ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ຢັ້ງຢືນຈະເພີ່ມທະວີການກວດກາ ແລະ ຄຸ້ມຄອງບັນດາເຂື່ອນພາຍໃນປະເທດ ໃຫ້ຮັບປະກັນດ້ານຄຸນນະພາບ, ຄວາມປອດໄພ ແລະ ມີປະສິດທິຜົນສູງສຸດ ຊື່ງມາຮອດປະຈຸບັນໃນຈຳນວນ 70 ກວ່າໂຄງການພັດທະນາພະລັງງານໄຟຟ້າທົ່ວປະເທດໄດ້ດຳເນີນກວດກາຄວາມແໜ້ນໜາ ແລະຄວາມປອດໄພຮຽບຮ້ອຍແລ້ວ.

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 2ໃນວັນທີ 19-20 ທັນວານີ້ ຢູ່ທີ່ຫໍປະຊຸມແຫ່ງຊາດວ່າ: ປະຈຸບັນໄດ້ແຕ່ງຕັ້ງຄະນະກຳມະການຄຸ້ມຄອງຄວາມປອດໄພຂອງເຂື່ອນ ປະກອບມີຫລາຍຂະແໜງ ການຮ່ວມກັນຈັດຕັ້ງປະຕິບັດ ແລະຕິດຕາມກວດກາການກໍ່ສ້າງເຂື່ອນ ໂດຍເລີ່ມຕົ້ນຈາກການສຶກສາ, ການອອກແບບລະອຽດ, ຮ່ວມມືກັບສາກົນ ແລະຜູ້ພັດທະນາໂຄງການໃນການກວດກາອອກແບບ, ກວດກາບັນດາເອກະສານໂຄງການ ລວມເຖິງຜູ້ພັດທະນາໂຄງການໃນການກວດກາພາກສະໝາມຢ່າງເປັນລະບົບຄົບຊຸດ ພ້ອມທັງສະເໝີວິທີແກ້ໄຂບັນຫາໃນກໍລະນີທີ່ພົບເຫັນເພື່ອແກ້ໄຂບັນຫາໃຫ້ທັນກັບສະພາບການ ແລະປັບປຸງກົນໄກການຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນໃຫ້ມີຄວາມໜາແໜ້ນແລະຮັບປະກັນຄຸນນະພາບ ແນໃສ່ສ້າງມາດຕະຖານດ້ານຄວາມປອດໄພໃຫ້ຕິດພັນກັບຄວາມຍືນຍົງໃນການພັດທະນາຂະແໜງພະລັງງານໄຟຟ້າຢູ່ລາວ.
ປະຈຸບັນທົ່ວປະເທດມີເຂື່ອນ 73 ແຫ່ງ ມີກຳລັງຕິດຕັ້ງເຖິງ 9.531 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້ຫລາຍກວ່າ 50 ຕື້ກິໂລວັດໂມງຕໍ່ປີ ໃນນີ້ສົ່ງຂາຍໃຫ້ຕ່າງປະເທດເກືອບ 6.000 ເມກາວັດ. ສະເພາະປີນີ້ມີ 12 ເຂື່ອນໄດ້ຮັບການກໍ່ສ້າງສຳເລັດ ແລະສາມາດຜະລິດກະແສໄຟຟ້າໄດ້ແລ້ວ ເປັນຕົ້ນເຂື່ອນໄຟຟ້ານໍ້າຂອງແຂວງໄຊຍະບູລີ, ນໍ້າງຽບ 1 , ເຊປຽນ-ເຊນໍ້ານ້ອຍ, ດອນສະຮົງ ແລະ ແຫລ່ງອື່ນໆ ນອກຈາກນີ້ຍັງມີ 27 ໂຄງການພວມດຳເນີນການກໍ່ສ້າງ ຄາດວ່າຈະໃຫ້ສໍາເລັດໃນປີ 2020 ຫາ 2021.
ທີ່ມາ: Lao National Radio (ຈັນທະສອນ ສີຫານາດ)
Hits: 52