ວັນທີ 7 ທັນວາ 2019 ເວລາ15:00ນ. ທີ່ ວັດປ່າສະຫວັນພົມດົງຫມາກຄາຍ ເມືອງໄຊທານີ ນະຄອນຫລວງວຽງຈັນໄດ້ເປີດບຸນກັມມະຖານ ເຊິ່ງໄດ້ຮັບເມດຕາຈາກ ພຣະຫຼັກແກ້ວຍານາທິບໍດີ (ປອ ມະຫາເຫວດ ມະເສໄນ) ຮອງປະທານສູນກາງ ອພສ. ອົງຊີ້ນຳວຽກງານ ກຳມາທິການ ເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານ ທົ່ວປະເທດເປັນປະທານໃນພິທີ, ພຣະເຖຣານຸເຖຣະ, ພຣະພິສຸສາມະເນນ ແລະ ຄະນະການນຳເມືອງໄຊທານີ ພ້ອມທັງຜູ້ໃຝ່ບຸນກຸສົນເຂົ້າຮ່ວມ.

ງານບຸນໃນຄັ້ງນີ້ຈະໄດ້ຈັດຂື້ນ ຕັ້ງແຕ່ວັນທີ 7- 15 ທັນວາ 2019 ຂໍນິມົນ/ເຊີນ ຜູ້ທີ່ສົນໃຈປະຕິບັດທັມ ສາມາດເຂົ້າຮ່ວມ ຫລື ສອບຖາມທາງວັດໄດ້ເລີຍ.
ຫຼືຕ້ອງການຮ່ວມເປັນເຈົ້າພາບຖວາຍໂຮງທານ ນ້ຳປານະ ກໍ່ຮຽນເຊີນເດີ
ຂໍ້ມູນ ແລະ ຮູບພາບ: ເຜີຍແຜ່ສີລະທັມ ແລະ ປະຕິບັດກໍາມະຖານ
Hits: 3