ຂໍຂອບໃຈນຳຜູ້ສະໜັບສະໜູນ

ແຈ້ງການ, ກະຊວງສຶກສາທິການ ແລະ ກິລາ, ເລກທີ 1845/ສສກ, ລົງວັນທີ 25 ທັນວາ 2019

ເຖິງ: ບັນດາທ່ານຜູ້ປົກຄອງນັກຮຽນ-ນັກສຶກສາ ແລະ ປະຊາຊົນລາວທົ່ວປະເທດ

ເລື່ອງ: ການໂຄສະນາເອົານັກຮຽນ-ນັກສຶກສາ ໄປຮຽນຕໍ່ຢູ່ຕ່າງປະເທດຂອງບໍລິສັດ, ກຸ່ມຄົນ ແລະ ອົງການຈັດຕັ້ງຕ່າງໆທີ່ບໍ່ເປັນທາງການ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໃນປັດຈຸບັນ ສັງເກດເຫັນວ່າ ມີບຸກຄົນຜູ້ບໍ່ຫວັງດີໄດ້ເຄື່ອນໄຫວໂຄສະນາ ຜ່ານທາງສື່ມວນຊົນຕ່າງໆ ເຮັດໃຫ້ສັງຄົມ, ພໍ່ແມ່ປະຊາຊົນເກີດຄວາມເຂົ້າໃຈຜິດ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍ່ຄືກະຊວງສຶກສາທິການ ແລະ ກິລາ, ກ່ຽວກັບການໂຄສະນາລະດົມ ຊອກເອົາຄົນໄປຮຽນຕໍ່ຢູ່ຕ່າງປະເທດ ເປັນຕົ້ນແມ່ນ ສປ.ຈີນ, ໂດຍອ້າງວ່າເປັນທຶນຂອງລັດຖະບານ.

ເພື່ອເຮັດໃຫ້ທຸກພາກສ່ວນເຂົ້າໃຈ ແລະ ມີສະຕິຕໍ່ພວກບໍ່ຫວັງດີຕ່າງໆນັ້ນ, ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງທ່ານຜູ້ປົກຄອງນັກຮຽນ-ນັກສຶກສາ ແລະ ປະຊາຊົນລາວທົ່ວປະເທດຊາບວ່າ: ສຳລັບທຶນການສຶກສາຂອງລັດຖະບານ ສປ.ຈີນ ທີ່ໃຫ້ແກ່ລັດຖະບານ ສປປ.ລາວ ໃນສົກຮຽນ 2020-2021 ຝ່າຍຈີນຍັງບໍ່ທັນໄດ້ແຈ້ງເປັນທາງການມາໃຫ້ຝ່າຍລາວເທື່ອ, ແຕ່ມີບາງບໍລິສັດໄດ້ອອກແຈ້ງໂຄສະນາຜ່ານສື່ມວນຊົນໄປແລ້ວ.

ຜ່ານການໄປຕິດຕາມສະພາບຂອງນັກສຶກສາລາວທີ່ຮຽນຢູ່ ສປ.ຈີນ ຂອງກົມກິດຈະການນັກສຶກສາ ເຫັນວ່າມີນັກສຶກສາຈຳນວນຫຼາຍ ຖືກຕົວະເອົາໄປໂດຍຜ່ານທາງບໍລິສັດ ຫຼື ກຸ່ມຄົນທີ່ບໍ່ດີ, ນັກສຶກສາຈຳນວນດັ່ງກ່າວພົບຄວາມຫຍຸ້ງຍາກ ແລະ ມີບັນຫາຫຼາຍ ເປັນຕົ້ນກ່ອນຈະໄປເຂົາໃຫ້ສັນຍາວ່າຈະໄດ້ຮັບທຶນລັດຖະບານ ແຕ່ເມື່ອໄປຮອດແລ້ວບໍ່ໄດ້ຮັບຕາມທີ່ເຂົາໂຄສະນາ ເຮັດໃຫ້ມີນັກສຶກສາຈຳນວນໜຶ່ຶງຈຳເປັນຕ້ອງໄດ້ກັບຄືນປະເທດ ຍ້ອນບໍ່ມີເງິນຈ່າຍຄ່າຮຽນດ້ວຍຕົນເອງ ເພື່ອສືບຕໍ່ຮຽນໃຫ້ຈົບ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານທຸກພາກສ່ວນຈົ່ງມີສະຕິລະວັງຕົວ ຫຼີກເວັ້ນການຖືກຕົວະຈາກຸ່ມຄົນທີ່ບໍ່ຫວັງດີດັ່ງກ່າວ, ກໍລະນີຫາກພົບເຫັນບຸກຄົນທີ່ບໍ່ຫວັງດີດັ່ງກ່າວ ຫຼື ມີບັນຫາອັນໃດທີ່ບໍ່ເຂົ້າໃຈ ຂໍໃຫ້ທ່ານຈົ່ງປະສານ ແລະ ຕິດຕໍ່ໄປຍັງກົມກິດຈະການນັກສຶກສາ, ກະຊວງສຶກສາທິການ ແລະ ກິລາດ່ວນ, ເຊິ່ງກົມດັ່ງກ່າວກຽມພ້ອມໃຫ້ຄວາມຮ່ວມມື ແລະ ໃຫ້ຄຳກະຈ່າງແຈ້ງແກ່ບັນດາທ່ານໄດ້, ຫວັງວ່າບັນດາທ່ານຄົງຈະເຂົ້າໃຈ ແລະ ໃຫ້ການຮ່ວມມືເປັນຢ່າງດີ.

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້