ສປປ ລາວ ມີດັດຊະນີ ຄວາມແຕກໂຕນ ທາງດ້ານບົດບາດຍິງຊາຍ ໜ້ອຍທີ່ສຸດ ຢູ່ໃນອັນດັບທີ 2 ຂອງອາຊຽນ ແລະ ອັນດັບທີ 43 ຂອງໂລກ ຊຶ່ງຂໍ້ມູນນີ້ ເປີດເຜີຍໂດຍ The World Economic Forum (WEF) ໃນວັນທີ 17/12/2019 ທີ່ຜ່ານມາ. ໃນການຈັດອັນດັບ WEF’s Global Gender Gap Index 2020 ຈາກທັງໝົດ 153 ປະເທດ ໃນທົ່ວໂລກ ໂດຍນໍາໃຊ້ 4 ໂຕຊີ້ວັດ ປະກອບມີ:
- ການມີສ່ວນຮ່ວມ ທາງດ້ານເສດຖະກິດ Economic Participation
- ການໄດ້ຮັບການສຶກສາ Educational Attainment
- ການໄດ້ຮັບສຸຂະພາບ ແລະ ຄວາມຢູ່ລອດ Health and Survival
- ການມີອໍານາດ ທາງການເມືອງ Political Empowerment
ສປປ ລາວ ໄດ້ຮັບຄະແນນ 0.731 ແລະ ຖືກຈັດເປັນອັນດັບທີ່ 43 ຂອງໂລກ, ໂດຍ 3 ປະເທດ ທີ່ມີອັນດັບຄວາມແຕກໂຕນ ທາງດ້ານບົດບາດຍິງຊາຍໜ້ອຍທີ່ສຸດ ໃນໂລກ ໄດ້ແກ່ 1.Iceland, 2.Norway ແລະ 3.Finland
ສ່ວນການຈັດອັນດັບ ໃນປະເທດ ອາຊຽນ ມີດັ່ງຕໍ່ໄປນີ້:
- ຟິລິປິນ
- ສປປ ລາວ
- ສິງກະໂປ
- ໄທ
- ອິນໂດເນເຊຍ
- ຫວຽດນາມ
- ກໍາປູເຈຍ
- ບຣູໄນ
- ມາເລເຊຍ
- ມຽນມາ
ຂໍ້ມູນ: www3.weforum.org
Hits: 25