
ວັນທີ 23 ທັນວາ 2019 ນີ້, ໄດ້ຈັດກອງປະຊຸມຄະນະກຳ ມະການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ ຄັ້ງທີ 26 ຂຶ້ນທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍການເປັນປະທານຮ່ວມຝ່າຍລາວ ນຳໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສປປ ລາວ, ປະທານຄະນະກຳມະການຮ່ວມມືຮັກສາຄວາມຮຽບຮ້ອຍຕາມຊາຍແດນທົ່ວ ໄປ ລາວ-ໄທ, ຝ່າຍໄທນຳໂດຍ ທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ ຕ່າງໜ້າລັດຖະມົນຕີວ່າການກະຊວງກະລາໂຫມແຫ່ງຣາຊະອານາຈັກໄທ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫົງບຕາມຊາຍແດນທົ່ວໄປ ໄທ- ລາວ, ພ້ອມດ້ວຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

ໃນວາລະດຳເນີນກອງປະຊຸມທັງສອງຝ່າຍໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນທົບທວນຄືນ ແລະ ຕີລາຄາຜົນຂອງ ການຈັດຕັ້ງປະຕິບັດຕາມບົດບັນທຶກກອງປະຊຸມຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ ລາວ-ໄທ, ໄທ- ລາວ ຄັ້ງທີ 25 ທີ່ ນະຄອນຫຼວງບາງກອກ ຣາຊະອານາຈັກໄທ ໃນລະຫວ່າງວັນທີ 4-7 ທັນວາ 2018 ໂດຍທັງສອງຝ່າຍມີຄວາມຍິນດີໃນການພົວພັນຮ່ວມມືລະດັບລັດຖະບານ, ກອງທັບ ລາວ-ໄທ ໄດ້ຮັບການພັດທະນາໃນຂົງເຂດໃນຂອບຫຼາຍຝ່າຍອາຊຽນ ແລະ ໃນຂອບສອງຝ່າຍມີທ່າຂະຫຍາຍຕົວ ແລະ ດີຂຶ້ນເປັນລຳດັບ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດດ້ານຄວາມໝັ້ນຄົງບໍລິເວນຊາຍແດນ ລາວ-ໄທ ມີຜົນ ສຳເລັດຢ່າງເປັນຮູບປະທຳ ແນໃສ່ເຮັດໃຫ້ຊາຍແດນກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງແທ້ຈິງ

ນອກຈາກນີ້ທັງສອງຝ່າຍຍັງໄດ້ສະແດງຄວາມຍິນດີຕໍ່ຄວາມສຳພັນ ລາວ-ໄທ ທີ່ສະ ແດງອອກໃນຫຼາຍຮູບແບບ, ສືບ ຕໍ່ຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດຕາມບໍລິ ເວນຊາຍແດນທົ່ວໄປ ລາວ-ໄທ ໄດ້ຈັດຕັ້ງຄະນະປະຕິບັດງານ ເພື່ອແກ້ໄຂບັນຫາດັ່ງກ່າວໂດຍ ຝ່າຍລາວໄດ້ແຕ່ງຕັ້ງຕາມເຂດ ປົກຄອງແຂວງຂອງລາວ ຈຳ ນວນ 9 ໜ່ວຍງານ ແລະ ຝ່າຍໄທແຕ່ງຕັ້ງຕາມເຂດປົກຄອງຈັງຫວັດຂອງໄທ ຈຳນວນ 12 ໜ່ວຍງານ ພາຍໃຕ້ຂອບຂອງຄະ ນະອະນຸກຳມະການຮ່ວມມືຮັກ ສາຄວາມສະຫງົບຕາມຊາຍ ແດນທົ່ວໄປ ລາວ-ໄທ, ສືບຕໍ່ການ ຕິດຕໍ່ປະສານງານ ແລະ ແລກ ປ່ຽນຂໍ້ມູນຂ່າວສານລະດັບ ແຂວງ-ຈັງຫວັດ, ກອງບັນຊາ ການທະຫານແຂວງຂອງລາວ ກັບກຳລັງປ້ອງກັນຊາຍແດນ ຂອງໄທ ແລະ ໜ່ວຍງານທີ່ກ່ຽວ ຂ້ອງຂອງທັງສອງຝ່າຍເພື່ອປະ ສານງານ, ຮ່ວມມືໃນການແກ້ ໄຂບັນຫາທີ່ອາດຈະເກີດຂຶ້ນລະ ຫວ່າງ ລາວ-ໄທ ກໍຄືພາຍໃນ ຂອບຂອງອາຊຽນດ້ວຍການ ແລກປ່ຽນຂໍ້ມູນທັດສະນະໃນ ດ້ານຕ່າງໆຢ່າງໃກ້ຊິດ, ຄຽງຄູ່ ກັບການແກ້ໄຂບັນຫາຜູ້ລັກລອບ ເຂົ້າເມືອງແບບຜິດກົດໝາຍ.
ກອງປະຊຸມຍັງໄດ້ຕົກລົງເຫັນດີໃຫ້ສອງຝ່າຍກະກຽມແລກປ່ຽນທາງດ້ານວັດທະນະທຳ ແລະ ການແຂ່ງຂັນກີລາມິດຕະ ພາບຮ່ວມກັນໃນປີ 2020 ໂດຍ ຈັດການແຂ່ງຂັນກີລາເຕະບານ, ກີລາກ໋ອບ ແລະ ສະແດງສິລະປະຮ່ວມກັນ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ,ໄທ-ລາວ ຄົບຮອບ 70 ປີທີ່ຈະມາເຖິງນີ້. ຫຼັງຈາກນັ້ນ ປະທານຮ່ວມສອງຝ່າຍໄດ້ເຊັນບົດບັນທຶກຮ່ວມກັນ ແລະ ກ່າວ ປິດກອງປະຊຸມຢ່າງເປັນທາງ ການດ້ວຍບັນຍາກາດອັນສ້າງ ສັນ, ເຕັມໄປດ້ວຍໄມຕີຈິດມິດຕະ ພາບ, ຄວາມເຂົ້າອົກເຂົ້າໃຈກັນ ຢ່າງເລິກເຊິ່ງ.
ທີ່ມາ: Lao People’s Army News (ຈິດ ເພັດພູທອງ)
Hits: 6