ໃນສອງອາທິດນີ້, ອາກາດທົ່ວປະເທດແມ່ນເຢັນລົງຫຼາຍ ໂດຍສະເພາະເຂດແຂວງທາງພາກເໜືອ ເປັນຕົ້ນແມ່ນ ແຂວງຫົວພັນ,ແຂວງຊຽງຂວາງ, ແຂວງຜົ້ງສາລີ ແລະ ອື່ນໆແມ່ນອຸນຫະພູມຫຼຸດລົງຕໍ່າສຸດ 0 ອົງສາ ແລະ ເຮັດໃຫ້ນໍ້າກ້າມໃນຫຼາຍເຂດ

ວັນທີ 10 ທັນວາ 2019, ແຟນເພສ Lao Farmer network ໄດ້ເຜີຍແຜ່ເລື່ອງລາວຂອງ ປະຊາຊົນທີ່ ບ້ານຫອຍ ແຂວງຊຽງຂວາງ ທີ່ກຳລັງໄດ້ຮັບຜົນກະທົບຈາກໄພໜາວວ່າ:
ຊາວສວນບ້ານຫອຍ, ແຂວງຊຽງຂວາງ ກຳລັງພົບກັບບັນຫາຈາກອາກາດໜາວຄັ້ງນີ້ ນ້ຳກ້າມລົງ 2 ມື້ແລ້ວ ໃບຜັກທີ່ປູກກໍ່ເລີ່ມຊ້ຳແລ້ວ ແລະ ຕົ້ນໝາກເຂືອຕາຍໝົດບໍ່ສາມາດເກັບຜົນຜະລິດໄດ້.



Hits: 3