
ເມື່ອບໍ່ດົນມານີ້, ຄະນະກຳມະການກວດກາ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງສາລະວັນ ຮ່ວມກັບຂະແໜງການ ກ່ຽວຂ້ອງລົງເຄື່ອນໄຫວສະກັດກັ້ນ ແລະ ກວດຍຶດສິນຄ້າທີ່ຄ້າຍຄືກັນ ຫລື ສິນຄ້າຮຽນແບບເຄື່ອງໝາຍການຄ້າຂອງ ຄູໂບຕາ (Kubota) ປະເພດນໍ້າມັນເຄື່ອງ ແລະ ເຄື່ອງອາໄຫລ ຢູ່ເທສະບານເມືອງສາລະວັນ ແລະ ເມືອງເລົ່າງາມ
ເຊິ່ງເປັນຜະລິດຕະພັນຂອງບໍລິສັດຄູໂບຕາ ທີ່ໄດ້ຈົດທະບຽນເຄື່ອງໝາຍການຄ້າຢ່າງຖືກຕ້ອງຕາມກົດໝາຍ, ແຕ່ເກີດມີ ການນຳໃຊ້ສິນຄ້າທີ່ມີເຄື່ອງໝາຍດັ່ງກ່າວໃນທ້ອງຕະຫລາດ ແລະ ຮ້ານຄ້າຕ່າງໆຢູ່ແຂວງສາລະວັນ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງລິຂະສິດ.
ຜ່ານການລົງເຄື່ອນໄຫວກວດກາ ເຫັນວ່າ:
ຢູ່ເມືອງສາລະວັນ ກວດພົບຈຳນວນ 7 ຮ້ານ, ມີ 11 ລາຍການຄື: ນໍ້າມັນເຄື່ອງ 42 ຕຸກ, ສາຍຄັນເລັ່ງ 46 ເສັ້ນ, ສາຍຄາດ 9 ເສັ້ນ, ດອກວາວ 1 ກັບ, ສາຍພານ 144 ເສັ້ນ, ຫົວສີດ 11 ກັບ, ກາບຄາດ 6 ອັນ, ລູກສູບ 19 ກັບ, ຂອບລູກສູບ 5 ກັບ, ກັນຕອງນໍ້າມັນເຄື່ອງ 8 ອັນ, ລູກບີ 40 ກັບ ລວມມູນຄ່າເກືອບ 12 ລ້ານກີບ.

ສ່ວນຢູ່ເມືອງເລົ່າງາມ ໄດ້ກວດພົບສິນຄ້າປະເພດດັ່ງກ່າວຈຳນວນ 10 ຮ້ານ, ມີ 13 ລາຍການຄື: ສາຍພານ 343 ເສັ້ນ, ກາບເບກ 21 ກັບ, ວາວ 8 ກັບ, ສາຍຄັນເລັ່ງ 22 ເສັ້ນ, ສາຍຄາສ 3 ເສັ້ນ, ນໍ້າມັນເຄື່ອງ 98 ຕຸກ, ຊຸດລູກສູບ 9 ຊຸດ, ຊວງ 3 ກັບ, ລູກບີ 231 ກັບ ແລະ ລາຍການອື່ນໆ.ລວມມູນຄ່າ 20 ລ້ານກວ່າກີບ, ນອກນັ້ນຍັງກວດພົບຈັກສະຕິນຈໍານວນ 6 ເຄື່ອງ ພ້ອມເຄື່ອງອາໄຫລ ອີກຈໍານວນໜຶ່ງ ເຊິ່ງສ່ວນໃຫຍ່ແມ່ນກວດພົບເຫັນຢູ່ຮ້ານຂອງຄົນສັນຊາດຈີນ.
ສໍາລັບສິນຄ້າທີ່ຍຶດໄດ້ທັງໝົດໃນຄັ້ງນີ້ ແມ່ນຈະນໍາໄປທໍາລາຍຖິ້ມໃນຂັ້ນຕໍ່ໄປ ແລະ ໄດ້ມີການສ້າງບົດບັນທຶກຮ່ວມກັນ ລະຫວ່າງ ຄະນະກຳມະການກວດກາ ກັບເຈົ້າຂອງຮ້ານຜູ້ນຳເຂົ້າ, ຜູ້ຈຳໜ່າຍ ເຄື່ອງອາໄຫລ່ຕ່າງໆ ຕື່ມອີກ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ, ຂປລ