Tuesday, March 18, 2025

10 ວຽກທີ່ລັດຖະບານ ຈະຕ້ອງຮີບຮ້ອນແກ້ໄຂ ໃນປີ 2020

ການຈັດຕັັ້ງປະຕິບັດວຽກງານຂອງລັດຖະບານ ໃນໄລຍະ 9 ເດືອນທີ່ຜ່ານມາ ເຖິງວ່າປະເຊີນຄວາມທ້າທາຍຫຼາຍດ້ານ ແຕ່ກໍຍັງຮັກສາຕົວເລກການເຕີບໂຕທາງເສດຖະກິດໃນລະດັບດີຕໍ່ເນື່ອງ, ການດຸນດ່ຽງລາຍຮັບ – ລາຍ ຈ່າຍພາຍໃນມີທ່າຕັັ້ງໜ້າ, ບັນຫາໜີ້ສິນໂຄງການລົງທຶນຂອງລັດໄດ້ຮັບການແກ້ໄຂ.

ພ້ອມນັ້ນ, ກໍ່ໄດ້ສະໜອງທຶນໃຫ້ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ. ແຕ່ກໍຍັງມີຂໍ້ຄົງຄ້າງຫຼາຍດ້ານທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ໃນປີ 2020.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ຜົນງານທີ່ຍາດມາໄດ້ສະແດງອອກເຖິງຄວາມເອົາໃຈໃສ່, ຄວາມຮັບຜິດຊອບ ແລະ ການປະກອບສ່ວນຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ເຮັດໃຫ້ພວກເຮົາສາມາດຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ແລະ ສ້າງເງື່ອນໄຂໃຫ້ປະເທດຊາດຂອງພວກເຮົາ ສາມາດສືບຕໍ່ພັດທະນາຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ທີສະພາແຫ່ງຊາດໄດ້ຮັບຮອງ.

ເຖິງຢ່າງໃດກໍຕາມ, ລັດຖະບານຕີລາຄາດ້ວຍຄວາມເປັນຈິງ ວ່າພວກເຮົາຍັງມີຂໍ້ຄົງຄ້າງຫຼາຍດ້ານທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ໃນປີ 2020 ເປັນຕົ້ນແມ່ນ:

ການຂະຫຍາຍຕົວຂອງເສດຖະກິດ ( GDP ) ໃນປີ 2019 ບັນລຸພຽງ ປະມານ 6,4% ( ຄາດໝາຍແມ່ນ6,7% ) ແລະ ສະເລ່ຍຕໍ່ຫົວຄົນ ບັນລຸ 2.677 ໂດລາສະຫະລັດ ( ຄາດໝາຍແມ່ນ 2.726 ) ເຊິ່ງສາເຫດສຳຄັນສ່ວນໜຶ່ງແມ່ນຍ້ອນເກີດໄພພິບັດທຳມະຊາດ, ພະຍາດລະບາດ ແລະ ໄພແຫ້ງແລ້ງ. ແຕ່ພ້ອມກັນນັ້ນ, ຂະແໜງການຜະລິດທີ່ເປັນພື້ນຖານໃນການສ້າງຖານລາຍຮັບທີ່ຍືນຍົງ ກໍຍັງບໍ່ທັນຫຼາກຫຼາຍ ແລະ ຍັງບໍ່ປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາ ຈຶ່ງເຮັດໃຫ້ການເຕີບໂຕຂອງເສດຖະກິດຢູ່ໃນຈັງຫວະທີ່ຊ້າລົງກວ່າປີຜ່ານມາ.

ສະມັດຖະພາບຂອງການຜະລິດຍັງບໍ່ທັນສູງ, ຍັງມີລັກສະນະທໍາມະຊາດ ເຮັດໃຫ້ການຜະລິດກະສິກຳປຸງແຕ່ງບໍ່ທັນຂະຫຍາຍຕົວດີ ແລະ ບໍ່ສາມາດແຂ່ງຂັນກັບສິນຄ້ານຳເຂົ້າ ແລະ ສິນຄ້າຂອງປະເທດເພື່ອນບ້ານ ທັງເຮັດໃຫ້ເງິນຕາໄຫຼອອກຕ່າງປະເທດທີ່ບໍ່ສາມາດຄຸ້ມຄອງໄດ້.

