ໃນວັນທີ ວັນທີ 6/12/19 ທີ່ຜ່ານມາ ທ່ານ ປອ. ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດໍາຣົງ ໃຄ່ຄວນ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ໃນໂອກາດມາດໍາລົງຕໍາແໜ່ງເປັນເອກອັກຄະຣາຊະທູດ ຄົນໃໝ່ ປະຈໍາ ສປປ ລາວ.
ທ່ານ ປອ. ທັນສະໄໝ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງຕີລາຄາສູງ ແລະ ຊົມເຊີຍຕໍ່ ທ່ານ ທ່ານ ດໍາຣົງ ໃຄ່ຄວນ ເນື່ອງໃນໂອກາດມາດໍາລົງດໍາແໜ່ງເປັນເອກອັກຄະຣາຊະທູດຄົນໃໝ່ ປະຈໍາ ສປປ ລາວ ເພື່ອສືບຕໍ່ປະສ່ວນອັນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ 2 ປະເທດ ໃຫ້ມີຄວາມແໜ້ນແຟ້ນ ແລະ ເພີ່ມທະວີຂື້ນໃນທຸກລະດັບ. ໃນໂອກາດດຽວກັນ, ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ເຖິງສະພາບການຮ່ວມມືໃນໄລຍະຜ່ານມາ ລະຫວ່າງສອງຝ່າຍ ລາວ – ໄທ ເຊັ່ນ: ປະຊຸມປຶກສາຫາລືແລກປ່ຽນບົດຮຽນໃນການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມການນຳໃຊ້ ICT, ພັດທະນາການບໍລິການ ແລະ ພື້ນຖານໂຄ່ງລາງ; ວຽກງານນະວັດຕະກຳໄອຊີທີ, ການພັດທະນາ ຫຼັກສູດເຕັກໂນໂລຊີແບບໃໝ່, ກອງປະຊຸມຄະນະກຳມະການ ການຮ່ວມມືດ້ານເຕັກນິກ ວ່າດ້ວຍ ການປະສານງານ ແລະ ການຈັດສັນຄື້ນຄວາມຖີ່ລຽບຕາມຊາຍແດນ ລາວ-ໄທ (JTC) ແລະ ອຶ່ນໆ
ຊຶ່ງຈະເປັນບາດກ້າວໜຶື່ງ ທີ່ເປັນພື້ນຖານ ໃຫ້ແກ່ການຮ່ວມມື ທາງດ້ານການຄຸ້ມຄອງ ວຽກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍ່ຄື ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ລະຫວ່າງ ສອງປະເທດ ເພື່ອຮອງຮັບໃຫ້ແກ່ ການເຊື່ອມໂຍງ ກັບບັນດາປະເທດອາຊຽນ ທັງເປັນການຕອບສະ ໜອງ ໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ໃຫ້ບັນລຸເຖິງເປົ້າໝາຍຍຸດທະສາດ ການພັດທະນາ ທາງດ້ານໂທລະຄົມມະນາຄົມ ແລະ ໄອຊີທີ ໃນການສືບຕໍ່ພັດທະນາການນໍາໃຊ້ ໄອຊີທີ ເຂົ້າໃນທຸກຂະແໜງການໄດ້ຢ່າງມີປະສິດທິພາບ ແລະ ວ່ອງໄວ ອັນເຮັດໃຫ້ເສດຖະກິດຂອງປະເທດ ຂະຫຍາຍໂຕສູງ ແລະ ມີຄວາມຍືນຍົງ.
ໃນຕອນທ້າຍ, ທ່ານ ດໍາຣົງ ໃຄ່ຄວນ ໄດ້ສະແດງຄວາມຂອບໃຈ ແລະ ນັບຖືຢ່າງສູງຕໍ່ ທ່ານ ລັດຖະມົນຕີ ກະຊວງ ປທສ ໃນການຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບໃນຄັ້ງນີ້ ຢ່າງອົບອຸ່ນ, ເປັນກັນເອງ ແລະ ອຳນວຍ ຄວາມສະດວກ ໃນໄລຍະການ ຢ້ຽມຢາມ.
ທີ່ມາ: Media Laos (ຫ້ອງການ, ພະແນກ ເລຂານຸການ-ພິທີການ)
Hits: 6