Saturday, April 26, 2025
Kbank Laos โอน รับ จ่าย

ດ່ວນສຸດ…! ທະນາຄານລາວກໍ່ສ້າງ ຂາດສະພາບຄ່ອງ ແຈ້ງໃຫ້ຜູ້ຝາກເງິນ ແລະ ເຈົ້າໜີ້ໄປໃຫ້ຂໍ້ມູນຕໍ່ຄະນະຄວບຄຸມ ເພື່ອແກ້ໄຂບັນຫາ

ແຈ້ງການ, ກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານແຫ່ງ ສປປ.ລາວ, ເລກທີ 1320/ກຄທ, ລົງວັນທີ 24 ທັນວາ 2019

• ເຖິງ: ລູກຄ້າເງິນຝາກ ແລະ ເຈົ້າຫນີ້ຂອງທະນາຄານ ລາວກໍ່ສ້າງ ຈໍາກັດ

• ເລື່ອງ: ໃຫ້ເຂົ້າມາແຈ້ງຂໍ້ມູນເງິນຝາກ ແລະ ຫນີ້ສິນຂອງຕົ້ນ ຢູ່ທີ່ທະນາຄານ ລາວກໍ່ສ້າງ ຈໍາກັດ

ກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານແຫ່ງ ສປປ.ລາວ ຂໍແຈ້ງມາຍັງລູກຄ້າເງິນຝາກ ແລະ ເຈົ້າຫນີ້ຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ຊາບວ່າ: ເພື່ອແກ້ໄຂບັນຫາທະນາຄານລາວກໍ່ສ້າງ ຈໍາກັດ ຕົກຢູ່ໃນພາວະຂາດສະພາບຄ່ອງຫຼາຍ, ຂາດຄວາມຫມັ້ນຄົງ, ທະນາຄານແຫ່ງ ສປປ.ລາວ ມີຄວາມຈໍາເປັນເຂົ້າຄວບຄຸມ ເພື່ອແກ້ໄຂບັນຫາດັ່ງກ່າວ ຕາມລະບຽບກົດຫມາຍໄດ້ກໍານົດໄວ້.

ດັ່ງນັ້ນ, ທະນາຄານແຫ່ງ ສປປ.ລາວ ຈຶ່ງແຈ້ງມາຍັງລູກຄ້າເງິນຝາກ ແລະ ເຈົ້າຫນ້າທີ່ຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ໃຫ້ມາ ສະຫນອງຂໍ້ມູນເງິນຝາກ ແລະ ຫນີ້ສິນໃຫ້ຄະນະຄວບຄຸມລະອຽດດັ່ງນີ້:

• ລູກຄ້າເງິນຝາກ:

1. ບັດປະຈໍາຕົວ, ສໍາມະໂນຄົວ ຫຼື ຫນັງສືຜ່ານແດນ ພ້ອມສໍາເນົາເອກະສານດັ່ງກ່າວ

2. ໃບທະບຽນວິສາຫະກິດ ສໍາລັບລູກຄ້າທີ່ເປັນນິຕິບຸກຄົນ ພ້ອມສໍາເນົາເອກະສານດັ່ງກ່າວ

3. ປື້ມບັນຊີເປັນຝາກ ພ້ອມສໍາເນົາເອກະສານດັ່ງກ່າວ

• ເຈົ້າຫນີ້ອື່ນ:

1. ເອກະສານຫຼັກຖານຢັ້ງຢືນຄວາມເປັນເຈົ້າຫນີ້ທະນາຄານ ພ້ອມສໍາເນົາເອກະສານດັ່ງກ່າວ

2. ເອກະສານຢັ້ງຢືນຕົວຕົນຂອງເຈົ້າຫນີ້ ພ້ອມສໍາເນົາເອກະສານດັ່ງກ່າວ ເປັນຕົ້ນແມ່ນບັດປະຈໍາຕົວ, ສໍາມະໂນຄົວ ຫຼື ຫນັງສືຜ່ານ

ແດນ ແລະ ໃບທະບຽນວິສາຫະກິດສໍາລັບລູກຄ້າທີ່ເປັນນິຕິບຸກຄົນ.

ຂໍ້ມູນດັ່ງກ່າວສາມາດສະຫນອງໃຫ້ແກ່ຄະນະຄວບຄຸມນັບແຕ່ວັນທີ 25 ທັນວາ 2019 – 25 ມັງກອນ 2020 ໃນວັນລັດຖະບານ ເວລາ 9:00-15:00 ໂມງ ຢູ່ທີ່ສໍານັກງານຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ຕັ້ງຢູ່ບ້ານໂພນສີນວນ, ເມືອງສີສັດຕະນາກ, ນະຄອນຫຼວງ ວຽງຈັນ.

• ກໍລະນີທີ່ບໍ່ສາມາດມາສະຫນອງຂໍ້ມູນດ້ວຍຕົນເອງ ໃຫ້ມີໃບມອບສິດໂດຍມີການຢັ້ງຢືນຈາກອົງການປົກຄອງບ້ານ.

• ກໍລະນີ ບໍ່ສາມາດສະຫນອງຂໍ້ມູນຕາມການກໍານົດຂ້າງເທິງ ຄະນະຮັບຜິດຊອບຈະບໍ່ພິຈາລະນາຫນີ້ສິນດັ່ງກ່າວ.

ສະນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ, ຕໍາຫຼວດ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ ເປັນລູກຄ້າເງິນຝາກ ແລະ ເຈົ້າຫນີ້ຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືປະຕິບັດດ້ວຍ.

ກົມຄຸ້ມຄອງທະນາຄານທຸລະກິດ

ໂພທິຈັນ ທໍາມະເທວາ

ແຫຼ່ງຂໍ້ມູນ: ອິດສະຫຼະ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.