ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບກຽດເປັນເຈົ້າພາບຈັດໂຄງການສານສໍາພັນມິດຕະພາບ ລາວ-ໄທ ຄັ້ງທີ 16 ໃນລະຫວ່າງວັນທີ 11-13 ທັນວາ 2019 ທີ່ ສະໂມສອນໃຫ່ຍ ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ

ໂດຍມີຈຸດປະສົງເພື່ອ ໃຫ້ນັກສຶກສາທັງລາວ ແລະ ໄທ ໄດ້ແລກປ່ຽນວັດທະນະທຳເຊິ່ງກັນແລະກັນ. ງານດັ່ງກ່າວແມ່ນເກິດຈາກການຮ່ວມມືຂອງມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຂອນແກ່ນ ເພື່ອເປັນການສົ່ງເສີມໃຫ້ນັກສຶກສາໄດ້ມີໂອກາດສະແດງ ແລະ ເຜີຍແຜ່ ສິລະປະວັດທະນາທໍາຂອງທັງສອງປະເທດ ຕະຫຼອດຈົນຮອດວັດທະນະທໍາຈາກປະເທດເພື່ອນບ້ານ ແລະ ມີການເຊີນມະຫາວິທະຍາໄລຕ່າງໆໃນສອງປະເທດເຂົ້າຮ່ວມງານດັ່ງກ່າວ ໂດຍມີການສະຫຼັບກັນເປັນເຈົ້າພາບດັ່ງນີ້:

ຄັ້ງທີ 1 – 3 ປີ 2002- 2004 ມະຫາວິທະຍາໄລຂອນແກ່ນ, ຄັ້ງທີ 4 ປີ 2006 ມະຫາວິທະຍາໄລສຸພານຸວົງ, ຄັ້ງທີ 5 ປີ 2006 ມະຫາວິທະຍາໄລແຫ່ງຊາດລາວ, ຄັ້ງທີ 6 ປີ 2007 ມະຫາວິທະຍາໄລຂອນແກ່ນ, ຄັ້ງທີ 7 ປີ 2008 ມະຫາວິທະຍາໄລຊຽງໃໝ່, ຄັ້ງທີ 8 ປີ 2009 ມະຫາວິທະຍາໄລສຸພານຸວົງ, ຄັ້ງທີ 9 ປີ 2010 ມະຫາວິທະຍາໄລແມ່ໂຈ້, ຄັ້ງທີ 10 ປີ 2011 ມະຫາວິທະຍາໄລມະຫາສະລາຄາມ, ຄັ້ງທີ 11 ປີ 2013 ມະຫາວິທະຍາໄລແມ່ຟ້າຫຼວງ, ຄັ້ງທີ 12 ປີ 2015 ມະຫາວິທະຍາໄລແຫ່ງຊາດລາວ, ຄັ້ງທີ 13 ປີ 2016 ມະຫາວິທະຍາໄລນະເຣສວນ, ຄັ້ງທີ 14 ປີ 2017 ມະຫາວິທະຍາໄລຣາດສະພັດຊຽງໃໝ່, ຄັ້ງທີ 15 ປີ 2018 ມະຫາວິທະຍາໄລຣາດສະພັດຊຽງໃໝ່ ແລະ ຄັ້ງທີ 16 ປະຈຸບັນ ທີ່ ມະຫາວິທະຍາໄລແຫ່ງຊາດ





Hits: 7