ຂໍຂອບໃຈນຳຜູ້ສະໜັບສະໜູນ

ນັກສຶກສາ​ລາວ​-ໄທ​ ຫຼາຍກວ່າ​ 100 ຄົນ​ ຈາກ​ 13​ ສະຖາບັນ​ລົງພື້ນ​ທີ່​ ຫຼວງພະບາງ​ ຜະລິດຮູບເງົາສັ້ນ “ອ້ອມກອດຫຼວງພະບາງ​” ສ້າງສັນສິລະປະ​ ແລະ​ ວັດທະນະທຳ​ສອງຝັ່ງຂອງ​ ເຜີຍ​ແຜ່​ວັດທະນະທຳ​ ແລະ​ ຮັດແໜ້ນຄວາມສຳພັນ ລະຫວ່າງປະເທດ ຄົນບັນເທິງ ດາລາ​ ຜູ້ກຳກັບ​ ຮູບເງົາລາວ-ໄທ​

ວັນທີ​ 21​ ທັນວາ​ 2019,​ ທີ່​ ມະຫາວິທະຍາໄລສຸພານຸວົງ​ ໄດ້ຈັດໂຄງການສຳມະນາພາກປະຕິບັດ ການຜະລິດ​ຮູບເງົາ​ສັ້ນ​ ສ້າງສັນສິລະປະ​ ແລະ​ ວັດທະນະທຳ​ສອງຝັ່ງຂອງ ຄັ້ງ​ທີ​ 5 “ອ້ອມກອດຫຼວງພະບາງ”​ ໂດຍການເຂົ້າຮ່ວມຂອງ
ທ່ານ​ ກິດສະຍະພົງ ສິຣິ ປະລັດກະຊວງວັດທະນະທໍາ (ປະເທດໄທ),​ ທ່ານ ຮສ. ວິໄຊ ຈັນສະຫວ່າງ ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ,​ ທ່ານ​ ວິທູນ ສູນດາລາ ຫົວໜ້າກົມຮູບເງົາ,​ ທ່ານ​ ຄຳສຸກ ແກ້ວວົງຊາຍ​ ຮອງຜູ້ອຳນວຍການ ສະຖາບັນ​ວິຈິດ​ສິນ​ຊາດ,​ ທ່ານ​ ບຸຣິນ​ ເປັ່ງດີສະກຸນ ຄະນະບໍດີ​ ຄະນະ​ສິລະປະ​ສາດ​ ມະຫາ​ວິທະຍາໄລ​ຂອນແກ່ນ​

ເຊິ່ງໂຄງການດັ່ງກ່າວຈະໄດ້ນຳເອົານັກສຶກສາ ຈາກ​ 13​ ສະຖາບັນ​ໃນລ່ອງແມ່ນໍ້າຂອງ ເຂົ້າຮ່ວມ​ ແລະ​ ມີທີມຜະລິດຮູບເງົາ​ຈາກ​ ສປປ​ ລາວ​ ຮ່ວມອົບຮົມ​ ຫຼາຍກວ່າ​ 100 ຄົນ​

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນອກຈາກນີ້,​ ນັກສຶກສາແຕ່ລະມະຫາ​ວິທະຍາໄລ​ ຜະລິດ​ຮູບເງົາ​ສັ້ນ​ ໃນເມືອງຫຼວງພະບາງ ຈຳນວນ​ 3 ມື້​ ລະຫວ່າງວັນທີ 20-23​ ທັນວາ​ 2019​ ໂດຍມີນັກສະແດງຈາກຝັ່ງລາວ ແລະ​ ໄທ​ ເປັນນັກສະແດງຮັບເຊີນໃຫ້ແຕ່ລະທີມ ເຊັ່ນ: ແມ່ແດງ ບຸນສິຣິ, ມ່ອນ ຈັນທະຈອນ, ນ້ອງ​ ພຸດທະສອນ​ ສີດາວັນ​ ແລະ​ ອື່ນໆ​ ໂດຍຈະສາຍຮູບເງົາ​ ກາງແປງ ທີ່ເມືອງຫຼວງພະບາງ ໃນວັນທີ​ 23​ ທັນວາ​ 2019​ ນີ້

ຂໍ້ມູນ​ ແລະ​ ຮູບພາບ​: ເວັບໄຊ​ ມະຫາ​ວິທະຍາໄລ​ຂອນແກ່ນ​

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້