ການປັບປຸງລັດວິສາຫະກິດ ເປັນວຽກງານທີ່ລັດຖະບານ ໃຫ້ຄວາມສໍາຄັນ ທັງໄດ້ກໍານົດເປົ້າໝາຍບໍລິສັດທີ່ຈະປັບປຸງຊັດເຈນ ແຕ່ໃນພາກປະຕິບັດຍັງມີຄວາມຄືບໜ້າຊ້າ ຍ້ອນມີບັນຫາສະສົມຊຳເຮື້ອມາດົນ ແຕ່ຊອກຫາຊ່ອງທາງແກ້ໄຂນັ້ນຍັງບໍ່ຕໍ່ເນື່ອງ, ຊັກຊ້າແກ່ຍາວ ແລະ ບາງບໍລິສັດກຳລັງຈົມເລິກເຂົ້າສູ່ ຄວາມວິກິດ.

ການແກ້ໄຂບັນຫາສະພາບແວດລ້ອມ, ຂັ້ນຂອດ ແລະ ຄວາມໂປ່ງໃສໃນການລົງທຶນ ແລະ ດຳເນີນທຸລະກິດຍັງບໍ່ທັນບຸກທະລຸແທ້. ເຖິງແມ່ນວ່າ ທະນາຄານໂລກ ຕີລາຄາວ່າ ພວກເຮົາໄດ້ມີ ຄວາມພະຍາຍາມ ແລະ ໄດ້ປັບປຸງດີຂຶ້ນຫຼາຍດ້ານນິຕິກຳ ແຕ່ພຶດຕິກຳຍັງບໍ່ທັນໄປຕາມໆກັນ ຍັງມີຫຼາຍຕົວຊີ້ວັດຍັງບໍ່ສາມາດແຂ່ງຂັນໄດ້ກັບປະເທດອື່ນໆ ຈຶ່ງພາໃຫ້ອັນດັບຕົວຊີ້ວັດຄວາມຍາກງ່າຍໃນການດຳເນີນທຸລະກິດ ສຳລັບປີ 2020 ຍັງຄົງທີ່. ແຕ່ຖ້າຫາກລົງເລິກເຖິງຕົວຊີ້ວັດແລ້ວເຫັນວ່າ 2 ຕົວຊີ້ວັດ ມີອັນດັບດີຂຶ້ນ​ ແຕ່ອີກ 6 ຕົວຊີ້ວັດ ພັດຖອຍຫຼັງ.

ການປັບປຸງ ແລະ ສົ່ງເສີມການທ່ອງທ່ຽວ ຖືເປັນບຸລິມະສິດທີ່ສໍາຄັນຂອງລັດຖະບານ ທັງໃນປີຜ່ານມາ ແລະ ປີນີ້, ທັງເປັນຂະແໜງເສດຖະກິດ ທີ່ປະເທດເຮົາມີທ່າແຮງບົ່ມຊ້ອນຫຼາຍ, ສາມາດຊຸກຍູ້ການຜະລິດ ແລະ ບໍລິການເພື່ອສົ່ງອອກກັບທີ່ ແລະ ເປັນກຳລັງແຮງສຳຄັນໃນການກະຕຸ້ນເສດຖະກິດ ແຕ່ໃນຕົວຈິງການທ່ອງທ່ຽວຢູ່ປະເທດເຮົາໃນປີນີ້ກໍຍັງບໍ່ທັນຄຶກຄັກ ແລະ ອາດບໍ່ບັນລຸຕາມຄາດໝາຍຈຳນວນນັກທ່ອງທ່ຽວທີ່ວາງໄວ້.

