ຂໍຂອບໃຈນຳຜູ້ສະໜັບສະໜູນ

“ພູລິດ ແສນກາງ” ເປັນນັກສຶກສາທີ່ໄດ້ຮັບທຶນຈາກໂຄງການ SCG Sharing the dream ປະຈຸບັນກໍາລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຄະນະວິສະວະກໍາສາດ ພາກວິຊາວິສະວະກໍາບໍ່ແຮ່ ປີທີ່ 3

ຫຼາຍຄົນຮູ້ຈັກ ພູລິດ ແສນກາງ ຜ່ານຮູບເງົາສັ້ນ “ຄວາມໄຝ່ຝັນຂອງເຈົ້າແມ່ນຫຍັງ ?“ ໂດຍໃນຮູບເງົາໄດ້ສະແດງໃຫ້ເຫັນການສູ້ຊິວີດຂອງເດັກນ້ອຍຜູ້ຊາຍຄົນໜຶ່ງ ທີ່ພົບກັບບັນຫາຫຼາຍໆຢ່າງ ແລະ ເຖິງຈະພົບບັນຫາໃນຊິວີດພຽງໃດ ແຕ່ພູລິດກໍ່ບໍ່ເຄີຍຖີ້ມປະການຮຽນ ຈົນໄດ້ມາຮູ້ຈັກກັບທຶນການສຶກສາ ໃນໂຄງການ SCG Sharing the dream ແລະ ໄດ້ຮັບທຶນນັ້ນຕັ້ງແຕ່ຮຽນມັດທະຍົມ ປີທີ 6 ຈົນຮອດ ລະດັບປະລິນຍາຕີ ປະຈຸບັນ

“ຄວາມມຸ້ງໝັ້ນທີ່ເຮັດຕາມຄວາມໃຝ່ຝັນ ຈະເປັນປັດໃຈສູ່ຄວາມສໍາເລັດ”

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ພູລິດ ແສນກາງ ໄດ້ເປີດເຜີຍຄວາມຮູ້ສຶກຂອງຕົນເອງຜ່ານ ອິນໄຊລາວວ່າ: ຂ້າພະເຈົ້າຮູ້ສຶກພູມໃຈຫຼາຍ ທີ່ໄດ້ເປີດເຜີຍເລື່ອງລາວຂອງຕົນເອງ ຜ່ານຮູບເງົາສັ້ນ ເພື່ອເປັນແຮງບັນດານໃຈໃຫ້ທຸກຄົນທີ່ກໍາລັງສູ້ຊິວີດຄຶກັບຂ້າພະເຈົ້າ ແລະ ຮູ້ສຶກດີໃຈ ແລະ ພູມໃຈແທນພໍ່ຕູ້ແມ່ຕູ້ ທີ່ຕົນເອງສາມາດສູ້ຊົນມາຮອດຈຸດນີ້

ນອກຈາກນີ້, ນ້ອງໆທີ່ໄດ້ຮັບທຶນຈາກໂຄງການດັ່ງກ່າວໃນປີນີ້ ກໍ່ໄດ້ມາປືກສາເລື່ອງຕ່າງໆ ໂດຍບາງຄົນກໍ່ເອົາເຮົາເປັນແບບຢ່າງ ແລະ ທີ່ສໍາຄັນແມ່ນນ້ອງໆຈາກໂຮງຮຽນສົມສະຫວ່າງ ທາງອາຈານກໍ່ໄດ້ເອົາເລື່ອງລາວຂອງເຮົາໄປເຜີຍແຜ່ ນ້ອງໆຮຸ່ນນ້ອງກໍ່ດີໃຈທີ່ມີຮຸ່ນອ້າຍໃຫ້ເປັນແບບຢ່າງທີ່ດີ

ສຸດທ້າຍແມ່ນຢາກບອກທຸກຄົນວ່າ: Short time pain, long time pleasure ທີ່ມີຄວາມຫມາຍວ່າ: “ຈົ່ງໃຊ້ເວລາສັ້ນໆເຂົ້າກັບການສືກສາຮ່ຳຮຽນ ເພື່ອເອົາຄວາມຮູ້ຄວາມສາມາດ ແລ້ວໃຊ້ເວລາຍາວໆເພື່ອຄວາມສຸກຂອງຊິວິດ”

ເບິ່ງຮູບເງົາສັ້ນໄດ້ຕາມລິ້ງ: https://www.facebook.com/InsideLaos/videos/1023024404718759/

Hits: 46

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້