Sunday, November 9, 2025
Kbank Laos โอน รับ จ่าย

ສຳມະນາກ່ຽວກັບການດຳເນີນທຸລະກິດ ແລະ ສິດທິມະນຸດ

ກະຊວງການຕ່າງປະເທດຮ່ວມ ກັບອົງການສະຫະປະຊາຊາດ ແລະ ສະຖານທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ໄດ້ຈັດ ກອງປະຊຸມສໍາມະນາ ກ່ຽວກັບການດໍາເນີນທຸລະກິດ ແລະ ສິດ ທິມະນຸດ ເພື່ອສະເຫຼີມສະຫຼອງຖະແຫຼງການສິດທິມະນຸດສາກົນຄົບຮອບ 71 ປີ, (ວັນທີ 10/ 12/1948 – 10/12/2019), ຢູ່ທີ່ໂຮງແຮມຄຣາວພຣາຊາ, ນະຄອນຫຼວງວຽງຈັນ.

ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານຄະນະກຳມະການ ແຫ່ງຊາດວ່າດ້ວຍສິດທິມະນຸດ, ມີບັນດາຜູ້ຕາງໜ້າຈາກພາກລັດ, ສະຖານທູດຕ່າງປະເທດ ປະຈຳ ສປປ ລາວ, ພາກທຸລະກິດ, ບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາ ວິທະຍາໄລແຫ່ງຊາດລາວເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ບຸນເກີດ ສັງສົມສັກ ຜູ້ວ່າການອົງການ ປະສານງານອົງການສະຫະປະຊາຊາດ ແລະ ທ່ານທູດອີຢູ, ໄດ້ ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງຖະແຫຼງການສິດທິ ມະນຸດ ເຊິ່ງແມ່ນຖະແຫຼງການສະບັບທຳອິດຂອງໂລກທີ່ຮັບຮູ້ ສິດທິ ແລະ ກຽດສັກສີຂອງມະນຸດ, ເປັນເອກະສານທີ່ສຳຄັນທີ່ບໍ່ ມີຜົນຜູກມັດທາງດ້ານກົດໝາຍ ທີ່ກຳນົດສິດທິທາງດ້ານການ ເມືອງ ແລະ ສິດຂອງພົນລະເມືອງ ແລະ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ, ການຕ້ານຈໍາແນກເຊື້ອຊາດ, ການຕ້ານການຈຳແນກຕໍ່ແມ່ຍິງ, ສິດທິເດັກນ້ອຍ, ສິດທິຂອງຄົນພິການ ແລະ ສິດທິຂອງແຮງງານເຄື່ອນຍ້າຍຂອງປະຊາຊົນໃນໂລກ.

ບົດບາດຄວາມສຳຄັນທີ່ຖະແຫຼງການດັ່ງກ່າວໄດ້ກາຍເປັນເອກະສານພື້ນຖານໃຫ້ແກ່ການພັດທະນາສົນທິສັນຍາດ້ານສິດທິມະນຸດໃນໄລຍະຕໍ່ມາ ແລະ ເຮັດໃຫ້ການປົກ ປ້ອງ ແລະ ສົ່ງເສີມສິດທິມະນຸດ ໃນປັດຈຸບັນໄດ້ຮັບການຈັດຕັ້ງປະຕິບັດຕົວຈິງຢູ່ໃນໂລກ ເວົ້າລວມ, ເວົ້າສະເພາະແມ່ນຢູ່ ສປປ ລາວ ເຊິ່ງຖືວ່າເປັນປະເທດໜຶ່ງທີ່ມີ ຄວາມຄືບໜ້າຫຼາຍດ້ານໃນການ ຈັດຕັ້ງປະຕິບັດພັນທະທາງດ້ານ ສິດທິມະນຸດທີ່ຕິດພັນກັບຖະແຫຼງ ການ ແລະ ການປະຕິບັດພັນທະ ຂອງຕົນພາຍໃຕ້ສົນທິສັນຍາດ້ານ ສິດທິມະນຸດທີ່ ສປປ ລາວ ເປັນ ພາຄີ ລວມທັງຂໍ້ສະເໜີແນະພາຍ ໃຕ້ການທົບທວນປະຈຳໄລຍະ (UPR).

ນອກນີ້, ໃນກອງປະຊຸມຍັງໄດ້ມີການຈັດຕັ້ງການສົນທະນາ ຂອງຄະນະຊ່ຽວຊານທີ່ມາຈາກ ກະຊວງແຜນການ ແລະ ການ ລົງທຶນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກ ອົງການແຮງງານສາກົນທີ່ບາງກອກປະເທດໄທ ແລະ ຜູ້ຕາງ ໜ້າຈາກຫ້ອງການບໍລິສັດໄຟຟ້າເທີນຫີນບູນ ເພື່ອພ້ອມກັນ ສົນທະນາແລກປ່ຽນຄໍາເຫັນ ໃນຫົວຂໍ້ “ການດຳເນີນທຸລະ ກິດ ແລະ ສິດທິມະນຸດ” ເຊິ່ງໃນການສົນທະນາຕາງໜ້າໃຫ້ພາກ ລັດໄດ້ຍົກໃຫ້ເຫັນເຖິງນະໂຍບາຍ, ນິຕິກໍາພາຍໃນຂອງ ສປປ ລາວ, ພາກປະຕິບັດທີ່ດີ, ສິ່ງທ້າທາຍ ແລະ ກາລະໂອກາດ ກ່ຽວກັບການດໍາເນີນທຸລະກິດທີ່ ພົວພັນເຖິງສິດທິມະນຸດໃນປັດຈຸ ບັນ.

ລວມທັງຍົກໃຫ້ເຫັນບົດບາດ ຄວາມສຳຄັນຂອງສິດທິມະນຸດ ຢູ່ໃນການພັດທະນາເສດຖະກິດ ຂອງແຕ່ລະປະເທດ ລວມທັງ ການບັນລຸເປົ້າໝາຍ SDG ໃນ ປີ 2030.

ພິທີສະເຫຼີມສະຫຼອງວັນສິດ ທິມະນຸດຢູ່ ສປປ ລາວ ຄັ້ງນີ້ຍັງ ເປັນການສ້າງໂອກາດໃຫ້ອົງ ການຈັດຕັ້ງຕ່າງໆຂອງພາກລັດ, ພາກທຸລະກິດ, ອົງການຈັດຕັ້ງສາກົນ, ນັກຮຽນນັກສຶກສາ ແລະ ອົງການຈັດຕັ້ງທີ່ມີສ່ວນ ຮ່ວມອື່ນໆໃນສັງຄົມໄດ້ເຂົ້າໃຈ ເຖິງແນວທາງນະໂຍບາຍ ແລະ ນິຕິກໍາຂອງລັດຖະບານໃນການ ດໍາເນີນທຸລະກິດໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ຄວາມຮັບຜິດຊອບຕໍ່ສັງຄົມໂດຍ ລວມ ແລະ ການເຄົາລົບສິດທິມະນຸດຂອງຜູ້ອອກແຮງງານ.

ພ້ອມດຽວກັນນັ້ນ, ກໍເປັນການ ສ້າງຄວາມເຂົ້າໃຈກ່ຽວກັບກົດ ໝາຍສາກົນດ້ານແຮງງານ.

ແຫຼ່ງຂໍ້ມູນ: ໂດຍ: ແສງເດືອນ, Lao Army

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.