ການເກັບລາຍຮັບຍັງບໍ່ຄົບຖ້ວນ ແລະ ບໍ່ອາດບັນລຸຕາມແຜນການ ຍັງເປັນບັນຫາຕ້ອງແກ້ໄຂຕໍ່ໄປ, ການຄຸ້ມຄອງລາຄາສິນຄ້າຍັງບໍ່ທັນໄດ້ດີ, ການຜະລິດສິນຄ້າພາຍໃນຍັງບໍ່ທັນພົ້ນເດັ່ນ, ການລົງທຶນສ່ວນຫຼາຍແມ່ນເນັ້ນໃສ່ແຕ່ການກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງໂຄງການລົງທຶນຂອງລັດ ເຖິງແມ່ນວ່າໄດ້ປະຕິບັດຕາມຂັ້ນຕອນ ແລະ ລະບຽບການ ແຕ່ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ການຊ່ວຍເຫຼືອ – ກູ້ຢືມຈາກຕ່າງປະເທດ ແລະ ການລົງທຶນຂອງພາກເອກະຊົນຍັງບໍ່ທັນມີປະສິດທິຜົນເທົ່າທີ່ຄວນ.

ສະຖຽນລະພາບທາງດ້ານເງິນຕາ ຍັງບໍ່ທັນໜັກແໜ້ນ ເປັນຕົ້ນສະພາບອັດຕາການແລກປ່ຽນມີການເໜັງຕີງແຮງ; ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຕະຫຼາດ ແລະ ທະນາຄານ ຍັງຍັບຫ່າງຈາກກັນຫຼາຍ ແລະ ບໍ່ທັນຖືກແກ້ໄຂຢ່າງຂາດໂຕ ເຊິ່ງສາເຫດແມ່ນຍ້ອນພື້ນຖານການຜະລິດພາຍໃນຂອງປະເທດບໍ່ເຂັ້ມແຂງ, ນຳເຂົ້າຫຼາຍກວ່າສົ່ງອອກ.

ລະດັບຄັງສໍາຮອງເງິນຕາຕ່າງປະເທດຍັງມີຈໍາກັດ ແລະ ໂຄງປະກອບຂອງຄັງສໍາຮອງເງິນຕາຕ່າງປະເທດຍັງບໍ່ທັນຫຼາກຫຼາຍ; ການຂາດດຸນຊຳລະປົກກະຕິກັບຕ່າງປະເທດ ແລະ ຍອດໜີ້ສິນຕໍ່ຕ່າງປະເທດ ຍັງຢູ່ໃນລະດັບສູງ. ໃນຂະນະທີ່ການນໍາໃຊ້ເງິນຕາຕ່າງປະເທດຢູ່ໃນສັງຄົມຍັງແຜ່ຫຼາຍ ເນື່ອງຈາກສະພາບອັດຕາແລກປ່ຽນເງິນກີບອ່ອນຄ່າ ແລະ ຄວາມຕ້ອງການເງິນຕາ ເພື່ອຊຳລະສະສາງທັງຢູ່ພາຍໃນ ແລະ ຕ່າງປະເທດຍັງສູງ; ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ NPL ສູງກວ່າແຜນການທີ່ກຳນົດ ເນື່ອງຈາກບັນຫາໜີ້ສິນຄຸມເຄືອທີ່ຕິດພັນກັບໂຄງການລົງທຶນ.

ການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຍັງບໍ່ທັນເຂົ້າສູ່ລວງເລິກເທົ່າທີ່ຄວນ, ຄວາມແຕກໂຕນຂອງການພັດທະນາ ລະຫວ່າງ ຕົວເມືອງ ແລະ ຊົນນະບົດ ຍັງຫ່າງກັນຢູ່.

ປາກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນການຫຼິ້ນກິນຟຸມເຟືອຍ, ບັນຫາຢາເສບຕິດ, ການປຸ້ນຈີ້, ຂີ້ລັກງັດແງະ, ອຸບັດເຫດ ແລະ ໄພສັງຄົມອື່ນໆ ເຖິງແມ່ນວ່າໄດ້ເອົາໃຈໃສ່ແກ້ໄຂ ແຕ່ກໍຍັງມີລັກສະນະແຜ່ຫຼາຍ ແລະ ສົ່ງຜົນທາງລົບຕໍ່ສັງຄົມໂດຍສະເພາະແມ່ນໄວໜຸ່ມ.

ແຫຼ່ງຂໍ້ມູນ: ເສດຖະກິດ- ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.