Monday, June 23, 2025
Kbank Laos โอน รับ จ่าย

ປະຫວັດຄວາມເປັນມາ “ບຸນກິນຈຽງ” ຫຼື ບຸນນໍເປເຈົາ ປີໃໝ່ຂອງຊົນເຜົ່າມົ້ງ ແຫ່ງ ສປປ.ລາວ

ພາບປະກອບ

ບຸນປະຈຳປີຂອງເຜົ່າມົ້ງ ແມ່ນງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່,ເປັນສັນຍາລັກແຫ່ງຄວາມສາມັກຄີ,ຄວາມຜູກໝັ້ນໃນວົງສາຄະນາຍາດຂອງປະຊາຊົນເຜົ່າມົ້ງທີ່ຢູ່ຫ່າງໄກໄດ້ມາພົບປະສ້າງສັນ ແລະ ເພື່ອເຮັດພິທີກຳລະນຶກເຖິງບັນພະບູລຸດຂອງວົງສາຄະນະຍາດຕົນ.

ພາບປະກອບ

ເຊິ່ງເຈົ້າກົກເຈົ້າເລົ່າ ໄດ້ນຳພາຊາວເຜົ່າມົ້ງຈັດງານບຸນນໍເປເຈົາ ທີຍິ່ງໃຫຍ່ຂື້ນມາແຕ່ດົນນານ ແລະ ມີຄວາມໝາຍຄວາມສຳຄັນທີ່ສ່ອງແສງເຖິງຮິດຄອງປະເພນີ,ວັດທະນະທຳອັນດີງາມຂອງຊົນເຜົ່າໃນລາວ ໂດຍສະເພາະແມ່ນເຜົ່າມົ້ງ,ເຊິ່ງມີເອກະລັກສະເພາະຂອງເຜົ່າເຊັ່ນ: ການໂຍນໝາກຄອນ,ເປົ່າແຄນ,ການຂັບລຳ,ຍິງໜ້າເກັກ,ຕີໝາກຂ່າງ,ເປົ່າຂຸ່ຍ ແລະ ເປົ່າໃບໄມ້.

ພາບປະກອບ

ຊົນເຜົ່າມົ້ງເປັນ ຊົນເຜົ່າ ໜຶ່ງໃນ 50 ຊົນເຜົ່າໃນວົງຄະນາຍາດແຫ່ງຊາດລາວຈັດຢູ່ໃນ ໝວດພາສາມົ້ງ – ອີວມຽນ ມີປະຫວັດຄວາມເປັນມາອັນຍາວນານຄ້າຍຄືກັບຊົນເຜົ່າອື່ນໆ ຂອງລາວ.

ພາບປະກອບ

ຊົນເຜົ່າມົ້ງມີ ພາສາຂຽນເປັນເອກະລັກຂອງຕົນເອງ ສ່ວນພາສາປາກເວົ້າມີຄວາມແຕກຕ່າງກັນເລັກໜ້ອຍ, ແຕ່ສາມາດເຂົ້າໃຈຊຶ່ງກັນ ແລະ ກັນ ມີເອກະລັກທາງດ້ານ ຮີດຄອງ ປະເພນີຄວາມເຊື່ອຖື ວັດທະນະທຳຂອງຕົນເອງໄວ້ໃຫ້ ຮຸ່ນລູກ – ຮຸ່ນຫຼານ ຈົນເຖິງທຸກວັນນີ້.

ພາບປະກອບ

ງານບຸນກິນຈຽງ ຫລື (ນໍ່ເປເຈົ່າ) ຂອງ ຊົນເຜົ່າມົ້ງ ເພື່ອເປັນການ ສະເຫຼີມສະຫຼອງຜົນງານການ ຜະລິດໃນຮອບ 1 ປີ ທັງເປັນການ ຟື້ນຟູເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຕົນ ເປັນການສົມມາຄາລະວະຕໍ່ຜູ້ອາວຸໂສ, ຜູ້ເປັນພໍ່ເປັນແມ່ ແລະ ຜູ້ນຳພາໃນຕະກຸນ ເປັນໂອກາດເຕົ້າ ໂຮມພໍ່ແມ່ ຍາດຕິພີ່ນ້ອງທັງໃກ້ ແລະ ໄກ ເພື່ອຢ້ຽມຢາມ ພົບປະສ້າງສັນຄວາມສາມັກຄີ ແລະ ຮູ້ບຸນຄຸນຊຶ່ງກັນ ແລະ ກັນ, ພາຍໃນງານ ໄດ້ມີການ ແຂ່ງຂັນກິລາ ຍິ່ງໜ້າເກັກ, ກິລາໝາກຄ່າງ, ກິລາ ແຂ່ງລົດສາມລໍ້ໄມ້ ລະຫວ່າງ ບ້ານຕໍ່ບ້ານ, ໂຍນໝາກຄອນ ແລະ ຊົມສິລະປະຂອງຊົນເຜົ່າມົ້ງຢ່າງມ່ວນຊື່ນ.

ພາບປະກອບ

ການຫຼິ້ນເກມພື້ນບານໃນງານບຸນກິນຈຽງ.

ປະເພນີກິນຈຽງ ຈະຈັດເປັນ 03 ໄລຍະ ຄື:

ໄລຍະທີ 1: ຫົວໜ້າຄອບຄົວຈະເປັນຜູ້ປັດສິ່ງທີ່ບໍ່ດີ, ຄວາມທຸກຍາກ ໃນຄອບຄົວ ແລະ ໄປສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ຢູ່ໃນຈຸດລວມຂອງແຕ່ລະຊິງຊາວ;

ໄລຍະທີ 2: ແມ່ນໄລຍະທີ່ຫົວໜ້າຄອບຄົວ ໄດ້ມາເອີ້ນຂວັນຢູ່ເຮືອນໃຫ້ແຕ່ ລະຄົນໃນຄອບຄົວ ໃຫ້ຢູ່ດີມີແຮງ, ປັດເປົ່າສິ່ງທີ່ບໍ່ດີອອກໄປຈາກຄອບຄົວ ແລະ ມີການເຮັດພາເຂົ້າສາມັກຄີໃນຄອບຄົວ ເອີ້ນກັນວ່າ: ຈຽງໄກ່;

ໄລຍະທີ 3: ແມ່ນໄລຍະພົບປະສ້າງສັນກັບຜູ້ເຖົ້າ-ຜູ້ແກ່ຊິງຊາວ, ພົບປະສ້າງສັນ ລະຫວ່າງ ໝູ່ຄູ່, ບ່າວສາວ ໂດຍການໂຍນໝາກຄອນ ເພື່ອຜູກມັດຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ. ພ້ອມດຽວກັນນັ້ນ, ຍັງໄດ້ມີການສະແດງສິລະປະ ແລະ ສ້າງຂະບວນການກິລາ ທີ່ເປັນເອກະ ລັກຂອງຊົນເຜົ່າມົ້ງ ເຊັ່ນ: ຂັບລໍາເຜົ່າມົ້ງ, ເປົ່າປີ່, ເປົ່າແຄນ, ງົວຊົນງົວ, ຕີໝາກຂ່າງ, ຍິງໜ້າເກັກ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: huunghivietlao

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.