ຂໍຂອບໃຈນຳຜູ້ສະໜັບສະໜູນ

ຕາມຂ່າວຈາກເວບໄຊໜັງ ສືພິມຂອງກອງທັບປະຊາຊົນ ຫວຽດນາມ ໃນວັນທີ 20 ທັນວານີ້ວ່າ: ໂດຍປະຕິບັດຕາມແຜນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ສສ ຫວຽດນາມ, ຄະນະຜູ້ແທນທະຫານຂັ້ນສູງກອງທັບປະຊາຊົນລາວນໍາໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງສາທາລະນະ ລັດປະຊາທິປະໄຕ ປະຊາຊົນ ລາວ ໄດ້ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ເພື່ອເຂົ້າຮ່ວມ ພິທີສະເຫຼີມສະຫຼອງຄົບຮອບ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 75 ປີ (22/12/1944 – 22/12/ 2019).

ພິທີຕ້ອນຮັບຄະນະຜູ້ແທນຂັ້ນ ສູງກອງທັບປະຊາຊົນລາວ ໄດ້ຈັດ ຂຶ້ນຢູ່ທີ່ກະຊວງປ້ອງກັນປະເທດ ສສ ຫວຽດນາມ ຢ່າງສົມກຽດ ໂດຍ ສະຫາຍ ພົນເອກ ໂງຊວນ ລິກ ກຳມະການກົມການເມືອງ ສູນກາງພັກຄອມມູນິດຫວຽດ ນາມ, ລັດຖະມົນຕີກະຊວງປ້ອງ ກັນປະເທດ ສສ ຫວຽດນາມ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາ ສູງຕໍ່ການຕອບຮັບການເຊື້ອເຊີນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມຄົບຮອບ 75 ປີ ຂອງ ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ພ້ອມດ້ວຍ ຄະນະ. ພ້ອມທັງຢືນຢັນວ່າ ການ ຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້ແມ່ນມີຄວາມໝາຍ ຄວາມສໍາຄັນຫຼາຍ ຕີລາຄາເຖິງ ໝາກຜົນຂອງການຜັນຂະຫຍາຍ ການຮ່ວມມືໃນ ໄລຍະປີ 2015- 2019 ແລະ ທິດທາງການຮ່ວມ ມືຂອງວຽກງານປ້ອງກັນຊາດ ໃນໄລຍະປີ 2020-2024 ທີ່ຈະ ມາເຖິງ, ເປັນການປະກອບສ່ວນ ຮັດແໜ້ນ ແລະ ເພີ່ມທະວີການ ພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ສອງກອງທັບ ຂອງສອງປະເທດ, ທັງສອງຝ່າຍ ຍັງໄດ້ແລກປ່ຽນ ແລະ ຕີລາຄາ ໝາກຜົນຂອງການຮ່ວມມືລະ ຫວ່າງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ, ຫວຽດນາມ- ລາວ ໃນແຕ່ລະໄລຍະ ແລະ ເຫັນ ດີເປັນເອກະພາບຕໍ່ທິດທາງ ແລະ ເນື້ອໃນການຮ່ວມມືໃນປີ 2020 ແລະ ຊຸມປີໃນຕໍ່ໜ້າຕື່ມອີກ.

ຂໍ້ມູນ ແລະ ຮູບພາບ: Lao people’s Army News

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 61

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້