ໃນວັນທີ 16 ທັນວາ 2019 ຜ່ານມາ ກະຊວງການເງິນ ແລະ ທະນາຄານໂລກ ໄດ້ມີພິທີລົງນາມເຊັນສັນຍາ ການສະໜອງທຶນກູ້ຢືມເພີ່ມ ຈໍານວນ 22.5 ລ້ານໂດລາສະຫະລັດ ໃສ່ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເພື່ອການຫຼຸດຜ່ອນຄວາມທຸກຍາກ ແລະ ພາວະເຕ້ຍເກີນມາດຕະຖານຂອງເດັກ ໃນ 12 ເມືອງບູລິມະສິດຂອງ 4 ແຂວງພາກເໜືອຄື: ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ ເຊິ່ງເຂດດັ່ງກ່າວນີ້ ແມ່ນມີຈຳນວນເດັກນ້ອຍທີ່ຢູ່ໃນພາວະເຕ້ຍເກີນມາດຕະຖານ ແລະ ຄວາມທຸກຍາກສູງ. ໃນພິທີດັ່ງກ່າວ ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີ, ກະຊວງການເງິນ ແລະ ທ່ານ ນິໂກລາ ປອນຕາຣາ, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໄດ້ຮ່ວມກັນລົງນາມສັນຍາດັ່ງກ່າວ.

ການສະໜອງທຶນກູ້ຢືມເພີ່ມ ຊຶ່ງໄດ້ຮັບການອະນຸມັດ ຈາກສະພາບໍລິຫານ ຂອງທະນາຄານໂລກ ໃນວັນທີ 2 ທັນວາ 2019 ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນຍຸດທະສາດດ້ານໂພສະນາການແຫ່ງຊາດ ຂອງລັດຖະບານ ແຫ່ງ ສປປ ລາວ ຊຶ່ງຈະສຸມໃສ່ ພື້ນຖານໂຄງລ່າງ, ການຊ່ວຍເຫຼືອດ້ານໂພຊະນາການ ໃຫ້ແກ່ແມ່ຍິງຖືພາ ແລະ ເດັກອ່ອນ, ແລະກິດຈະກໍາສ້າງລາຍຮັບຕ່າງໆ ໃຫ້ແກ່ກຸ່ມຜະລິດສະບຽງອາຫານຕ່າງໆ ໃນນັ້ນ ທລຍ ຈະຂະຫຍາຍການຈັດຕັ້ງປະຕິບັດ ກິດຈະກໍາເຫຼົ່ານີ້ ໃນຕົ້ນປີ 2020.
ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີ, ກະຊວງການເງິນກ່າວວ່າ: “ການຊ່ວຍເຫຼືອດັ່ງກ່າວ ຈາກທະນາຄານໂລກ ແມ່ນສອດຄ່ອງກັບຄວາມພະຍາຍາມ ຂອງລັດຖະບານລາວ ໃນການລືບລ້າງຄວາມທຸກຍາກ, ການຫຼຸດພົ້ນຈາກສະຖານະພາບການເປັນປະເທດດ້ອຍພັດທະນາ, ການຫຼຸດຜ່ອນພາວະເຕ້ຍເກີນມາດຕະຖານຂອງເດັກ ໃນບາງເມືອງທີ່ທຸກຍາກທີ່ສຸດ ຂອງປະເທດ. ການສະໜັບສະໜູນ ຂອງທະນາຄານໂລກ ຈະຊ່ວຍໃຫ້ຜູ້ໄດ້ຮັບຜົນປະໂຫຍດຕົວຈິງ ໄດ້ຊົມໃຊ້ໂຄງລ່າງຂະໜາດນ້ອຍ ແລະ ຜະລິດຕະພັນ ແລະ ບໍລິໂພກ ສານອາຫານທີ່ຫຼາກຫຼາຍ”.
ຄວາມທຸກຍາກ ຢູ່ ສປປ ລາວ ແມ່ນຫຼຸດລົງ ຈາກ 45 ເປັນ 23 ເປີເຊັນ ໃນລະຫວ່າງ ປີ 1992 ຫາ 2013 ແລະ ຄາດວ່າຈະຫຼຸດລົງຕື່ມອີກ ເປັນ 18 ເປີເຊັນ ໃນປີ 2019. ແຕ່ລະດັບຄວາມທຸກຍາກ ຍັງຖືວ່າສູງຢູ່, ໂດຍສະເພາະ ຢູ່ເຂດຫ່າງໄກສອກຫລີກ ແລະ ໃນກຸ່ມຊົນເຜົ່າຕ່າງໆ.
ອີງຕາມຂໍ້ມູນທີ່ມີ, ພາວະເຕ້ຍເກີນມາດຕະຖານ ຍັງສືບຕໍ່ຢູ່ໃນລະດັບທີ່ສູງຫຼາຍ: ປະມານ 19 ເປີເຊັນ ຂອງພົນລະເມືອງລາວ ແມ່ນຂາດສານອາຫານ ແລະ 33 ເປີເຊັນ ຂອງເດັກນ້ອຍຕ່ຳກວ່າ 5 ປີ ແມ່ນ ຢູ່ໃນພາວະເຕ້ຍເກີນມາດຕະຖານ.
ທີ່ມາ: Lao Youth radio FM 90.0 Mhz
ຂໍ້ມູນ: Prf Fund
Hits: 2