ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັນທີ 4-5 ທັນວາ 2019 ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະພະແນກການ, ຫ້ອງການ ຂອງແຂວງປະກອບມີ ສະພາປະຊາຊົນແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກກະສິກຳ ແລະ ປ່່າໄມ້, ພະແນກໄປສະນີ ແລະ ສື່ສານໂທລະຄົມມະນາຄົມ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ພະແນກສາທາລະນະສຸກແຂວງ, ໄດ້ເດີນທາງລົງພົບປະຢ້ຽມຢາມປະຊາຊົນ 3 ບ້ານຂອງເມືອງວຽງທອງປະກອບມີ: ບ້ານນາຍາງ, ບ້ານວັງພຽງ ແລະ ບ້ານນ້ຳກູ້, ໂດຍການນໍາພາທາງຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງຯວຽງທອງ, ການລົງມາຢ້ຽມຢາມຄັ້ງນີ້ ທ່ານເຈົ້າແຂວງຍັງໄດ້ນຳເອົາເຄື່ອງນຸ່ງຫົ່ມ, ແນວພັນພືດຜັກ ພ້ອມທັງທີມງານແພດກວດສຸຂະພາບ ແລະ ແຈກຢາໃຫ້ ປະຊາຊົນແຕ່ລະບ້ານນຳດ້ວຍ.​

ສຳລັບ 3 ບ້ານນີ້ແມ່ນຢູ່ຫ່າງໄກຊອກລີກ ເປັນເຂດພູດອຍ ມີເສັ້ນທາງຄົມມະນາຄົມທຽວໄດ້ລະດູດຽວ ບໍ່ມີລະບົບສັນຍານສື່ສານໂທລະສັບ ໃນນັ້ນບາງບ້ານບໍ່ມີໄຟຟ້າ ເປັນຕົ້ນແມ່ນບ້ານນ້ຳກູ້ ແລະ ເປັນບ້ານສຸດທ້າຍຂອງແຂວງບໍລິຄຳໄຊທີ່ບໍ່ທັນໄດ້ໃຊ້ໄຟຟ້າ, ສະນັ້ນ ເພື່ອເປັນການແກ້ໄຂບັນຫາ ແລະ ຕອບສະໜອງໄດ້ຕາມຄຳສະເໜີຂອງປະຊາຊົນ ທ່ານເຈົ້າແຂວງບໍລິຄຳໄຊຈຶ່ງໄດ້ມອບຄວາມຮັບຜິດຊອບໃຫ້ບັນດາພະແນກການກ່ຽວຂ້ອງແກ້ໄຂໂດຍໄວ, ພ້ອມທັງຮີບຮ້ອນລົງມືຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ ເປັນຕົ້ນ ໃນປີ 2020 ຈະມາເຖິງນີ້ ສາມບ້ານນີ້ ຕ້ອງສາມາດນຳໃຊ້ລະບົບການສື່ສານໂທລະສັບໄດ້, ສຳລັບການຂະຫຍາຍຕາຂ່າຍໄຟຟ້າເຂົ້າຫາບ້ານນ້ຳກູ້ຄາດວ່າພາຍໃນເດືອນມີນາ 2020 ແມ່ນໃຫ້ປະຊາຊົນມີໄຟຟ້າໃຊ້ໄດ້ຢ່າງຖາວອນ, ຕໍ່ກັບບັນຫາເສັ້ນທາງການນໍາຂອງແຂວງ ແລະ ພະແນກການກ່ຽວຂ້ອງຈະຈັດຫາງົບປະມານສ້ອມແປງເພື່ອເຮັດໃຫ້ເສັ້ນທາງເຂົ້າຫາບັນດາບ້ານທຽວໄດ້ສະດວກຂຶ້ນກວ່າເກົ່າ.

ເນື່ອງໃນໂອກາດ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ລົງມາຢ້ຽມຢາມ ແລະ ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນຄັ້ງນີ້ ທ່ານຍັງໄດ້ໂອ້ລົມຕໍ່ປະຊາຊົນແຕ່ລະບ້ານນຳອີກ ຊຶ່ງໃນນັ້ນທ່ານໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງແຕ່ລະບ້ານ ຈົ່ງເອົາໃຈ ໃສ່ປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ແລະ ການເປັນໜ້າທີ່ຂອງທຸກຄົນພາຍໃນບ້ານ ເພື່ອຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ ຄວາມບໍ່ສະຫງົບທີ່ອາດຈະເກີດຂຶ້ນພາຍໃນບ້ານ, ຫົວໜ້າຊິງຊາວຂອງແຕ່ລະເຜົ່າຕ້ອງໄດ້ເປັນເຈົ້າການສຶກສາອົບຮົມປະຊາຊົນໃຫ້ປະຕິບັດລະບຽບກົດໝາຍວາງອອກຢ່າງເຂັ້ມງວດ ເອົາໃຈໃສ່ຮັກສາມູນເຊື້ອຄວາມສາມັກຄີປອງດອງ ອັນເປັນປືກແຜ່ນແໜ້ນໜາ ມີຄວາມຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ສືບຕໍ່ເສີມຂະຫຍາຍ ແລະ ປົກປັກຮັກສາວັດ ທະນະທຳ, ຮີດຄອງປະເພນີອັນດີງາມຂອງແຕ່ລະເຜົ່າຄຽງຄູ່ກັບພວກເຮົາຕະຫຼອດໄປ, ເອົາໃຈໃສ່ຕັ້ງໜ້າທຳການຜະລິດກະສິກຳເປັນສິນຄ້າ ເປັນຕົ້ນແມ່ນການປູກ, ການລ້ຽງ ເພື່ອແກ້ໄຂຊີວິດການເປັນຢູ່ກໍ່ຄືການສ້ງເສດຖະກິດຂອງຄອບຄົວໃຫ້ນັບມື້ດີຂຶ້ນເທື່ອລະກ້າວ ແລະ ສາມາດນຳພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນ​ແລະ​ຮູບພາບ​: Lao National Radio​

Hits: 62

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້