
ໜິງ ປະວີນາ ຍົງວົງສິດທິ ຕົວແທນສາວລາວຮ່ວມປະກວດ Miss Tourism Metropolitan International 2019 ທີ່ ພະນົມເປັນ ປະເທດ ກໍາປູເຈຍ ໃນລະຫວ່າງວັນທີ 1 – 16 ທັນວາ 2019

ສໍາລັບ ຊຸດປະຈຳຊາດຂອງ ໜິງ ປະວີນາ ຍົງວົງສິດທິ ແມ່ນໄດ້ແຮງບັນດານໃຈມາຈາກຊຸດ: ນາງເເກ້ວ ທີ່ອອກເເບບໂດຍ: ບຸນມີ ບົວເເກ້ວ ແລະ ຕັດຫຍິບໂດຍ: ຫ້ອງເສື້ອຫ້ອງປານເທບ

ເເຮງບັນດານໃຈ ໃນການອອກເເບບຊຸດ ເເມ່ນໄດ້ຈາກການຟ້ອນ ນາງເເກ້ວ ຫລວງພະບາງ ຂອງລາວ ມາເເຕ່ສະໄຫມບູຮານນະການ ໂດຍບັນພະບູລຸດໄດ້ນຳເອົາສາສະຫນາພຸດເຂົ້າມາລາວ ເຊີ່ງໃດ້ຮັບການສືບທອດຈາກ ອະດີດ ຈົນ ຮອດ ປະຈຸບັນ ເເລະ ອີກຢ່າງ ຢາກນຳສະເຫນີຄວາມປານີດອ່ອນຊ້ອຍ ສີມືຂອງປະຊາຊົນລາວໂດຍການໃຊ້ປັກດີ້ງຫລວງພະບາງມາປະກອບໃສ່ຊຸດ ເເລະ ຜ້າໄໜລາບຈົກຄຳມານຳສະເຫນີ ພ້ອມດຽວກັນນັ້ນຊຸດນີ້ຍັງໃດ້ສື່ເຖີງສະຖານບູຮານປະຫັວດສາດ ມໍລະດົກຂອງຊາດລາວ ຄຽງຄູ່ກັບວັດທະນະທຳຮີດຄອງປະເພນີອັນດີງາມ ເເລະ ເອກະລັກຂອງສັດປະຈຳຊາດ ເອກອ້າງໃຫ້ຊາວໂລກຮັບຮູ້ຄວາມເປັນລາວ ຈື່ງນຳມາປະຍຸກໃນການອອກເເບບຄັ້ງນີ້ ອີກດ້ວຍ ປະກວດມື້ສຸດທ້າຍແມ່ນ ວັນທີ 14 ທັນວາ 2019. ຝາກຕິດຕາມເຊຍ ແລະ ໃຫ້ກຳລັງໃຈ ຫນິງ ໂຕແທນສາວລາວນຳກັນຫລາຍໆ


ຂໍ້ມູນ ແລະ ຮູບພາບ: N’ning Pavina – Miss Tourism Metropolitan International Laos 2019
Hits: 4