ຂໍຂອບໃຈນຳຜູ້ສະໜັບສະໜູນ

ຕາມການລາຍງານຈາກ ທ່ານ ສອນໄຊ ຍົມມະລາ ຮອງຫົວໜ້າລັດວິສາຫະກິດນ້ຳປະປາ ສາຂາແຂວງຫລວງນ້ຳທາ ໄດ້ໃຫ້ຮູ້ໃນວັນທີ 16 ທັນວາ 2019 ນີ້ວ່າ: ໃນກາງເດືອນຕຸລາ 2019 ຜ່ານມາ ໂຮງງານນ້ຳປະປາບ້ານນາເຕີຍ ໄດ້ປະສົບປັນຫານໍ້າເກືອ ໄຫລອອກມາຈາກອຸໂມງມິດຕະພາບລາວ-ຈີນ ສູ່ແມ່ນ້ຳທຸງ ເຮັດໃຫ້ນ້ຳປະປາເຄັມ. ຕໍ່ບັນຫາດັ່ງກ່າວ ຄະນະປະສານງານຂັ້ນແຂວງຈິ່ງໄດ້ສົບທົບກັບລັດວິສາຫະກິດນ້ຳປະປາ, ຄະນະຄຸ້ມຄອງໂຄງການ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດທາງລົດໄຟລາວ-ຈີນ ລົງກວດກາຕົວຈິ່ງຮ່ວມກັນ ແລະ ໄດ້ເຫັນດີເປັນເອກະພາບໃຫ້ກໍ່ສ້າງຫົວງານນ້ຳປະປາບ້ານນາເຕີຍແຫ່ງໃໝ່ ຢູ່ເຂດບ້ານຕີນຕົກ ແລະ ວາງທໍ່ຈຳນວນໜຶ່ງ ເພື່ອແກ້ໄຂບັນຫານ້ຳເຄັມ.

ການກໍ່ສ້າງໂຮງງານນ້ຳປະປາ ບ້ານນາເຕີຍແຫ່ງໃໝ່ນີ້, ລັດວິສາຫະກິດນ້ຳປະປາເປັນຜູ້ອອກ ທຶນກ່ອນ ແລ້ວໂຄງການທາງລົດໄຟ ຈະເປັນຜູ້ໃຊ້ແທນຄືນ ໃນມູນຄ່າ 300 ກວ່າລ້ານກີບ ເພື່ອເຮັດໃຫ້ປະ ຊາຊົນໄດ້ຊົມໃຊ້ນ້ຳທີ່ສະອາດ, ໂຮງງານສາມາດຜະລິດນ້ຳໄດ້ 1.200 ແມັດກ້ອນຕໍ່ມື້ ເຊິ່ງມີປະຊາຊົນ 314 ຄົວເຮືອນທີ່ຊົມໃຊ້ນ້ຳ ເທົ່າກັບ 400 ແມັດກ້ອນຕໍ່ມື້.

ສ່ວນໂຄງການກໍ່ສ້າງທາງລົດໄຟ ກໍໄດ້ມີວິທີການແບບໃໝ່ ໃນການແກ້ໄຂບັນຫານ້ຳເຄັມເຊັ່ນດຽວກັນ ເພື່ອເຮັດແນວໃດໃຫ້ນ້ຳເກືອທີ່ໄຫລອອກຈາກການກໍ່ສ້າງອຸໂມງນັ້ນ ໃຫ້ມີປະລິມານໜ້ອຍທີ່ສຸດ ແລະ ຜ່ານການກວດກາເຫັນວ່າ ນ້ຳເກືອທີ່ໄຫລອອກມາ ມີປະລິມານໜ້ອຍລົງກວ່າເກົ່າ, ຈາກການວັດແທກຕົວຈິງປະລິມານນ້ຳເກືອໃນເມື່ອກ່ອນ 4 ມີລີລິດ/ນ້ຳ 1 ລິດ ມາເປັນ 2 ມີລິລິດ/ນ້ຳ 1 ລິດ ແລ້ວມາຜະລິດເປັນນ້ຳປະປາ ເຫລືອພຽງແຕ່ 0,13 ມີລີລິດ/ນ້ຳ 1 ລິດ ເຊິ່ງເຫັນວ່າຢູ່ໃນເກນມາດຕະຖານຂອງສາກົນ ແລະ ໃນຕໍ່ໜ້າທາງໂຄງການມີແຜນຈະໃຊ້ເຕັກນິກສູງກວ່າເກົ່າ ເຂົ້າໃນການກໍ່ສ້າງອຸໂມງດັ່ງກ່າວ ເພື່ອບໍ່ໃຫ້ມີນ້ຳເກືອໄຫລອອກມາ ແລະ ສົ່ງຜົນກະທົບຕໍ່ສາຍນ້ຳທຸງອີກ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່ມາ: ຂ່າວສານປະເທດລາວ (ກິ່ນນາລົມ ແອ່ນຖ່າຍໄທ)

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້