ໃນວັນທີ 11 ທັນວາ 2019, ອໍານາດການປົກຄອງ ເມືອງ ພູກູດແຂວງຊຽງຂວາງ ໄດ້ນຳ ເອົາວັດຖຸປັດໄຈເຄື່ອງອຸປະໂພກ- ບໍລິໂພກ (ປະເພດເຂົ້າສານອາ ຫານແຫ້ງ, ຊີ້ນ-ປາ, ພືດຜັກຈຳ ນວນໜຶ່ງ) ລວມມູນຄ່າທັງໝົດ ເກືອບ 10 ລ້ານ ກີບ ທີ່ໄດ້ຈາກ ການປະກອບສ່ວນຂອງພໍ່ແມ່ ປະຊາຊົນບ້ານອ້ອມຂ້າງຈຳນວນ 7 ບ້ານຄື: ບ້ານພູວຽງ, ບ້ານ ພຽງຫຼວງ, ບ້ານຊາຍ, ບ້ານຊອງ, ບ້ານອ່າງ, ບ້ານບົງ ແລະ ບ້ານ ມີໄຊ, ມາຊຸກຍູ້ແກ່ນາຍ ແລະ ພົນ ທະຫານທີ່ເຂົ້າຮ່ວມການຫັດແອບ ແລະ ເຝິກຊ້ອມຮ່ວມລົດຕັງ-ຍານ ເກາະກອງທັບລາວ-ຣັດເຊຍ “ລາໂຣດສ໌ 2019” ໃນລະຫວ່າງ ວັນທີ 10-19 ທັນວາ 2019 ທີ່ ບ້ານແປນ ເມືອງພູກູດ ແຂວງ ຊຽງຂວາງ.

ກ່າວມອບໂດຍ ທ່ານ ນາງ ຈັນທອນ ວິລິວົງ ຮອງປະທານ ສະຫະພັນແມ່ຍິງ ເມືອງພູກູດ ແຂວງຊຽງຂວາງ, ຕາງໜ້າກ່າວ ຮັບໂດຍ ສະຫາຍ ພັນໂທ ເທບ ພະພອນ ຫອມດີ ຮອງຫົວໜ້າ ຫ້ອງການເມືອງ ກົມໃຫຍ່ເສນາ ທິການກອງທັບ ອະນຸກຳມະການ ການເມືອງ ປະຈໍາພາກສະໜາມ ຊ້ອມຮົບລົດຕັງລາວ-ຣັດເຊຍ ລາໂຣດສ໌ 2019, ມີອະນຸກຳ ມະການ, ຄະນະພັກ-ຄະນະບັນ ຊາ, ພະນັກງານ-ນັກຮົບ ແລະ ອຳນາດການປົກຄອງທ້ອງຖິ່ນ ເມືອງພູກູດເຂົ້າຮ່ວມ. ທ່ານ ສໍສະຫວັນ ສິດທິລາດ ເລຂາພັກບ້ານ ນາຍບ້ານໆ ພູວຽງ ເມືອງພູກູດ ແຂວງຊຽງຂວາງ ໄດ້ສະແດງຄວາມຮູ້ພາກພູມໃຈ ແລະ ດີໃຈຫຼາຍທີ່ໄດ້ຮ່ວມກັບອໍາ ນາດການປົກຄອງບ້ານອ້ອມຂ້າງ ເມືອງພູກູດນຳເອົາເຄື່ອງມາປະ ກອບສ່ວນຊຸກຍູ້ກຳລັງແຮງໃຈ ຂອງນາຍ ແລະ ພົນທະຫານກອງ ທັບປະຊາຊົນລາວ ແລະ ກອງທັບ ສະຫະພັນຣັດເຊຍ ທີ່ກຳລັງປະ ຕິບັດໜ້າທີ່ຫັດແອບ ແລະ ຊ້ອມ ຮົບຮ່ວມ ລົດຕັງ-ຍານເກາະ ລາວ-ຣັດເຊຍ ຢູ່ເຂດເມືອງພູກູດ ແຫ່ງນີ້ກໍຄືເຮັດໜ້າທີ່ປົກປ້ອງ ເຂດນໍ້າແດນດິນຂອງປະເທດ ລາວ ແລະ ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ຢູ່ທ່າງທຳມາ-ຄ້າຂາຍມີຄວາມ ສະຫງົບ ແລະ ສະດວກສະບາຍ.
ສະຫາຍ ພັນໂທ ເທບພະພອນ ຫອມດີ ຕາງໜ້າໃຫ້ຄະນະຮັບຜິດຊອບການຫັດແອບຊ້ອມຮົບຮ່ວມ ລັດຕັງ-ຍານເກາະກອງທັບລາວ-ຣັດເຊຍ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາ ຍັງອຳນາດການປົກຄອງທ້ອງ ຖິ່ນ ແລະ ອົງການຈັດຕັ້ງທຸກພາກ ສ່ວນຂອງເມືອງພູກູດ ທີ່ໄດ້ໃຫ້ ຄວາມສຳຄັນ ແລະ ເປັນຫ່ວງ ເປັນໃຍນຳເອົາວັດຖຸປັດໄຈມາ ມອບໃຫ້ ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວທີ່ກຳລັງ ເຮັດການຫັດແອບຊ້ອມຮົບລົດ ຕັງຍານເກາະຮ່ວມກັບກອງທັບ ລັດເຊຍໃນຄັ້ງນີ້ ແລະ ອວຍພອນ ໃຫ້ອຳນາດການປົກຄອງທ້ອງ ຖິ່ນ ແລະ ອົງການຈັດຕັ້ງທຸກພາກ ສ່ວນຂອງເມືອງພູກູດ ຈົ່ງມີສຸຂະ ພາບເຂັ້ມແຂງ, ສືບຕໍ່ໃຫ້ການ ອຸ້ມຊູເບິ່ງແຍງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງກອງທັບກັບປະຊາຊົນຄືປາກັບນໍ້າ.
ທີ່ມາ: Lao people’s Army News
Hits: 8