າປະກັນສະບຽງອາຫານ 2.5 ລ້ານໂຕນເຂົ້າເປຶອກ (ບໍລິໂພກ 2.1 ແລະ ຄັງແຮ່ເຂົ້າ 400,000 ໂຕນ ຊຶ່ງກຸ້ມໄດ້ 2-3 ເດືອນ), ແນວພັນເຂົ້າ 100,000 ໂຕນ, ສໍາລັບປຸງແຕ່ງພາຍໃນ 500,000 – 600,000 ໂຕນ ແລະ ເປັນສິນຄ້າພາຍໃນ ແລະ ສົ່ງອອກບໍ່ໃຫ້ຫຼຸດ 1 ລ້ານໂຕນ;
  • ຜະລິດພືດຜັກ, ຖົ່ວ-ງາ ແລະ ໝາກໄມ້ສໍາລັບບໍລິໂພກ ເຊັ່ນ: ສາລີຫວານ 228,000 ໂຕນ, ເຜຶອກມັນ 304,000 ໂຕນ, ປະເພດໄມ້ໃຫ້ໝາກ 800,000 ໂຕນ ແລະ ພືດຜັກອື່ນໆ 1.5 ລ້ານໂຕນ.
ພາບປະກອບ

ການຜະລິດສິນຄ້າກະສິກໍາ:

ສູ້ຊົນເຮັດໃຫ້ການຜະລິດສິນຄ້າກະສິກໍາ ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ ຕິດພັນກັບການປັງປຸງກຸ່ມຊາວກະສິກອນ,​ ສະມາຄົມຜູ້ຜະລິດ ແລະ ປຸງແຕ່ງກະສິກໍາຢ່າງແຂງແຮງ ເພື່ອເຮັດໃຫ້ການຜະລິດກະສິກໍາເປັນສິນຄ້າສິຶບຕໍ່ຂະຫຍາຍຕົວ ດັ່ງນີ້:

  • ຜະລິດເຂົ້າເປັນສິນຄ້າພາຍໃນ ແລະ ສົ່ງອອກໃຫ້ໄດ້ປະມານ 1 ລ້ານໂຕນເຂົ້າເປຶອກ ໂດຍເພີ່ມສັດສ່ວນເຂົ້າຈ້າວກວດເອົາ 35% ໄປຄວບຄູ່ກັບການສົ່ງເສີມການປູກເຂົ້າ ທີ່ມີທ່າແຮງຂອງແຕ່ລະທ້ອງຖິ່ນ ເປັນຕົ້ນເຂົ້າກ່ຳ, ເຂົ້າໄກ່ນ້ອຍ, ການສົ່ງເສີມເຂົ້າພັນປັບປຸງໃໝ່ທີ່ມີຄຸນນະພາບ ແລະ ເປັນທີ່ຕ້ອງການຂອງຕະຫຼາດ ເປັນຕົ້ນ ເຂົ້າທ່າດອກຄໍາ, ເຂົ້າທ່າສະໂນ, ເຂົ້າໂພນງາມ ແລະ ເຂົ້າຫອມອື່ນໆ. ຮັບປະກັນຜົນຜະລິດຕາມາດຕະຖານກະສິກໍາ (GAP) ໂດຍເລັ່ງໃສ່ຕະຫຼາດພາກພື້ນ ແລະ ສາກົນ,​ ສໍາລັບບັນດາ ທົ່ງພຽງນ້ອຍ ແລະ ທົ່ງພຽງກາງຂອງແຂວງພາກເໜືອ ແມ່ນສຸມໃສ່ຜະລິດເຂົ້າເປັນສິນຄ້າເພື່ອສະໜອງໃຫ້ ສປ ຈີນ ໂດຍນໍາໃຊ້ແນວພັນເຂົ້າທີ່ຕະຫຼາດຈີນຕ້ອງການ;
  • ຊຸກຍູ້ການຜະລິດອາຫານສັດໃຫ້ໄດ້ 1.3 ລ້ານໂຕນ, ກາເຟ 120,000 ໂຕນ,​ ອ້ອຍ 2 ລ້ານໂຕນ, ມັນຕົ້ນ 1.5 ລ້ານໂຕນ, ແລະ ຖົ່ວເຫຼຶອງ 50,000 ໂຕນ.

ແຫຼ່ງຂໍ້ມູນ:  ກົມການນໍາເຂົ້າແລະສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.