ສະຫຼຸບແຕ່ປີ 2015-2019 ມີ 2.617 ຄະດີ ເກີດຂຶ້ນກ່ຽວກັບຊັບພະຍາກອນປ່າໄມ້, ສັດນໍ້າ ແລະສັດປ່າ

ນັບແຕ່ປີ 2015-2019 ທົ່ວປະເທດມີການກະທໍາຜິດກ່ຽວກັບຊັບພະຍາກອນປ່າໄມ້, ສັດນໍ້າ ແລະສັດປ່າທັງໝົດ 2.617 ກໍລະນີ ໂດຍມີການດໍາເນີນຄະດີສືບສວບ-ສອບສວນທັງໝົດໃນນັ້ນກ່ຽວກັບປ່າໄມ້ເກີດຂຶ້ນຫຼາຍກວ່າໝູ່.

ທ່ານ ທອງພັດ ວົງມະນີ ກ່າວວ່າ:

ການຈັດກອງປະຊຸມໃນຄັ້ງນີ້ເພື່ອປຶກສາຫາລືວຽກງານການດໍາເນີນຄະດີຊັບພະຍາກອນປ່າໄມ້, ສັດນໍ້າ ແລະສັດປ່າໃນໄລຍະຜ່ານມາເປັນຕົ້ນໄດ້ຢຶດຕິການອອກອະນຸຍາດຂຸດຄົ້ນໄມ້ແບບຊະຊາຍ ແລະເຮັດໃຫ້ການເຄື່ອນຍ້າຍຊື້-ຂາຍໄມ້ ທີ່ຜິດກົດໝາຍໄດ້ຫັນເຂົ້າສູ່ກົດໝາຍຢ່າງເຂັ້ມງວດ, ການລັກລອບຂຸດຄົ້ນ, ເຄື່ອນຍ້າຍ, ຊື້-ຂາຍໄມ້ທີ່ຜິດກົດໝາຍມີທ່າອ່ຽງຫຼຸດລົງຍ້ອນຄວາມເອົາໃຈໃສ່ຂອງເຈົ້າໜ້າທີ່ປ່າໄມ້ ແລະພາກສ່ວນທີ່ກ່ຽວຂ້ອງແຕ່ສູນກາງຮອດທ້ອງຖິ່ນ.

ເຄື່ອນໄຫວກວດກາລາດຕະເວນຢ່າງເປັນປົກກະຕິຕາມຄໍາສັ່ງເລກທີ່ 15/ນຍ ແລະມີການໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາກ່ຽວກັບວຽກງານການຄຸ້ມຄອງຊັບພະ ຍາກອນປ່າໄມ້, ສັດນໍ້າ ແລະສັດປ່າຂອງບັນດາຂະແໜງການທີ່ກ່ຽວຂ້ອງໃຫ້ທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະມີສ່ວນຮ່ວມໃນການປະຕິບັດກົດໝາຍ, ພ້ອມທັງການດໍາເນີນຄະດີຂອງເຈົ້າໜ້າທີ່ປ່າໄມ້ໄດ້ຫັນເຂົ້າສູ່ຂະບວນການຍຸຕິທໍາຢ່າງເຂັ້ມງວດ ແລະ ການປະສານສົມທົບລະຫວ່າງອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ດ້ວຍກັນເຫັນວ່າມີການຮ່ວມມືກັນຫຼາຍຂຶ້ນ.

ນອກນັ້ນ, ຍັງສາມາດກັກໄມ້ທ່ອນ, ໄມ້ແປຮູບຈໍານວນ 232.654 ແມັດກ້ອນ ແລະໄມ້ກິ່ງງ່າ, ໄມ້ກະດູດນໍ້າໜັກ 817 ໂຕນ ໃນນີ້ເຈົ້າໜ້າທີ່ປ່າໄມ້ຂັ້ນສູນກາງ ແລະທ້ອງຖິ່ນ ກັກຢຶດໄມ້ໄດ້ 81.325 ແມັດກ້ອນ ແລະ 328 ໂຕນ, ຄະນະສະ ເພາະກິດ 40/ນຍກັກຢຶດໄດ້ 89.329 ແມັດກ້ອນ ແລະ489 ໂຕນ, ຄະນະສະເພາະກິດ 415/ນຍ ກັກຢຶດໄດ້ຈໍານວນ 62.000 ແມັດກ້ອນ, ໃນນັ້ນເດັ່ນກວ່າໝູ່ແມ່ນໄມ້ 27 ຄັນລົດ (ທີ່ແຂວງອັດຕະປື), ໄມ້ 7 ຄັນລົດ (ທີ່ແຂວງຊຽງຂວາງ), ໄມ້ 10 ຄັນລົດ (ທີ່ແຂວງໄຊສົມບູນແລະ ໄມ້ 11 ຄັນລົດ (ທີ່ແຂວງບໍລິຄໍາໄຊ).

