Monday, November 10, 2025
Kbank Laos โอน รับ จ่าย

ຫຼັກຊັບລາວ ລະດົມທຶນໄດ້ເກືອບ 20 ພັນຕື້ກີບ ພ້ອມປັບປຸງຮ່າງກົດໝາຍສະບັບໃໝ່

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃນ ວັນທີ 3 ທັນວາ 2019 ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະໃນຂະນະດຽວກັນ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ຂຶ້ນຜ່ານຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ພິຈາລະນາ ແລະປະກອບຄໍາເຫັນໃສ່ຮ່າງກົດໝາຍດັ່ງກ່າວຊຶ່ງປະກອບມີສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຫຼັກຊັບ;

ເຫດຜົນ ແລະ ຄວາມຈໍາເປັນໃນການສະເໜີປັບປຸງກົດໝາຍ, ສະພາບການກະກຽມປັບປຸງກົດໝາຍ, ເນື້ອໃນຕົ້ນຕໍການປັບປຸງກົດໝາຍ ແລະ ຄາດ ຄະເນຜົນໄດ້ຮັບພາຍຫຼັງການໃນປັບປຸງກົດໝາຍຊຶ່ງເນື້ອໃນຕົ້ນຕໍໃນການປັບປຸງຮ່າງກົດໝາຍສະບັບປັບປຸງໃໝ່ໃນຄັ້ງນີ້ປະກອບມີ XV ພາກ 16 ໝວດ ແລະ 202 ມາດຕາທຽບກັບກົດໝາຍສະບັບປະຈຸບັນແມ່ນມີ XIII ພາກ, 16 ໝວດ ແລະ173 ມາດຕາ.

ໃນໄລຍະຜ່ານມາການຄຸ້ມຄອງການເຄື່ອນໄຫວວຽກງານຫຼັກຊັບໃນໄລຍະຕົ້ນ, ລັດຖະບານໄດ້ອອກດໍາລັດວ່າດ້ວຍຫຼັກຊັບ ແລະຕະຫຼາດຫຼັກຊັບໃນເດືອນພຶດສະພາ 2010 ແລະ ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າຍັງບໍ່ສາມາດຕອບສະໜອງໄດ້ເທົ່າທີ່ຄວນໃນການພັດທະນາວຽກງານຫຼັກຊັບເທົ່າທີ່ຄວນ, 

ສະນັ້ນມາຮອດທ້າຍປີ 2012 ຈຶ່ງໄດ້ຍົກດໍາລັດສະບັບດັ່ງກ່າວຂຶ້ນເປັນກົດໝາຍວ່າດ້ວຍຫຼັກຊັບຊຶ່ງຮັບຮອງຈາກສະພາແຫ່ງຊາດຕາມມະຕິຕົກລົງສະບັບເລກທີ 033/ສພຊ, ລົງວັນທີ 10 ທັນວາ 2012 ແລະ ປະທານປະເທດໄດ້ອອກລັດຖະດໍາລັດປະກາດໃຊ້ສະບັບເລກທີ 027/ປປທ, ລົງວັນທີ 17 ມັງກອນ 2013 ຊຶ່ງກົດໝາຍສະບັບດັ່ງກ່າວໄດ້ກາຍ ເປັນເຄື່ອງມື ແລະບ່ອນອີງທີ່ສໍາຄັນໃຫ້ແກ່ການຄຸ້ມຄອງການເຄື່ອນໄຫວວຽກງານຫຼັກຊັບໃຫ້ມີການຂະຫຍາຍຕົວເລື້ອຍໆມາ.

ຜ່ານການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວເປັນເວລາ 7 ປີ ໄດ້ອໍານວຍຄວາມສະດວກໃຫ້ແກ່ການລະດົມທຶນໄລຍະຍາວຊຶ່ງປະຈຸບັນມີບໍລິສັດຈົດທະບຽນ 11 ບໍ ລິສັດສາມາດລະດົມທຶນໄດ້ທັງໝົດ 19.190,39 ຕື້ກີບ ຫຼືເທົ່າກັບ 12,59% ຂອງGDP, ມູນຄ່າຕະຫຼາດຂອງຕະຫຼາດຫຼັກຊັບລາວຮອດເດືອນຕຸລາ 2019 ທັງ ໝົດ 9.098,76 ຕື້ກີບ ຫຼືເທົ່າກັບ 1.027,95 ລ້ານໂດລາສະຫະລັດ

