ຂໍຂອບໃຈນຳຜູ້ສະໜັບສະໜູນ

ຖືນັບວ່າເປັນບຸນປາງໃຫຍ່ໜຶ່ງຂອງຊາວລາວ ແຂວງ ສະຫວັນນະເຂດ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ເຊິ່ງປີນີ້, ຈະໄດ້ຈັດໃນລະຫວ່າງວັນທີ 9-11 ທັນວາ 2019 ນີ້. ເຊິ່ງເຈົ້າຄອງນະຄອນໄກສອນ ພົມວິຫານ ຈຶ່ງໄດ້ແຈ້ງການເຖິງ ທ່ານເຈົ້າເມືອງໃນ 14 ເມືອງທົ່ວແຂວງສະຫວັນນະເຂດ ໃຫ້ປຸກລະດົມຫົວໜ່ວຍທຸລະກິດ, ຫົວໜ່ວຍການຜະລິດອຸດສາຫະກໍາ-ຫັດຖະກໍາປຸງແຕ່ງ, ກຸ່ມຜະລິດສິນຄ້າໜຶ່ງເມືອງໜຶ່ຜະລິດຕະພັນ ໃຫ້ເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍພາຍໃນງານບຸນນະມັດສະການພະທາດອິງຮັງ ປະຈໍາປີ 2019.

ສຳລັບສະຖານທີ່ ແລະ ກໍານົດເວລາໃນການຈັດງານມີດັ່ງນີ້: ສະຖານທີ່ ແມ່ນເດີ່ນພະທາດອິງຮັງເລີ່ມແຕ່ວັນທີ 9 ຫາ 11 ທັນວາ 2019 ເຊິ່ງຈະມີພິທີເປີດຢ່າງເປັນທາງການ ຂອງວັນທີ 9 ທັນວາ 2019 ເວລາ 14:30 ໂມງ.

Hits: 45

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້