ປີ 2020 ລັດຖະບານ ຈະເກັບລາຍຮັບໃຫ້ໄດ້ 28 ພັນຕື້ກວ່າກີບ

ແຜນງົບປະມານແຫ່ງລັດປະຈໍາປີ 2020, ລັດຖະບານວາງຄາດໝາຍສູ້ຊົນການຈັດເກັບລາຍຮັບໃຫ້ໄດ້ທັງໝົດ 28.997 ຕື້ກີບ ເທົ່າກັບ 16,31% ຂອງຈີດີພີ ເພີ່ມຂຶ້ນ 9,4% ຂອງແຜນປີ 2019, ສ່ວນລາຍຈ່າຍຄາດຈະຢູ່ໃນລະດັບ 35.693 ຕື້ກີບ ເທົ່າກັບ 20,08% ຂອງຈີດີພີເພີ່ມຂຶ້ນ 5,8% ທຽບໃສ່ແຜນການປີ 2019 ໃນນີ້ລາຍຈ່າຍບໍລິຫານ 22.818 ຕື້ກີບ ແລະລາຍຈ່າຍການລົງທຶນຂອງລັດ 12.875 ຕື້ກີບ.

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນໄດ້ລາຍງານຕໍ່ກອງປະຊຸມການເງິນທົ່ວປະເທດໃນວັນທີ 16 ທັນວາ ໃຫ້ຮູ້ວ່າ:

ຄາດໝາຍລາຍຮັບງົບປະມານແຫ່ງລັດປະຈໍາປີ 2020 ທັງໝົດ 28.997 ຕື້ກີບ ເທົ່າກັບ 16,31% ຂອງຈີດີພີເພີ່ມຂຶ້ນ 9,4% ຂອງແຜນປີ 2019 ໃນນັ້ນລາຍຮັບຈາກພາສີ ແລະສ່ວຍສາອາກອນ 22.133 ຕື້ກີບ, ລາຍຮັບທີ່ບໍ່ແມ່ນພາສີແລະສ່ວຍສາອາກອນ 4.576 ຕື້ກີບ ແລະ ລາຍຮັບຈາກການຊ່ວຍເຫຼືອລ້າ 2.287 ຕື້ກີບ; ສ່ວນດ້ານລາຍຈ່າຍຄາດຈະຢູ່ໃນລະດັບ 35.693 ຕື້ກີບ ເທົ່າກັບ 20,08% ຂອງຈີດີພີເພີ່ມຂຶ້ນ 5,8% ທຽບໃສ່ແຜນການປີ 2019 ໃນນີ້ ລາຍຈ່າຍບໍລິຫານ 22.818 ຕື້ກີບ ເພີ່ມຂຶ້ນ 2,50% ຫຼື ເທົ່າກັບ 555,62 ຕື້ກີບ ທຽບໃສ່ແຜນການປີຜ່ານມາ ແລະລາຍຈ່າຍການລົງທຶນຂອງລັດ 12.875 ຕື້ກີບ ເພີ່ມຂຶ້ນ 12,22% ເທົ່າ ກັບ 1.401 ຕື້ກີບ ທຽບໃສ່ປີ 2019.

ສໍາລັບລາຍຈ່າຍບໍລິຫານຈໍານວນ 22.818 ຕື້ກີບ ທີ່ເພີ່ມຂຶ້ນ 2,50% ປະກອບມີລາຍຈ່າຍເງິນເດືອນ ແລະເງິນອຸດໜູນ11.500 ຕື້ກີບ ເພີ່ມຂຶ້ນ 450 ຕື້ກີບ, ເງິນນະໂຍບາຍ ແລະຊ່ວຍໜູນ 2.150 ຕື້ກີບ ເພີ່ມຂຶ້ນ 100 ຕື້ກີບ, ຈ່າຍບໍລິຫານກົງຈັກລັດ2.800 ຕື້ກີບ, ຈ່າຍດັດສົມ-ສົ່ງເສີມ 2.110 ຕື້ກີບ ເພີ່ມຂຶ້ນ 140 ຕື້ກີບ, ລາຍຈ່າຍການເງິນ 3.718 ຕື້ກີບເພີ່ມຂຶ້ນ 161 ຕື້ກີບ, ລາຍຈ່າຍຊື້ ໃໝ່ 100 ຕື້ກີບ ຫຼຸດລົງ 20 ຕື້ກີບ ແລະ ລາຍຈ່າຍອື່ນໆ 440 ຕື້ກີບ ເພີ່ມຂຶ້ນ 40 ຕື້ກີບ; ສ່ວນລາຍຈ່າຍການລົງທຶນຂອງລັດ 12.875 ຕື້ກີບ ເພີ່ມຂຶ້ນ 12,22% ມີລາຍຈ່າຍລົງທຶນຕ່າງປະເທດເປັນໂຄງການປະມານ 8.125 ຕື້ກີບ ເພີ່ມຂຶ້ນ 1.011 ຕື້ກີບ ແລະ ຈ່າຍລົງທຶນພາຍໃນ 4.750 ຕື້ກີບ ເພີ່ມຂຶ້ນ 390 ຕື້ກີບ (ລາຍລົງທຶນປົກກະຕິ 2.600 ຕື້ກີບເພີ່ມຂຶ້ນ 150 ຕື້ກີບ ແລະຈ່າຍລົງທຶນອື່ນໆ 2.150 ຕື້ກີບ).

ສະເພາະການຂາດດຸນງົບປະມານຄາດຄະເນປະມານ 6.696 ຕື້ກີບ ຫຼືປະມານ 3,77% ຂອງຈີດີພີ (ຈີດີພີຂະຫຍາຍຕົວປະມານ 6,5%,) ໂດຍລວມແລ້ວການຂາດດຸນຫຼຸດລົງນັ້ນແມ່ນເປັນຕົວເລກໃກ້ຄຽງກັບວິໄສທັດ ແລະຍຸດທະສາດການພັດທະນາຂອງຂະແໜງການເງິນທີ່ລັດຖະບານຮັບຮອງ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...