ຂໍຂອບໃຈນຳຜູ້ສະໜັບສະໜູນ

ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກົມໃຫ່ຍຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ ໄດ້ແຈ້ງໃຫ້ຮູ້ວ່າ: ອັກຄີໄພທີ່ເກີດໃນປີ 2019 ຍັງປະກົດໃຫ້ເຫັນຢູ່ບັນດາ ແຂວງໃຫຍ່ໆ ທີ່ມີປະຊາຊົນອາໄສຢູ່ ເປັນຈໍານວນຫຼາຍ ໂດຍສະເພາະແມ່ນ ຢູ່ນະຄອນຫຼວງວຽງຈັນ, ແຂວງ ສະຫວັນນະເຂດ, ຈຳປາສັກ, ຊຽງຂວາງ, ບໍລິຄຳໄຊ, ຄໍາມ່ວນ ແລະ ຢູ່ແຂວງອື່ນໆຕາມລໍາດັບ.

ທ່ານ ພັັນໂທ ວິລາພອນ ວົງຄຳມຸນຕີ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ສະຫຼຸບຕົວ ເລກອັກຄີໄພທີ່ເກີດຂຶ້ນໃນປີ 2019 ຢູ່ທົ່ວປະເທດ ໃນບໍ່ດົນມານີ້ວ່າ ທົ່ວປະເທດໄດ້ມີອັກຄີໄພເກີດຂຶ້ນທັງໝົດ 197 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ, ບາດເຈັບ 2 ຄົນ, ເຮືອນຖືກໄຟໄໝ້ 240 ຫຼັງ. ນອກນັ້ນຍັງມີວັດວາອາຮາມ, ຮ້ານອາຫານ, ຮ້ານກິນດື່ມ, ຕູບ, ຫໍພັກ, ຮ້ານຂາຍເຄື່ອງ, ໂຮງງານ, ພາຫະນະ ແລະ ອື່ນໆກໍ່ຖືກໄຟໄໝ້ ຈະນວນໝຶ່ງເຊັ່ນກັນ, ເຊິ່ງໄດ້ສ້າງ ຄວາມເສຍຫາຍຫຼາຍກວ່າ 44 ຕື້ກີບ. ສາເຫດທີ່ເກີດອັກຄີໄພດັ່ງກ່າວສ່ວນຫຼາຍແມ່ນເກີດຈາກຄວາມປະມາດ ຂາດສະຕິມີເຖິງ 72 ຄັ້ງ, ຮອງລົງມາແມ່ນໄຟຟ້າລັດວົງຈອນ 64 ຄັ້ງ, 26 ຄັ້ງເກີດຈາກດັງໄຟແຕ່ງກິນ, 24 ຄັ້ງເກີດຈາກການໄຕ້ທູບ-ທຽນ ບູຊາ, 22 ຄັ້ງເກີດຈາກການຈູດຂີ້ ເຫຍື້ອ ແລະ ອື່ນໆ.

ທ່ານ ພັທ ວິລາພອນ ໄດ້ກ່າວຕື່ມວ່າ ນະຄອນຫຼວງວຽງຈັນແມ່ນເກີດອັກຄີໄພຫຼາຍກວ່າໜູ່ຊຶ່ງມີເຖິງ 68 ຄັ້ງ, ມີເຮືອນຖືກໄຟໄໝ້ 38 ຫຼັງ, ຮອງລົງມາແມ່ນ ແຂວງສະຫວັນນະເຂດ ໄດ້ເກີດອັກຄີໄພ 27 ຄັ້ງ ເຮືອນຖືກໄຟໄໝ້ 23 ຫຼັງ, ແຂວງຈໍາປາສັກເກີດ 15 ຄັ້ງ ເຮືອນຖືກໄຟໄໝ້ 34 ຫຼັງ ແລະ ແຂວງອື່ນໆຕາມລໍາດັບ. ສ່ວນແຂວງທີ່ບໍ່ເກີດອັກຄີໄພແມ່ນ ແຂວງ ໄຊສົມບູນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່ມາ: ວຽງຈັນທາຍ​ (ສົມພາວັນ)​

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້