ຂໍຂອບໃຈນຳຜູ້ສະໜັບສະໜູນ

ພະແນກ ຖວທ ແຂວງຈຳປາສັກໄດ້ຈັດພິທີມອບ-ຮັບອາຄານຫຼັງໃໝ່ ແລະ ເປີດການນຳໃຊ້ຢ່າງເປັນທາງການ ໃນວັນທີ 27 ພະຈິກ 2019 ຢູ່ທີ່ສຳນັກງານດັ່ງກ່າວ ຕັ້ງຢູ່ແຄມເສັ້ນທາງ ເລກທີ 13 ຫຼັກກິໂລແມັດທີ 3 ບ້ານສະໜາມໄຊ ນະຄອນປາກເຊ ແຂວງຈຳປາສັກ ໃຫ້ກຽດເຂົ້າຮ່ວມມີ ທ່ານ ບົວລີນ ວົງພະຈັນ ຮອງເຈົ້າແຂວງຈຳປາສັກ, ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກ ຖວທ ແຂວງພ້ອມຄະນະ, ມີບໍລິສັດຮັບເໝົາກໍ່ສ້າງ ຕະຫຼອດຮອດພະ ນັກງານເຂົ້າຮ່ວມ 300 ກວ່າຄົນ.

ອາຄານພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ ຫຼັງໃໝ່ໄດ້ຮັບອະນຸມັດໂຄງການກໍ່ສ້າງໂດຍສະພາແຫ່ງຊາດ ຊື່ງແມ່ນການລົງທຶນຂອງລັດ, ແຕ່ບໍລີສັດພົງຊັບທະວີກໍ່ສ້າງ ທີ່ຊະນະການປະມູນເປັນຜູ້ຮັບເໝົາກໍ່ສ້າງ ແລະລົງທຶນກ່ອນ 100% ໂຄງສ້າງອາຄານມີ 4 ຊັ້ນ,ທັນສະໄໝ,ໃຊ້ເວລາກໍ່ສ້າງ 5 ປີ ສໍາເລັດ 100% ນັບແຕ່ສົກປີ 2013-2014 ເຖິງປີ 2019 ເຊິ່ງລວມມູນຄ່າທັງໝົດ 13 ຕື້ 670 ລ້ານນກ່ວາກີບ

ທີ່ມາ: Lao National Radio​ (ເກດສະໜາ ແກ້ວສຸວັນນະແສງ)​

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 11

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້