(ທຽບໃສ່ກຸ່ມປະເທດ ASEAN ສປປ ລາວ ຢູ່ອັນດັບທີ 8 ຖັດຈາກ ສສ.ຫວຽດນາມ ແລະທຽບໃສ່ກຸ່ມປະເທດCLMV ສປປ ລາວ ຢູ່ອັນດັບທີ 2 ຖັດຈາກ ສສ ຫວຽດນາມ), ມູນຄ່າຕະຫຼາດຫຼັກຊັບຂອງ ສປປ ລາວ ທຽບກັບ GDP 5,67%, ກໍາປູເຈຍ ທຽບກັບ GDP 3%, ມຽນມາທຽບກັບ GDP 0,61% ແລະ ສສ ຫວຽດນາມ ທຽບກັບ GDP 59,16% ສໍາລັບຕະຫຼາດຫຼັກຊັບໂຮຈີມິນສ່ວນຕະຫຼາດຫຼັກຊັບ ຮ່າໂນຍ ທຽບກັບ GDP 1,42%.

ບັນດາສະຖາບັນສື່ກາງດ້ານຫຼັກຊັບໄດ້ເພີ່ມຂຶ້ນຖ້າທຽບໃສ່ເມື່ອກ່ອນຊຶ່ງປະຈຸບັນມີບໍລິສັດຫຼັກຊັບຈໍານວນ 4 ບໍລິສັດ, ຮັບຮອງເອົາທະນາຄານດູແລຊັບສິນ 3 ແຫ່ງ, ຮັບ ຮອງບໍລິສັດກວດສອບ 4 ແຫ່ງ, ຮັບຮອງບໍລິສັດຈັດລໍາດັບຄວາມໜ້າເຊື່ອຖື1 ແຫ່ງ ແລະ ຮັບຮອງເອົາບໍລິສັດປະເມີນມູນຄ່າຊັບສິນ 9 ແຫ່ງເພື່ອໃຫ້ຫົວໜ່ວຍເຫຼົ່ານີ້ສາມາເຂົ້າມາດເຄື່ອນໄຫວໃນຂົງເຂດວຽກງານຫຼັກຊັບ, ມີຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ໃຫ້ຄວາມສົນໃຈ ແລະ ເຂົ້າມາເຄື່ອນໄຫວຊື້ຂາຍຫຼັກຊັບຫຼາຍພໍ ສົມຄວນໂດຍມີຈໍານວນບັນຊີຫຼັກຊັບທັງໝົດ 14.724 ບັນຊີ.

ໃນນັ້ນບັນຊີຫຼັກຊັບທີ່ເປັນຂອງຜູ້ລົງທຶນພາຍໃນ 11.479 ບັນຊີກວມເອົາ 78.22% (ໃນນີ້ປະເພດບຸກຄົນ 11.427 ບັນຊີກວມເອົາ 77.87% ແລະປະເພດສະຖາບັນ 52 ບັນຊີກວມເອົາ 0.35%) ແລະຜູ້ລົງທຶນຕ່າງປະເທດ 3.245 ບັນຊີກວມເອົາ 21.78 % (ໃນນີ້ປະເພດບຸກຄົນ 3.170 ບັນຊີກວມເອົາ 21.28% ແລະປະເພດສະຖາບັນ 75 ບັນຊີກວມເອົາ 0.50%).

ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຫຼັກຊັບໃນຜ່ານມາເຫັນວ່າຍັງມີບາງດ້ານບໍ່ທັນຄ່ອງຕົວ,ບາງເນື້ອໃນບໍ່ທັນຊັດເຈນ,ຮັດກຸມ, ບໍ່ແທດເໝາະຕໍ່ການຂະຫຍາຍຕົວຂອງວຽກງານຫຼັກຊັບ ແລະການເຊື່ອມໂຍງກັບສາກົນເທົ່າທີ່ຄວນ, ການກໍານົດພາລະບົດບາດຕະຫຼາດຫຼັກຊັບ ແລະສູນຮັບຝາກຫຼັກຊັບຍັງມີລັກສະນະກວມລວມພາໃຫ້ການເຄື່ອນໄຫວບໍ່ທັນຄ່ອງຕົວເທົ່າທີ່ຄວນ, ບົດບັນຍັດກ່ຽວກັບການຊື້ຂາຍຫຼັກຊັບຍັງບໍ່ທັນຄົບຖ້ວນພຽງພໍໂດຍສະເພາະບົດບັນຍັດກ່ຽວກັບການລາຍງານ, ການເປີດ ເຜີຍຂໍ້ມູນ ແລະ ການເກັບຮັກສາຂໍ້ມູນບໍ່ທັນລະອຽດຊັດເຈນໃນນີ້ການລາຍງານຂໍ້ມູນກ່ຽວກັບບຸກຄົນພາຍໃນ;

ບົດບັນຍັດກ່ຽວກັບການສືບສວນ-ສອບສວນບໍ່ທັນຮັດກຸມ ແລະສອດຄ່ອງກັບກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະເງື່ອນໄຂຂອງອົງການຄຸ້ມຄອງວຽກງານຫຼັກຊັບສາກົນ (IOSCO) ແລະບັນຫາສຳຄັນທີ່ຕິດພັນອີກຈໍານວນໜຶ່ງ.

