ຂໍຂອບໃຈນຳຜູ້ສະໜັບສະໜູນ

ໂຄງການກໍ່ສ້າງເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວຖ້ຳຈອມອອງ ເປັນໂຄງການທີ່ມີຄວາມສຳຄັນໃນການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີ່ມການທ່ອງທ່ຽວພາຍໃນແຂວງອຸດົມໄຊ ມີຄວາມຍາວທັງໝົດ 40 ກິໂລແມັດ ກ້ວາງ 5 ແມັດ ປູຢາງ 2 ຊັ້ນ ມີແລວທາງຜ່ານ 11 ບ້ານ ແລະ ມີອີກຫຼາຍບ້ານໄດ້ຮັບຜົນປະໂຫຍດໃນການຊົມໃຊ້ ສັນຈອນໄປມາແລກປ່ຽນຊື້ຂາຍສິນຄ້າ. ຜ່ານການລົງຕິດຕາມກວດການຈັດຕັ້ງປະຕິບັດໂຄງການໃນກຳນົດສັນຍາແມ່ນ 2 ປີ 3 ເດືອນ ເດືອນ ນັບຕັ້ງແຕ່ເລີ່ມກໍ່ສ້າງມາແຕ່ເດືອນ ທັນວາ 2017 ຮອດ ເດືອນ ພະຈິກ ປີ 2019 ແມ່ນສຳເລັດແລ້ວ  89 ,31% ຂອງໜ້າວຽກທັງໝົດ ຄິດເປັນເງິນມູນຄ່າ   8 ລ້ານກ່ວາ ໂດລາສະຫະລັດ ຖ້າທຽບໃສ່ແຜນກຳນົດການກໍ່ສ້າງແມ່ນຊັກຊ້າກ່ວາແຜນດັດແກ້ໃໝ່ 7,96% ຫຼຶ 2 ເດືອນປາຍ

ສ່ວນໜ້າວຽກທີ່ສຳເລັດແລ້ວມີຄື ປູຢາງເສັ້ນທາງແລ້ວບາງຈຸດ, ກໍ່ຮ່ອງລະບາຍນ້ຳ, ຝັງຫຼັກກັນຕົກໃສ່ເຂດທີ່ມີຄວາມສ່ຽງ, ສຳເລັດການດືງສາຍໄຟແຮງກາງເຂົ້າຫາສະຖານທີ່ທ່ອງທ່ຽງ, ສຳເລັດການກໍ່ສ້າງຮ້ານຂາຍເຄື່ອງທີ່ລະນຶກ, ຫ້ອງຂາຍປີ້ເຂົ້າຊົມ, ຫ້ອງນ້ຳ, ທາງຍ່າງຂຶ້ນຫາຖ້ຳ, ເດີນຈອດລົດຂອງນັກທ່ອງທ່ຽວ. ປະຈຸບັນ ພາກສ່ວນຮັບຜິດຊອບ ກໍ່ຄືບໍລິສັດທີ່ຮັບເໝົາກໍ່ສ້າງ ພວມເລັ່ງແກ້ໄຂວຽກທີ່ຍັງຄ້າງ ເປັນຕົ້ນເສັ້ນທາງຕັດໃໝ່, ຮ່ອງລະບາຍນ້ຳບາງຈຸດ, ເສັ້ນທາງຍ່າງພາຍໃນຖ້ຳ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນຖ້ຳ. ເຂົ້າຮ່ວມກວດກາໂຄງການຄັ້ງນີ້ມີ ທ່ານ ບຸນກວມ ມິດເມືອງໄຊ ຮອງຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ທັງເປັນຫົວໜ້າໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີ່ມການທ່ອງທ່ຽວຂັ້ນແຂວງ ພ້ອມດ້ວຍຜູ້ຕາງໜ້າບໍລິສັດຈິດຈະເລີນກໍ່ສ້າງ ຜູ້ຮັບເໝົາກໍ່ສ້າງໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທີ່ມາ: Lao National radio (ແສງອາທິດ)

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້