ຂໍຂອບໃຈນຳຜູ້ສະໜັບສະໜູນ

ປະຈຸບັນ, ອາກາດທົ່ວປະເທດເລີ່ມເຢັນລົງ ເຮັດໃຫ້ຫຼາຍຄົນຊອກຫາວິທີເຮັດໃຫ້ຮ່າງກາຍອົບອຸ່ນ ດ້ວຍວິທີຕ່າງໆ ແລະ ບາງຄົນແມ່ນອາໄສ ນໍ້າເຫຼົ້າ-ເບຍ ເປັນໂຕບັນເທົາຄວາມໜາວ ເພາະມີຄວາມເຊື່ອວ່າການດື່ມເຫຼົ້າ ເບຍ ຊ່ວຍຄາຍໜາວໃນມື້ທີ່ອາກາດເຢັນໆໄດ້ ແຕ່ຮູ້ບໍ່ວ່າເປັນຄວາມເຊື່ອທີ່ຜິດໆ ແລະ ຍັງເຮັດໃຫ້ເກີດອັນຕະລາຍເຖິງຊິວີດໄດ້. ມື້ນີ້ທີມງານອິນໄຊລາວເລີຍເອົາຂໍ້ມູນດີໆຈາກ ສະຖາບັນການແພດສຸກເສີນແຫ່ງຊາດ ( ປະເທດໄທ) ມາຝາກ

ທ່ານໝໍ ອະນຸຊາ ເສດສະເຖຍ ເລຂາທິການສະຖາບັນການແພດສຸກເສີນແຫ່ງຊາດ ( ປະເທດໄທ) ໄດ້ອອກມາເຜີຍວ່າ: ການດື່ມເຄື່ອງດື່ມທີ່ມີທາດມືນເມົາບໍ່ໄດ້ຊ່ວຍໃຫ້ຮ່າງກາຍອົບອຸ່ນ ແລະ ແກ້ໜາວໄດ້ ແຕ່ການດື່ມເຫຼົ້າແກ້ໜາວ ອາດເຮັດໃຫ້ຮ່າງກາຍສູນເສຍຄວາມຮ້ອນ ສ່ວນທີ່ດື່ມແລ້ວເຮັດໃຫ້ອົບອຸ່ນນັ້ນ ເປັນຍ້ອນຫຼອດເລືອດຝອຍທີ່ຢູ່ໃຕ້ຜິວໜັງເກິດການຂະຫຍາຍໂຕຢ່າງໜັກ ເພື່ອໃຫ້ຄວາມຮ້ອນໃນຮ່າງກາຍຖືກລະບາຍອອກມາ ຈະເຮັດໃຫ້ອຸນຫະພູມໃນຮ່າງກາຍຫຼຸດລົງກ່ວາປົກກະຕິ ແລະ ເມື່ອເຮົາຫຼັບຮ່າງກາຍຈະສໍາພັດກັບອາກາດເຢັນເປັນເວລາດົນຈືງສົ່ງຜົນໃຫ້ເສຍຊິວີດໄດ້

ຮູບພາບຈາກ ສະຖາບັນການແພດສຸກເສີນແຫ່ງຊາດ (ປະເທດໄທ)

ນອກຈາກນີ້, ອາກາດທີ່ເຢັນລົງຈະເຮັດໃຫ້ປະສາດສ່ວນກາງເຮັດວຽກຜິດປົກກະຕິ ແລະ ເຮັດໃຫ້ອັດຕາການເຕັ້ນຂອງຫົວໃຈຜິດປົກກະຕິນໍາ ພ້ອມກັນນີ້ ຍັງເຮັດໃຫ້ຮ່າງກາຍຕ້ອງການອົກຊີເຈນຫຼາຍຂຶ້ນ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສ່ວນວິທີຮັກສາສຸຂະພາບໃນຊ່ວງຍາມໜາວນັ້ນ ມີວິທີງ່າຍໆດັ່ງນີ້:

  • ດື່ມນໍ້າໃຫ້ພຽງພໍ
  • ຮັບປະທານອາຫານໃຫ້ຄົບ 5 ໝູ່
  • ອອກກຳລັງກາຍ ຢ່າງໜ້ອຍມື້ລະ ເຄິ່ງຊົ່ວໂມງ
  • ໃສ່ເສື້ອກັນໜາວ
  • ຫາກເປັນຫວັດ ຖ້າຈະອອກໄປນອກເຮືອນ ໃຫ້ໃສ່ຜ້າອັດປາກ ເພື່ອປ້ອງກັນບໍ່ໃຫ້ແຜ່ເຊື້ອໃຫ້ຜູ້ອື່ນ

ຂໍ້ມູນຈາກ: ສະຖາບັນການແພດສຸກເສີນແຫ່ງຊາດ (ປະເທດໄທ)

Hits: 22

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້