
ເມື່ອບໍ່ດົນມານີ້, ວິນລີ່ ແລະ ຄຣິສຕີນ່າ ໄດ້ຮັບລາງວັນອັນຊົງກຽດຈາກປະເທດໄທ, ເຊິ່ງທັງສອງໄດ້ຮັບເຖິງ 2 ລາງວັນນັ້ນກໍ່ຄື: The Best World SDGs Awards 2019 ເປັນລາງວັນທີ່ສຸດແຫ່ງການພັດທະນາທີ່ຢັ້ງຢືນສາກົນ 2019 ແລະ Friendship, Culture & Tourism Promotion ASEAN 2019-2020 ລາງວັນມິດຕະພາບ ວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ ອາຊຽນ 2019-2020


ຖືໄດ້ວ່າເປັນປີທອງຂອງທັງ 2 ເລີຍກໍ່ວ່າໄດ້ ເພະາກ່ອນໜ້ານີ້ ທັງ 2 ກໍ່ໄດ້ຮັບລາງວັນຄື: ສາວ ຄຣິສຕີນ່າ ແມ່ນໄດ້ຮັບລາງວັນ Excellent Model ຫຼື ລາງວັນນາງແບບດີເດັ່ນ ສ່ວນ ໜຸ່ມວິນລີ່ ແມ່ນສາມາດຍາດລາງວັນ ນາຍແບບອັນດັບຕົ້ນໆຂອງ Asian International Super Model Contest 2019

ຂໍສະແດງຄວາມຍິນດີກັບທັງສອງຄົນ
ຂໍ້ມູນ ແລະ ຮູບພາບ: IG ວິນລີ່ ແລະ ຄຣິສຕີນ່າ
Hits: 9