ຂໍຂອບໃຈນຳຜູ້ສະໜັບສະໜູນ

ຕະຫຼາດນັດສັດນ້ຳ ໄດ້ຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ ໃນລະຫວ່າງວັນທີ 30​ ພະຈິກ​ ຫາ​ 8​ ທັນວາ​ 2019,​ ງານນີ້ໄດ້ນຳເອົາປາສວຍງາມ​ເປັນຕົ້ນແມ່ນ: ປາກັດປ່າ,​ປາຄຣາບ, ປາຄຳ,​ປາຫາງນົກຍຸງ​ ແລະ​ ປາກັດແຟນຊີ​ ມາວາງສະແດງ ແລະ​ ຈໍາໜ່າຍ.​ ນອກຈາກນີ້,​ ຍັງມີການສາທິດການຈັດສວນຕູ້ປາ, ການປະກວດຕູ້ຕົ້ນໄມ້ນໍ້າ​ ແລະ​ ການປະກວດປາສວຍງາມ​

ພາຍໃນງານ, ຍັງມີບັນດາຜູ້ທີ່ຊ່ຽວຊານໃນການລ້ຽງປາສວຍງາມມາໃຫ້ຄວາມຮູ້ກັບຜູ້ທີ່ກຳລັງຈະເລີ່ມລ້ຽງປາ ຕັ້ງແຕ່ຂັ້ນຕອນການເລືອກຕູ້ປາ ຕົບແຕ່ງຕູ້ປາ ການໃຫ້ອາຫານປາ ແລະ ການເບິ່ງແຍງປາໃນຊ່ວງຍາມໜາວ

ອ້າຍຍົດ ຈາກຟຣາມລ້ຽງປາ Guppy Fish-ປາຫາງຍຸງ ໄດ້ເຜີຍເຄັດບໍ່ລັບໃນການເບິ່ງແຍງປາຫາງຍຸງໃນຍາມໜາວວ່າ: ສໍາລັບໃນຍາມໜາວແມ່ນຕ້ອງໄດ້ໃສ່ໃຈເລື່ອງຂອງນໍ້າເປັນພິເສດ ເພາະໃນຍາມໜາວຈະເຮັດໃຫ້ນໍ້າຂຸ້ນໄວ ແລະ ຕ້ອງໄດ້ໃຫ້ອາຫານມື້ລະ 1 ເທື່ອ ເພື່ອປ້ອງກັນບໍ່ໃຫ້ນໍ້າຂຸ້ນ ແລະ ຕ້ອງໄດ້ປ່ຽນນໍ້າທຸກໆອາທິດ ແຕ່ໃນການປ່ຽນນໍ້າ ກໍ່ຕ້ອງປ່ຽນໃນຕອນຄໍ່າ ຫຼື ຕອນເຊົ້າເທົ່ານັ້ນ ເພາະຖ້າປ່ຽນຕອນກາງເວັນ ປາຈະປັບໂຕກັບອຸນຫະພູມນໍ້າບໍ່ໄດ້ ແລະ ອາດເຮັດໃຫ້ປານ໋ອກນໍ້າໄດ້.​

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້