Thursday, May 15, 2025
Kbank Laos โอน รับ จ่าย

ການນຳຫຼັກແຫຼ່ງ 8 ແຂວງພາກເໜືອ ເຊື່ອມຊຶມການຄົ້ນຄວ້າແນວຄິດ ໄກສອນພົມວິຫານ

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໃຫ້ແກ່ພະນັກງານຫຼັກແຫຼ່ງ 8 ແຂວງພາກເໜືອຂຶ້ນ ຢູ່ທີ່ສະໂມສອນໃຫຍ່ຂອງແຂວອຸດົມໄຊ

ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກໍາມະການກົມການເມືອງສູນກາງພັກ, ທີ່ປຶກສາຄະນະບໍລິຫານງານສູນກາງພັກສະໄໝ ທີ X, ຜູ້ຊີ້ນຳວຽກງານຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ທັງເປັນທີ່ປຶກສາຂອງຄະນະຮັບຜິດຊອບສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ຮອງຫົວໜ້າຜູ້ປະຈໍາການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງອຸດົມໄຊ.

ມີບັນດາທ່ານຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ ຈາກ ແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຜົ່ງສາລີ, ຫົວພັນ, ຊຽງຂວາງ, ໄຊຍະບູລີ ແລະ ແຂວງຫຼວງພະບາງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ, ພະນັກງານຄູອາຈານ ແລະນັກສຶກສາໂຮງຮຽນການເມືອງ-ການປົກຄອງແຂວງອຸດົມໄຊ ເຂົ້າຮ່ວມ.

ຈຸດປະສົງໃນການຈັດຕັ້ງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່ເອກະສານທີ່ພົວພັນເຖິງວຽກງານຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ເຊິ່ງລວມມີ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 058/ກມສພ, ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 063/ກມສພ, ລົງວັນທີ 12 ມີນາ 2019 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ,

ບົດແນະນຳໃນການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະ ແຜນການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແຕ່ນີ້ຮອດປີ 2020. ພ້ອມນີ້ຍັງໄດ້ຈັດຝຶກອົບຮົມວິທີວິທະຍາກ່ຽວກັບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ວິທີເກັບກໍາເອກະສານກ່ຽວກັບປະທານ ໄກສອນ ພົມວິຫານຕື່ມອີກ.

ແຫຼ່ງຂໍ້ມູນ: Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້