Sunday, November 9, 2025
Kbank Laos โอน รับ จ่าย

ສະຫວັນນະເຂດ ກວດພົບສໍ້ລາດບັງຫຼວງຢູ່ 2 ເມືອງ ເສຍຫາຍມູນຄ່າຫຼາຍຕື້ກີບ

ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງ ແຂວງສະຫວັນນະເຂດ ໄດ້ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 16 ປີ (9 ທັນວາ 2003-9 ທັນວາ 2019) ໂດຍການເປັນກຽດເຂົ້າຮ່ວມ ແລະປາຖະກະຖາເອກະສານວັນດັ່ງກ່າວຂອງທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ປະ ທານກວດກາພັກ-ລັດແຂວງ, ທ່ານ ລຳທອງ ຂອບສີລາວົງ ຮອງປະທານກວດກາພັກແຂວງຈາກນີ້ກໍພະແນກການ, ກົມກອງ, ຂະແໜງການ, ໜ່ວຍງານ ແລະ ພະ ນັກງານລັດຖະກອນທີ່ຮັບຜິດຊອບວຽກງານກວດກາພັກ-ລັດພາຍໃນແຂວງ ແລະນະຄອນໄກສອນ ພົມວິຫານ ເຂົ້າຮ່ວມ.

ໂອກາດນີ້, ທ່ານນາງ ບຸນເຍື້ອນ ທິດພຸດທະວົງ ກໍ່ໄດ້ຍົກໃຫ້ເຫັນເຖິງເງື່ອນໄຂ, ຄວາມຈຳເປັນ ແລະຄວາມສຳຄັນຂອງການສ້າງຕັ້ງວັນຕ້ານການສໍ້ລາດບັງຫຼວງສາກົນ ພ້ອມທັງໄດ້ຍົກໃຫ້ເຫັນເຖິງໄພອັນຕະລາຍຂອງການສໍ້ລາດບັງຫຼວງຊຶ່ງຄຳຂວັນຂອງວັນທີ 9 ທັນວາປີນີ້ຍັງແມ່ນ “ຮ່ວມແຮງຮ່ວມໃຈຕ້ານການສໍ້ລາດບັງຫຼວງ”.

ໃນໜຶ່ງປີຜ່ານມາທົ່ວແຂວງ, ໄດ້ກວດກາປະກົດການຫຍໍ້ທໍ້ ແລະປາກົດການສໍ້ລາດບັງຫຼວງຊຶ່ງກວດກາຕາມຄຳສັ່ງມີ:

ການກວດກາອອກບັດແຮງງານໃຫ້ຄົນຕ່າງປະ ເທດຂອງພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ, ຜ່ານການກວດກາພົບເຫັນການເຮັດບັດແຮງງານນອກລະບົບ 247 ບັດ, ຜົນເສຍຫາຍ 213 ລ້ານກວ່າກີບ, ເກັບກູ້ຄືນໄດ້ 103 ລ້ານກວ່າກີບ, ພົວພັນເຖິງພະນັກງານນຳພາ 10 ຄົນ, ຊຶ່ງປະຈຸບັນຢູ່ໃນຂັ້ນຕອນການພິຈາລະນາແກ້ໄຂຕາມລະບຽບກົດໝາຍ.

ນອກນີ້, ຍັງໄດ້ຕິດຕາມ-ກວດກາປາກົດການຫຍໍ້ທໍ້ທີ່ເປັນພຶດຕິກຳສໍ້ລາດບັງຫຼວງທີ່ເກີດຂຶ້ນ 2 ເມືອງຄື: ການຍັກຍອກຊັບສິນລັດຂອງພະນັກງານການເງິນເມືອງພະລານໄຊຈຳນວນ 2 ຄົນ, ມີຜົນເສຍຫາຍ 297 ລ້ານກວ່າກີບ, ເກັບຄືນໄດ້ 185 ລ້ານກີບ, ຖືກລົງວິໄນຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນຂັ້ນ 3 ມີ 1 ຄົນ ແລະ ຂັ້ນ 4 ມີ 1 ຄົນ;

ເມືອງສອງຄອນກ່ຽວກັບການເອົາເງິນລວມຫ້ອງການໄປນຳໃຊ້ສ່ວນຕົວຈຳນວນ 2 ຄົນ ໃນນີ້ ມີພະນັກງານອາສາສະໝັກ 1 ຄົນ, ຜົນເສຍຫາຍ 567 ລ້ານກວ່າກີບ,

ປະຈຸບັນຍັງຢູ່ໃນຂັ້ນຕອນການພິຈາລະນາປະຕິບັດຕາມລະບຽບກົດໝາຍ,ໄດ້ດຳເນີນການສືບສວນ-ສອບສວນພະນັກງານອາກອນເມືອງໄຊບູລີ 5 ຄົນ ທີ່ຍັກຍອກເງິນຂອງລັດໄປນຳໃຊ້ສ່ວນຕົວເປັນເງິນ 3,3 ຕື້ກວ່າກີບ, ຍັງຄ້າງ 410 ລ້ານກີບ ແລະອື່ນໆ.


ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.