ພິທີປະກາດຜົນການແຂ່ງຂັນ ແລະ ມອບລາງວັນ ການແຂ່ງຂັນຮູບເງົາວີດີໂອເດັກນ້ອຍ-ຊາວໜຸ່ມ ອາຊຽນຄັ້ງທີ III ຈັດຂື້ນໃນຕອນຄ່ຳວັນທີ 30 ພະຈິກ 2019 ທີ່ ປະເທດກຳປູເຈຍ, ເຊີ່ງນັກຮຽນຈາກ ສປປ ລາວ ສາມາດຍາດໄດ້ 4 ລາງວັນ ຄື:

1.ຮູບເງົາສັ້ນເລື່ອງ “ເພື່ອນຮັກ” ໄດ້ຮັບລາງວັນຄະນະກຳມະການເດັກນ້ອຍ(Kids’ choice AWARD) ປະເພດຮູບເງົາເດັກນ້ອຍ

2.ຮູບເງົາສັ້ນເລື່ອງ” ໂຮງຮຽນຄືຮັກເປັນໜຶ່ງດຽວຂອງຂ້ອຍ…’ ໄດ້ຮັບລາງວັນຍອດນິຍົມ( Heart AWARD)ປະເພດຮູບເງົາເດັກນ້ອຍ

3.ຮູບເງົາສັ້ນເລື່ອງ” ໂຮງຮຽນຄືຮັກເປັນໜຶ່ງດຽວຂອງຂ້ອຍ….”ລາງວັນຊະນະເລີດປະເພດຮູບເງົາເດັກນ້ອຍອາຍຸ 13-15 ປີ

4.ຮູບເງົາສັ້ນເລື່ອງ” ຂ້ອຍຮັກ ເຈົ້າຮັກ ພວກເຮົາຮັກ…ໄດ້ຮັບລາງວັນຊະນະເລີດປະເພດຮູບເງົາເດັກນ້ອຍອາຍຸ16-17ປີ
ຂໍສະແດງຄວາມຍິນດີນຳນັກສ້າງຮູບເງົາວີດີໂອເດັກນ້ອຍ-ຊາວໜຸ່ມຂອງ ສປປ ລາວ
ຂໍ້ມູນ ແລະ ຮູບພາບ: Nakhone Bounmy DI
Hits: 6