ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັນທີ 28 ພະຈິກ 2019, ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີມອບ-ຮັບທຶນການສຶກສາ ຈາກບໍລິສັດເບຍລາວ ຈໍາກັດ ໃຫ້ແກ່ ນັກສຶກສາມະຫາວິທະຍາໄລແຫ່ງຊາດ ແລະ​ ນັກສຶກສາສະຖາບັນວິຈິດສິນແຫ່ງຊາດ ປະຈໍາສົົກສຶກສາ 2019-2020 ໂດຍການມອບຂອງ​ ທ່ານ ເຮັນຣິກຈູນ ແອນເດີຊັນ ຜູ້ອໍານວຍການໃຫຍ່ຂອງບໍລິສັດເບຍລາວ, ຝ່າຍ ມຊ. ຮັບໂດຍ ທ່ານ ນາງ ສີວອນ ຫອມປິ່ນແກ້ວ ຮອງຫົວໜ້າຫ້ອງຄຸ້ມຄອງນັກສຶກສາ ມຊ, ຝ່າຍສະຖາບັນວິຈິດສິນແຫ່ງຊາດຮັບໂດຍທ່ານ ປອ. ຄຳສຸກ ແກ້ວວົງຊາຍ ຮອງຜູ້ອໍານວຍການສະຖາບັນ ວິຈິດສິນແຫ່ງຊາດ, ເຂົ້າຮ່ວມມີ ທ່ານ ວຽງເພັດ ພັນທະວົງ ຜູ້ອໍານວຍການຝ່າຍບໍລິຫານ ແລະ​ ສະຫວັດດີການພະນັກງານ ບໍລິສັດເບຍລາວ, ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການຝ່າຍກິດຈະກຳເພື່ອສັງຄົມ ແລະຄວາມຢືນຍົງ,ມີບັນດາຄະນະກໍາມະການຜູ້ຮັບຜິດຊອບທຶນ, ບັນດາແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານ ທີ່ກ່ຽວຂ້ອງ ແລະນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ແລະນັກສຶກສາສະຖາບັນວິຈິດສິນແຫ່ງຊາດທີ່ໄດ້ຮັບທຶນເຂົ້າຮ່ວມ.

ປັດຈຸບັນມີນັກສຶກສາທີ່ໄດ້ຮັບທຶນທີ່ກໍາລັງສຶກສາຢູ່ໃນມະຫາວິທະຍາໄລແຫ່ງຊາດ ຈໍານວນ 120 ຄົນ, ໃນນັ້ນມີນັກສຶກສາ ໃນສົກສຶກສາ 2019-2020 ທີ່ມີເງື່ອນໄຂໄດ້ຮັບທຶນໃໝ່ຈໍານວນ25 ຄົນ ໂດຍຄັດເລືອກເອົານັກສຶກສາປີ 2 ເພື່ອມາປ່ຽນແທນຈໍານວນນັກສຶກສາໄດ້ທຶນທີ່ຈົບໄປໃນສົກຮຽນຜ່ານມາ ສ່ວນສະຖາບັນວິຈິດສິນແຫ່ງຊາດ ໃນສົກສຶກສານີ້ ມີນັກສຶກສາຈໍານວນ 30 ຄົນທີ່ໄດ້ຮັບທຶນດັ່ງກ່າວ.

ຂໍ້ມູນ​ ແລະ​ ຮູບພາບ: ເວັບໄຊ ມະຫາວິທະຍາໄລແຫ່ງຊາດ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 16

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້