Saturday, November 8, 2025
Kbank Laos โอน รับ จ่าย

ໃນທົ່ວປະເທດເກັບກ່ຽວເຂົ້ານາປີໃກ້ສຳເລັດ ນາແຊງຕັ້ງເປົ້າປູກ 90 ພັນເຮັກຕາ

ກະຊວງກະສິກໍາ ແລະ ປ່າໄມ້ ຕັ້ງເປົ້າປູກເຂົ້ານາແຊງໃນລະດູການນີ້ ໃຫ້ໄດ້ 90 ພັນເຮັກຕາ. ຂະນະດຽວກັນຊາວກະສິກອນໃນທົ່ວປະເທດກໍພວມເລັ່ງເກັບກ່ຽວເຂົ້ານາປີ 2019 ເຊິ່ງໃກ້ສຳເລັດແລ້ວ.

ອີງຕາມບົດສະຫຼຸບປະຈໍາເດືອນທັນວາ 2019 ຂອງກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໃຫ້ຮູ້ວ່າ: ການເກັບກ່ຽວມ້ຽນມັດເຂົ້ານາປີ 2019 ສໍາເລັດແລ້ວ 597.113 ເຮັກຕາ ເທົ່າກັບ 77% ຂອງເນື້ອທີ່ປັກດໍາຕົວຈິງ 778.000 ເຮັກຕາ ( ເສຍຫາຍຈາກໄພທໍາມະຊາດ 108.309 ເຮັກຕາ ) ຄາດວ່າຜົນຜະລິດຈະໄດ້ພຽງ 2,91 ລ້ານໂຕນ, ສະມັດຖະພາບ ສະເລ່ຍປະມານ 4,3 ໂຕນຕໍ່ເຮັກຕາ.

ບັນຫາທີ່ກະທົບຕໍ່ການຜະລິດລະດູຝົນປີນີ້ ໂດຍສະເພາະນາປີແມ່ນບັນຫານໍ້າຖ້ວມ, ດິນເຈື່ອນ ແລະ ສັດຕູພືດທໍາລາຍ.

ຕໍ່ສະພາບການດັ່ງກ່າວ ກະຊວງ ກປ ຈຶ່ງໄດ້ສຸມໃສ່ການຜະລິດເຂົ້ານາປີ 2020 ໃຫ້ໄດ້ 3,5 ລ້ານໂຕນ. ໃນນີ້, ຜະລິດນາແຊງໃຫ້ໄດ້ 90 ພັນເຮັກຕາ ທຽບໃສ່ປີຜ່ານມາ ຫຼຸດລົງ 10 ພັນເຮັກຕາ; ຜະລິດເຂົ້ານາປີໃຫ້ໄດ້ 750.000 ເຮັກຕາ ທຽບໃສ່ປີຜ່ານມາ ຫຼຸດລົງ 1 ແສນເຮັກຕາ ແລະ ຜະລິດເຂົ້າໄຮ່ ໃຫ້ໄດ້ 1 ແສນເຮັກຕາ.

ບົດສະຫຼຸບຍັງໃຫ້ຮູ້ຕື່ມວ່າ: ເພື່ອບັນລຸເປົ້າໝາຍການຜະລິດນາແຊງໃນເນື້ອທີ່ດັ່ງກ່າວ ວຽກງານຊົນລະປະທານກໍຕ້ອງໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງ ປຸກລະດົມປະຊາຊົນໃຫ້ເຂົ້າຮ່ວມໃນການສ້ອມແປງລະບົບຊົນລະປະທານທີ່ເປ່ເພ ແລະ ອະນາໄມລະບົບຄອງເໝືອງ, ອະນາໄມເຄື່ອງຈັກສູບນໍ້າໃຫ້ຢູ່ໃນສະພາບດີ ເພື່ອໃຫ້ສາມາດໃຊ້ງານ ໄດ້. ພ້ອມນີ້, ວຽກງານແນວພັນກໍໄດ້ຕອບສະໜອງແນວພັນເຂົ້ານາແຊງປີນີ້ ແລະ ແນວພັນພືດຈັດສົ່ງໃຫ້ເປົ້າໝາຍການຜະລິດລະດູແລ້ງໃນທົ່ວປະເທດແລ້ວ.

ນອກຈາກນີ້, ຍັງໄດ້ມອບແນວພັນເຂົ້າລຸ້ນ 3 ຈໍານວນ 506 ໂຕນ ໃຫ້ແກ່ 6 ແຂວງ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຄື: ແຂວງຄໍາມ່ວນ 100 ໂຕນ, ສະຫວັນນະເຂດ 123 ໂຕນ, ສາລະວັນ 132 ໂຕນ, ຈໍາປາສັກ 131 ໂຕນ, ເຊກອງ 10 ໂຕນ ແລະ ອັດຕະປື 10 ໂຕນ.

ແຫຼ່ງຂໍ້ມູນ: ຂ່າວ: ເອຢິບ, ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.