ຮອງນາຍົກ ສະເໜີໃຫ້ຮ່ວມກັນແກ້ບັນດາໜີ້ສິນ ແລະ ຊໍາລະໂຄງການລົງທຶນໄປຕາມແຜນທີ່ສະພາຮັບຮອງ

ກະຊວງການເງິນ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ປຶກສາຫາລືວຽກງານແຜນການ – ການເງິນ ປະຈໍາປີ 2019 ແລະ ປະກອບຄຳເຫັນໃສ່ຮ່າງແຜນປີ 2020 ກ່ອນຈະນໍາສະເໜີໃນກອງປະຊຸມລັດຖະບານເປີດກວ້າງທ້າຍປີນີ້ ເພື່ອປັບປຸງວຽກງານການລົງທຶນໃຫ້ມີການຫັນປ່ຽນຢ່າງມີຈຸດສຸມດ້ວຍຄຸນນະພາບໃໝ່ ພ້ອມທັງກ້າວສູ່ລະບົບການຄຸ້ມຄອງການເງິນແຫ່ງລັດຢ່າງເຂັ້ມແຂງ.

ດ້ານຮອງນາຍົກສະເໜີໃຫ້ຮ່ວມກັນແກ້ໄຂບັນດາໜີ້ສິນ ແລະ ການຊໍາລະໜີ້ໂຄງການລົງທຶນໃຫ້ໄປຕາມແຜນທີ່ສະພາຮັບຮອງ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວບາງຕອນສໍາຄັນວ່າ:

ເຖິງວ່າເສດຖະກິດຈະເຕີບໂຕແຕ່ຍັງບໍ່ເປັນໄປຕາມແຜນທີ່ຕັ້ງໄວ້ ເນື່ອງຈາກໂຄງປະກອບເສດຖະກິດຫັນປ່ຽນຊ້າ, ການສົ່ງເສີມການຜະລິດຍັງບໍ່ທັນເຂັ້ມແຂງ ແລະ ສະມັດຖະພາບທາງການຜະລິດຍັງຕໍ່າ, ການສ້າງແຜນພັດທະນາຍັງບໍ່ທັນເຂົ້າສູ່ລວງເລິກ, ສະພາບ ຄວາມຝືດເຄືອງທາງດ້ານງົບປະມານທີ່ສະສົມມາຫຼາຍປີ; ສິ່ງສໍາຄັນໄປ ກວ່ານັ້ນແມ່ນການແກ້ໄຂບັນຫາໜີ້ສິນການລົງທຶນຂອງລັດຍັງມີຄວາມຊັກຊ້າ ບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຕົວຈິງຍ້ອນມີໜີ້ສິນສະສົມຫຼາຍ ແລະ ງົບປະມານຍັງຈໍາກັດ.

ທ່ານກ່າວຕື່ມວ່າ: ສໍາລັບໃນປີ 2020 ລັດຖະບານຈະຕ້ອງສູ້ຊົນເຮັດໃຫ້ ຈີດີພີ ຂະຫຍາຍຕົວ 6,5% ຂຶ້ນໄປ, ສ່ວນແຜນງົບປະມານປີ 2020 ແມ່ນຈະໄດ້ສືບຕໍ່ສູ້ຊົນເກັບລາຍຮັບໃຫ້ໄດ້ 28.997 ຕື້ກີບ ເທົ່າກັບ 16,13% ຂອງຈີດີພີ, ປະຕິບັດລາຍຈ່າຍທັງໝົດ 35.693 ຕື້ກີບ ເທົ່າກັບ 20,08% ຂອງຈີດີພີ, ການຂາດດຸນງົບປະມານ 3,77% ຂອງຈີດີພີ.

ສະນັ້ນ, ຂະແໜງແຜນການ ແລະ ການເງິນ ຈະຕ້ອງໄດ້ພ້ອມກັນປັບປຸງແກ້ໄຂໃຫ້ດີຂຶ້ນກວ່າເກົ່າ ເຊັ່ນ: ປັບປຸງກົນໄກ, ຂອດຂັ້ນ ແລະ ລະບຽບການທາງດ້ານການເງິນໃຫ້ຮັດກຸມກວ່າເກົ່າ ຈຶ່ງຈະສາມາດຟື້ນຕົວ ແລະ ເຂົ້າສູ່ສະພາບປົກກະຕິ; ການປັບປຸງຄວາມຍາກ – ງ່າຍໃນການດໍາເນີນທຸລະກິດ ແລະ ການລົງທຶນຍັງມີຄວາມຊັກຊ້າ ເຮັດໃຫ້ບໍ່ສາມາດດຶງດູດການລົງທຶນຂອງພາກເອກະຊົນທີ່ມີຄຸນນະພາບໄດ້ຕາມທ່າແຮງຕົວຈິງຂອງປະເທດ; ເລັ່ງແກ້ໄຂໜີ້ສິນໂຄງການລົງທຶນຂອງລັດຍັງມີ ຄວາມຊັກຊ້າ ແລະ ບໍ່ຕອບສະໜອງໄດ້ກັບຄວາມຕ້ອງການຕົວຈິງຍ້ອນມີໜີ້ສະສົມຫຼາຍ ແລະ ງົບປະມານຍັງຈໍາກັດ; ການພັດທະນາຊັບພະຍາກອນມະນຸດຍັງບໍ່ທັນຕອບສະໜອງກັບຄວາມຕ້ອງການຂອງໂຄງການໃຫຍ່ທີ່ມີສີມືແຮງງານຈຳເປັນຕ້ອງນໍາໃຊ້ແຮງງານຕ່າງປະເທດ.

ໂອກາດນີ້, ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຂຶ້ນລາຍງານວ່າ: ລັດຖະບານໄດ້ກຳນົດຂອບການລົງທຶນລວມທັງໝົດປີ 2019 ປະມານ 26,80% ຂອງຈີດີພີ ຫຼື ປະມານ 44.347,30 ຕື້ກີບ; ຜ່ານການຈັດຕັ້ງປະຕິບັດສາມາດສັງລວມໄດ້ ດັ່ງນີ້:

ການລົງທຶນຂອງລັດ:

ມາຮອດຕົ້ນເດືອນພະຈິກ 2019 ການຊໍາລະຕົວຈິງ ປະມານ 2.214,72 ຕື້ກີບ ເທົ່າກັບ 50,80% ຂອງແຜນການປີ.

ທຶນຊ່ວຍເຫຼືອເພື່ອການພັດທະນາ ( ODA ):

ໃນໄລຍະ 9 ເດືອນຕົ້ນປີ 2019 ສາມາດປະຕິບັດໄດ້ 5.452,84 ຕື້ກີບ ລວມທັງໂຄງການສະເໜີໃໝ່ ແລະ ສືບຕໍ່ ເທົ່າກັບ 77% ຂອງແຜນການປີ.

ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ:

ມີທັງໝົດຈໍານວນ 1.266 ໂຄງການ ມູນຄ່າ 2.307,91 ລ້ານໂດລາ ຫຼື ປະມານ 20.304,99 ຕື້ກີບເທົ່າກັບ 88,02% ( ມະຕິສະພາ 23.086,13 ຕື້ກີບ ).

ກອງປະຊຸມຄັ້ງນີ້ມີຂຶ້ນໃນວັນທີ 17 ທັນວາ 2019 ໂດຍການເປັນປະທານຮ່ວມຂອງ ທານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ.

ແຫຼ່ງຂໍ້ມູນ: ຂ່າວ: ສົມສະຫວິນ;ຮູບ: ສອນໄຊ, ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...