ກັກຢຶດສັດປ່າທີ່ມີຊີວິດຢູ່ຈໍານວນ 1.369 ໂຕ ໃນນີ້ມີສັດປ່າຈໍາພວກ ໝີ, ລິງ, ງູ, ເຫີຍ, ເຕົ່າພາຍຫຼັງທີ່ໄດ້ກັກຢຶດແລ້ວກໍ່ໄດ້ທໍາການບົວລະບັດປິ່ນປົວເບື້ອງຕົ້ນແລ້ວນໍາສົ່ງໃຫ້ສວນສັດລ້ຽງໄວ້ ແລະອີກຈໍານວນໜຶ່ງໄດ້ປ່ອຍຄືນສູ່ທໍາມະຊາດ ແລະກັກຢຶດສັດປ່າ, ຊິ້ນສ່ວນສັດ ແລະ ຜະລິດຕະພັນຈາກສັດປາ ນໍ້າໜັກ 13,6 ໂຕນໃນນີ້ມີສັດປ່າ ແລະຊິ້ນສ່ວນສັດປ່າ (ທີ່ຕາຍແລ້ວ) ທັງໝົດ 61 ຊະນິດ, ນໍ້າໜັກ 13,4 ໂຕນ ພ້ອມທັງໄດ້ຈັດພິທີທໍາລາຍ (ອັນເດັ່ນທີ່ສຸດແມ່ນຄະດີເສືອ 3 ໂຕ ຢູ່ແຂວງຄໍາມ່ວນແລະຜະລິດຕະພັນຈາກຊິ້ນສ່ວນສັດທັງໝົດ 217 ກິໂລ(ມີຊະນິດງາຊ້າງ ແລະແຂ້ວຊ້າງ), ກັກຢຶດເຄື່ອງປ່າຂອງດົງຈໍານວນ 38 ຊະນິດນໍ້າໜັກ 168 ໂຕນ.

ມີການກະທໍາຜິດກ່ຽວກັບຊັບພະຍາກອນປ່າໄມ້, ສັດນໍ້າ ແລະ ສັດປ່າທັງໝົດ 2.617 ກໍລະນີ ໃນນີ້ກ່ຽວກັບປ່າໄມ້ 1.618 ກໍລະນີ, ກ່ຽວກັບສັດນໍ້າ ແລະສັດປ່າ 353 ກໍລະນີ, ກ່ຽວກັບເຄື່ອງປາຂອງດົງ 218 ກໍລະນີ, ກ່ຽວກັບທີ່ດິນປ່າໄມ້ 428 ກໍລະນີ, ໄດ້ດໍາເນີນການສືບສວນ-ສອບສວນທັງໝົດ 2.617 ຄະດີ

ໃນນັ້ນກໍາລັງດໍາເນີນການສືບສວນ-ສອບສວນຈໍານວນ 517 ຄະດີ, ສຶກສາອົບຮົມ ແລະແກ້ໄຂທາງບໍລິຫານຈໍານວນ 1.698 ຄະດີ, ໂຈະການດໍາເນີນຄະດີຈໍານວນ 301 ຄະ ດີ, ສົ່ງໄອຍະການຈໍານວນ101 ຄະດີ ແລະ ໄດ້ມີການປັບໃໝຕໍ່ການກະທໍາຜິດຂ້າງເທິງຈໍານວນເງິນທັງໝົດດັ່ງນີ້ ເງິນກີບ 14,6 ຕື້ກີບ, ເງິນບາດໄທ164.274 ບາດ, ເງິນໂດລາ 28,3 ພັນໂດລາ.

ປຫຼ່ງຂໍ້ມູນ: ຂຽນໂດຍ: ວົງມະນີ,ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.