ວັນທີ 6 ທັນວາ 2019 ທີ່ ນະຄອນຫຼວງວຽງຈັນ, ການທ່ອງທ່ຽວແຫ່ງປະເທດໄທ ໄດ້ຈັດງານລ້ຽງຂອບໃຈໃຫ້ກັບບັນດາບໍລິສັດຕົວແທນຂາຍປີ້ຍົນ,ບັນດາສື່ມວນຊົນ ທີີ່ໄດ້ເປັນສື່ກາງໃນການໂປຣໂມດໃຫ້ຄົນລາວຮູ້ຈັກແຫຼ່ງທ່ອງທ່ຽວຕ່າງໆພາຍໃນປະເທດໄທ. ເປັນກຽດເຂົ້າຮ່ວມງານໂດຍ ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ທ່ານ ສັນທັນ ກຸນຊອນ ນະອະຍຸດທະຍາ ຮອງຜູ້ວ່າການ ດ້ານການຕະຫຼາດເອເຊຍ ແລະ ປາຊີຟິກໃຕ້, ຕົວແທນຈາກບໍລິສັດທ່ອງທ່ຽວ ແລະ ສື່ມວນຊົນເຂົ້າຮ່ວມຢ່າງອົບອຸ່ນ

ນອກຈາກນີ້, ທ່ານ ສັນທັນ ກຸນຊອນ ນະອະຍຸດທະຍາ ຮອງຜູ້ວ່າການ ດ້ານການຕະຫຼາດເອເຊຍ ແລະ ປາຊີຟິກໃຕ້ ຍັງໄດ້ມອບລາງວັນກຽກຕິຄຸນແກ່ ບໍລິສັດທ່ຽວທ່ອງ,ສາມະຄົມທ່ອງທ່ຽວລາວ ແລະ ສື່ມວນຊົນ ທີ່ໄດ້ເປັນສື່ກາງໃນການປະຊາສຳພັນແຫຼ່ງທ່ອງທ່ຽວພາຍໃນປະເທດໄທ ໃຫ້ແກ່ຄົນລາວຮູ້ຫຼາຍຂຶ້ນ.



ໂດຍປະກອບມີ: ບໍລິສັດ ທຣານເອັກເຟຣກ ຈຳກັດ, ບໍລິສັດ ລິນ ທຣາວເວີ ຈຳກັດ, ບໍລິສັດ ອໍທຣາມ ທຣາວເວີ ຈຳກັດ, ບໍລິສັດ ຈ້ອຍ ທຣາວເວີເຊິວິກ ຈຳກັດ, ບໍລິສັດ ເອັມພີ ທຣາວເວີ ຈຳກັດ, ໂທລະພາບ ທີວີລາວ, ເພສເວົ້າສູ່ກັນຟັງ, RDK group, ໜັງສືພິມວຽງຈັນໃໝ່, BigblueAgency Laos

ທ່ານ ສັນທັນ ກຸນຊອນ ນະອະຍຸດທະຍາ ຮອງຜູ້ວ່າການ ດ້ານການຕະຫຼາດເອເຊຍ ແລະ ປາຊີຟິກໃຕ້ ໄດ້ກ່າວວ່າ: ຂ້າພະເຈົ້າຕິດຕາມອັດຕາການທ່ອງທ່ຽວຂອງຄົນລາວ ໃນປະເທດໄທມາຕະຫຼອດ ແລະ ໃນທີ່ສຸດແມ່ນເກີນເປົ້າໝາຍ 2 ລ້ານຄົນບໍ່ຮອດ 12 ເດືອນ ຖືວ່າເປັນປະຫວັດສາດໃໝ່ຂອງການທ່ອງທ່ຽວລະຫວ່າງສອງປະເທດເລີຍ ເພາະຄົນໄທເອງກໍ່ມາທ່ຽວ ສປປ ລາວຫຼາຍຂຶ້ນ ເຊິ່ງເປັນການເດີນທາງທ່ຽວທ່ອງທັງສອງປະເທດຢ່າງສົມດຸນ ແລະ ສະແດງໃຫ້ເຫັນວ່າໄທ-ລາວ ແມ່ນອ້າຍນ້ອງກັນແທ້. ໃນສ່ວນຂອງຄົນລາວທີ່ໄປທ່ຽວປະເທດໄທ ແມ່ນບໍ່ໄດ້ໄປແຕ່ສະເພາະຈັງຫວັດຊາຍແດນເທົ່ານັ້ນ ແຕ່ເຂົາເຈົ້າໄປທົ່ວປະເທດເລີຍ ທັງເມືອງຫຼັກ ເມືອງຮອງ. ອັນດັບໜື່ງທີ່ມາທ່ຽວໄທ ແມ່ນນັກທ່ອງທ່ຽວຈາກຈີນ, ອັນດັບສອງແມ່ນມາເລເຊຍ ແລະ ລາວແມ່ນຂຶ້ນມາຢູ່ໃນອັນດັບສາມ.

ນອກຈາກນີ້,ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການທີ່ມີນັກທ່ອງທ່ຽວລາວ 2 ລ້ານຄົນ ໄປທ່ຽວປະເທດໄທ ແລະ ມີນັກທ່ອງທ່ຽວໄທ 2 ລ້ານຄົນ ມາທ່ຽວລາວ ກໍ່ຖືວ່າເປັນໂຕເລກທີ່ດີຂອງທັງສອງປະເທດ. ຂ້າພະເຈົ້າເອງກໍ່ຢາກຈະໃຊ້ໂອກາດນີ້ ເປັນການຂອບໃຈທຸກໆພາກສ່ວນທີ່ຊ່ວຍກັນຈົນປະສົບຜົນສຳເລັດໃນຄັ້ງນີ້.



Hits: 17