ວັນທີ 17/12/2019, ເວລາ 14:30 ໂມງ ຄອບຄົວ ທ້າວ ສິງພັນ ເພັງສະຫວັດ ຢູ່ບ້ານເມືອງລຽດ ເມືອງວຽງໄຊ ແຂວງຫົວພັນ. ໄດ້ພົບເຫັນພຣະພຸດທະຮູບທອງ ໃນເວລາກໍາລັງຂຸດທາງລົດໄປນາ ໄດ້ພົບເຫັນພຣະ ຈຳນວນ 12 ອົງ, ແຕກຫັກອອກເປັນສ່ວນໆ ສ່ວນໂຕພຣະມີ 12 ອົງ, ສ່ວນຫົວ 6 ຫົວ ແລະ ແທ່ນແຕກຫັກເປັນຫລາຍສ່ວນ.

ວັນທີ 25/12/2019, ເຈົ້າອະທິການວັດ ພ້ອມດ້ວຍການນຳເມືອງ, ອົງການຈັດຕັ້ງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ພາຍໃນບ້ານ ໄດ້ຈັດພິທີ ແຫ່ພຣະພຸດທະຮູບທອງ ແລະ ຖວາຍຫ້ອງນ້ຳຢູ່ວັດ.

ເປັນປະທານໂດຍ: ພຣະຫລັກຄຳສະຫັດສະເກສີມຸນີກາຈານ (ລຳພັນ ບຸນມີໄຊ) ເຈົ້າຄະນະແຂວງຫົວພັນ ພ້ອມດ້ວຍ ຄະນະ ອພສ ເມືອງວຽງໄຊ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ຫລັງຈາກສຳເລັດພິທີຫລັງກ່າວແລ້ວ.
ພຣະອາຈາຣຍ໌ໃຫຍ່ພ້ອມດ້ວຍຄະນະ ການຳເມືອງ, ການນຳບ້ານ ໄດ້ພາກັນໄປເບິ່ງ ຖ້ຳ ພຣະອາຈາຣຍ໌ ອາໄສຢູ່ຕອນສະໄຫມສົງຄາມ ທີ່ບ້ານເມືອງລຽດ ເມືອງວຽງໄຊ ແຂວງຫົວພັນ.
ທີ່ມາ: Art and Culture of Laos (ພຣະອາຈານອິ່ນແກ້ວ ວົງວິໄລທອງ)
Hits: 1