ຂໍຂອບໃຈນຳຜູ້ສະໜັບສະໜູນ

ໝາກອຶ​ ເປັນພືດລົ້ມລຸ​ ເປັນເຄືອເລືອຕາມພື້ນດິນ ແລະ ມີມືຍືດເກາະ, ເຄືອຍາວ 3-6 ແມັດ ສຳລັບດອກແມ່ນມີທັງດອກຜູ້ ແລະ ແມ່, ໝາກອຶປະສົມຂ້າມຕາມທຳມະຊາດໂດຍອາໃສລົມ ແລະ ແມງໄມ້. ໝາກມີຮູບຮ່າງຂະໜາດແຕກຕ່າງກັນຂື້ນກັບສາຍພັນ. ອາດມີຮູບຮ່າງຕັ້ງແຕ່ກົມແປ້ນຈົນເຖິງຄ້ອນຂ້າງແປ້ນ ຜີວມັກເປັນຕຸ່ມນູນ ແລະ ຍົກເປັນຮ່ອງ ເນື້ອໃນມີສີເຫຼືອງ ຈົນເຖິງເຫຼືອງອົມສົ້ມ ຫຼື ອົມຂຽວ. ແກ່ນມີຮູບຮ່າງຄ້່ໍາຍໄຂ່ແປ, ມີຈຳນວນຫຼາຍ.

ໝາກອຶມີສານຕໍ່ຕ້ານອານຸມູນອິດສະຫຼະ ທີ່ມີສ່ວນໃນການສະລໍໄວ ແລະ ຄວາມແກ່ສະຊາ. ຊ່ວຍຟື້ນບຳລຸງສຸຂະພາບຜີວ, ຊ່ວຍບຳລຸງ ແລະ ຮັກສາສາຍຕາ, ຊ່ວຍເສີມສ້າງລະບົບພູມຄຸ້ມກັນໃນຮ່າງກາຍ, ນໍ້າມັນຈາກແກ່ນໝາກອຶມີສ່ວນຊ່ວຍບຳລຸງປະສາດ, ແກ່ນໝາກອຶຊ່ວຍເຮັດໃຫ້ອາລົມດີ, ມີລິດໃນການຊ່ວຍລົດລະດັບນໍ້າຕານໃນເມັດເລືອດ, ເປັນອາຫານທີ່ເໝາະສຳລັບຜູ້ທີ່ຕ້ອງການຄວບຄຸ່ມນໍ້າໜັກ.

ໝາກອຶມີກົດໂປຣໄບໂອນິດ ຊຶ່ງມີສ່ວນເຮັດໃຫ້ຈຸລັງມະເຮັງອ່ອນແອລົງ, ມີຊ່ວຍສ່ວນປ້ອງກັນ ແລະ ຫຼຸດຄວາມສ່ຽງຈາກການເກີດພະຍາດມະເຮັງ, ມີສ່ວນປ້ອງກັນການເກີດພະຍາດຫຼອດເລືອດຫົວໃຈ ແລະ ພະຍາດຫົວໃຈ, ຊ່ວຍບັນເທົາອາການປວດເມືອຍບໍລິເວນຂໍ້ບັ້ນແອວ, ມີສ່ວນຊ່ວຍປ້ອງກັນພະຍາດຜີວໜັງ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ແກ່ນໝາກອຶ ມີລົດມັນ ຂັບພະຍາດຕົວຕິດ, ຂັບປັດສະວະ, ບຳລຸງຮ່າງກາຍ, ແກ້ພິດປອດບວມ.

ວິທິ​ຕົ້ມນ້ຳໝາກອຶກິນເອງ​ແບບງ່າຍໆ

ສ່ວນປະກອບ​:

  • ໝາກອຶ​ໜື້ງສຸກ
  • ນ້ຳສະອາດ 3 ຖ້ວຍ
  • ນໍ້າຕານຊາຍ

ວິທີເຮັດ​:

  • ໃສ່ໝາກອຶໜື້ງ​ ແລະ​ ນ້ຳ​ ລົງໃນເຄື່ອງປັ່ນ ແລ້ວປັ່ນຈົນເປັນເນື້ອໝາກອຶລະອຽດ,​ ຖອກລົງຜ້າຂາວບາງສະອາດ ເພື່ອ​ຕອງເອົາແຕ່ນໍ້າ
  • ຫຼັງຈາກນັ້ນ,​ ເອົານໍ້າທີ່ໄດ້ມາຂຶ້ນຕົ້ມປານກາງ​ ເຕີມນໍ້າຕານຊາຍ​ ຕົ້ມຈົນນໍ້າຕານ ແລະ​ ນໍ້າໝາກອຶເຂົ້າກັນດີ ຖ້າໄດ້ແລ້ວກໍ່ສາມາດເສີບໄດ້ທັງຮ້ອນ ແລະ​ ເຢັນ​ ແລ້ວແຕ່ຜູ້ມັກ

ຂໍ້ມູນ​ກ່ຽວກັບສັບພະຄຸນຂອງໝາກອຶ: ພາເຂົ້າລາວ

ສູດນໍ້າໝາກອຶ: InsideLaos​

Hits: 14

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້