ພາຍຫຼັງກົດໝາຍວ່າດ້ວຍຫຼັກຊັບສະບັບປັບປຸງສະບັບນີ້ໄດ້ຖືກຮັບຮອງ ແລະປະກາດໃຊ້ແມ່ນຈະໄດ້ຮັບຜົນດີຫຼາຍດ້ານໂດຍສະເພາະອົງການຄຸ້ມຄອງວຽກງານຫຼັກຊັບຈະມີນິຕິກໍາໃນການຄຸ້ມຄອງ, ຕິດຕາມ ແລະກວດກາການເຄື່ອນໄຫວວຽກງານຫຼັກຊັບໜັກແໜ້ນຂຶ້ນກວ່າເກົ່າມີການເຄື່ອນໄຫວທີ່ມີປະສິດທິພາບ, ໂປ່ງໃສ ແລະ ຍຸຕິທໍາແນ ໃສ່ເຮັດໃຫ້ວຽກງານດັ່ງກ່າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະຍືນຍົງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມດ້ວຍບາດກ້າວທີ່ໜັກແໜ້ນ, ສ້າງ ເງື່ອນໄຂສະດວກໃຫ້ບັນດາບໍລິສັດ ຫຼືຫົວໜ່ວຍທຸລະກິດພາກລັດ ແລະເອກະຊົນສາມາດລະດົມທຶນຜ່ານຕະຫຼາດທຶນ, ຊຸກຍູ້, ສົ່ງເສີມ ແລະອໍານວຍຄວາມສະດວກໃຫ້ແກ່ບຸກຄົນ ແລະນິຕິບຸກຄົນປະກອບສ່ວນລົງທຶນໃນຫຼັກຊັບໃຫ້ຫຼາຍຂຶ້ນ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ລົງທຶນທັງພາຍໃນ ແລະຕ່າງປະເທດພ້ອມທັງເປັນການດຶງດູດໃຫ້ເຂົ້າມາມີສ່ວນຮ່ວມໃນຂົງເຂດວຽກງານຫຼັກຊັບນັບມື້ນັບຫຼາຍຂຶ້ນ; ເອື້ອອໍານວຍໃຫ້ແກ່ການພົວພັນຮ່ວມມືໃນການພັດທະນາວຽກງານຫຼັກຊັບກັບພາກພື້ນ ແລະ ສາກົນໄດ້ດີຂຶ້ນກວ່າເກົ່າໂດຍສະເພາະວຽກງານການເຊື່ອມໂຍງຕະຫຼາດທຶນໃນຂົງເຂດອາຊຽນ.

ຫຼັງຈາກນັ້ນ, ບັນດາ ທ່ານ ສສຊ ກໍ່ໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ເຈາະຈີ້ມ, ຊັກຖາມ, ປະກອບຄໍາຄິດຄໍາເຫັນໃນລັກສະນະສ້າງສັນຢ່າງກົງໄປກົງມາຫຼາຍດ້ານຕໍ່ຮ່າງກົດໝາຍດັ່ງກ່າວ ແລະໄດ້ຮັບການອະທິບາຍ ແລະຊີ້ແຈງບັນຫາຕ່າງໆຈາກຢ່າງລະອຽດສົມຄວນຈາກຄະນະຮັບຜິດຊອບການຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ)

ແລະ ໃນຕອນທ້າຍຂອງການປະຊຸມທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດໄດ້ສັງລວມ ແລະ ມີຄຳເຫັນແນະນຳໃຫ້ຄະນະອະນຸກຳມະການຮ່າງກົດໝາຍດັ່ງກ່າວນຳໄປປັບປຸງແກ້ໄຂເພື່ອເຮັດໃຫ້ຮ່າງເນື້ອໃນກົດໝາຍສະບັບນີ້ອຸດົມສົມບູນຍິ່ງຂຶ້ນ, ຈາກນັ້ນທີ່ປະຊຸມກໍ່ໄດ້ມີການພິຈາລະນາ ແລະລົງຄະແນນສຽງຮັບຮອງເອົາກົດໝາຍດັ່ງກ່າວຢ່າງເປັນເອກະສັນໃນຕອນແລງຂອງວັນທີ 3 ທັນວາ 2019.

ແຫຼ່ງຂໍ້ມູນ: ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.