ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັນທີ 27 ທັນວາ 2019, ຄາເຟ່ ອາເມຊອນ ໄດ້ຈັດງານຈັບລາງວັນຄົ້ນຫາຜູ້ໂຊກດີ  ທີ່ຮ້ານ ຄາເຟ່ ອາເມຊອນ ສາຂາ ໂພນຕ້ອງ ເພື່ອລຸ້ນຮັບລົດຈັກ Honda Zoomer-X ສົ່ງທ້າຍປີ ຈຳນວນ 2 ຄັນ ໃຫ້ແກ່ລູກຄ້າຄາເຟ່ ອາເມຊອນ ທົ່ວປະເທດ

ທ່ານ ມົນໄຊ ບຸນອີ່ມ ຜູ້ອຳນວຍການບໍລິສັດ ພີທີທີ(ລາວ) ຈໍາກັດ ໄດ້ກ່າວວ່າ: ການຈັບລາງວັນໃຫ້ແກ່ລູກຄ້າຜູ້ໂຊກດີຄັ້ງນີ້ ພິເສດສຸດໆ ເຊິ່ງລາງວັນ Honda Zoomer-X ຈໍານວນ 2 ຄັນດ້ວຍກັນ ຖືວ່າເປັນລາງວັນໃຫຍ່ສົ່ງທ້າຍປີ ທີ່ທາງເຮົາຢາກມອບຂອງຂວັນໃຫ້ແກ່ລູກຄ້າ ແລະ ທາງເຮົາຕ້ອງຂໍຂອບໃຈລູກຄ້າທີ່ ເຊື່ອໝັ້ນ ແລະ ເຂົ້າມາໃຊ້ບໍລິການຂອງພວກເຮົາຕະຫຼອດມາ ແລະ ເຮົາຫວັງວ່າຄາເຟ່ ອາເມຊອນ ຈະຍັງຢູ່ໃນຫົວໃຈລູກຄ້າແບບນີ້ຕະຫຼອດໄປ

ເຊິ່ງລາງວັນທັງໝົດທີ່ມອບໃນປີນີ້ມີ ລົດຈັກ Honda Zoomer- X ຈຳນວນ 5 ລາງວັນ, ດື່ມເຄື່ອງດື່ມຄາເຟ່ ອາເມຊອນ ຟຣີ 1 ເດືອນ ແລະ ຂອງທີ່ລະນຶກຕ່າງໆຈາກ ຄາເຟ່ ອາເມຊອນ ອີກຫຼາກຫຼາຍ ເຊິ່ງລວມມູນຄ່າຫຼາຍກວ່າ 100 ລ້ານກີບ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານ ວິສານ ຊາວະລິດຕານົນ ປະທານກຳມະການບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ກ່າວວ່າ: ການແຈກໂຊກຄັ້ງນີ້ ແມ່ນເພື່ອເປັນການຕອບແທນຜູ້ບໍລິໂພກ ທີ່ເຂົ້າມາໃຊ້ບໍລິການ ຄາເຟ່ ອາເມຊອນທີ່ຢູ່ຕາມສະຖານີປໍ້ານໍ້າມັນ ແລະ ສະຖານທີ່ອຶ່ນໆ. ການມອບໂຊກຄັ້ງນີ້ ແມ່ນໄດ້ຮັບການຕອບຮັບເປັນຢ່າງດີ ຈາກຜູ້ບໍລິໂພກ ເພາະເຮົາຈັດມາ 4 ຄັ້ງແລ້ວ ລວມໃບບິນທີ່ສົ່ງມາຊີງໂຊກແຕ່ມື້ທໍາອິດຮອດມື້ນີ້ ແມ່ນໄດ້ຫຼາຍກວ່າລ້ານໃບ

ທ່ານຍັງໄດ້ກ່າວຕື່ມອີກວ່າ: ໃນປີໜ້າພວກເຮົາກໍ່ຈະຍັງມີການເພີ່ມລາງວັນຂຶ້ນໃຫ້ຫຼາຍກວ່າປີນີ້ ແຕ່ສໍາລັບເລື່ອງຂອງລາງວັນ ແມ່ນເຮົາຂໍບໍ່ທັນເປີດເຜີຍເທື່ອ.​ ຕອນນີ້ ໃນປະເທດລາວມີຄາເຟ່ ອາເມຊອນທັງໝົດ 65 ສາຂາທົ່ວປະເທດລາວ ເຊິ່ງລວມທັງທີ່ຢູ່ໃນປໍ້າ ປຕທ ແລະ ນອກປໍ້າ, ນອກຈາກເລື່ອງຂອງການບໍລິການແລ້ວ ຄາເຟ່ ອາເມຊອນ ຍັງໄດ້ເລັ່ງເຫັນເຖິງບັນຫາຂອງສິ່ງແວດລ້ອມ ເປັນຕົ້ນແມ່ນ: ຈອກທີ່ສາມາດຍ່ອຍສະຫຼາຍໄດ້ງ່າຍ ເລື່ອງຂອງລູກຄ້າທີ່ເອົາຈອກໂຕເອງມາ ກໍ່ມີການຫຼຸດລາຄາໃຫ້ ແລະ ໃນອະນາຄົດອາດຈະມີການເອົາຖົງຜ້າມາແຈກໃຫ້ລູກຄ້ານໍາອີກດ້ວຍ

ທ່ານ ມົນໄຊ ບຸນອິມ ຜູ້ບໍລິຫານ ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ກ່າວຕື່ມອີກວ່າ: ໃນສ່ວນຂອງ ປຕທ ລາວ ຕອນນີ້ເປັນອັນດັບສອງ ພວກເຮົາເນັ້ນໃສ່ການບໍລິການທີ່ມີຄຸນນະພາບ ທັງເລື່ອງຂອງຜະລິດຕະພັນ ແລະ ການບໍລິການທີ່ດີ ຕົວຢ່າງ ຫ້ອງນໍ້າກໍ່ຕ້ອງສາອາດ ເພື່ອໃຫ້ທຸກຄົນໄດ້ມາໃຊ້ບໍລິການ, ເລື່ອງຂອງລາຄານໍ້າມັນ ທາງລັດຖະບານລາວສາມາດຄຸມລາຄາໃນລະດັບດີ ເຊິ່ງໃນເມືອງໃນແມ່ນແລ່ນຕາມລາຄາຕະຫຼາດໂລກເດືອນໜຶ່ງຫຼາຍເທື່ອ, ນອກຈາກນີ້ ເຮົາຍັງມີແຜນຈະເຮັດສູນ ODOP ໜຶ່ງເມືອງ ໜຶ່ງຜະລິດຕະພັນ ທີ່ປໍ້າ ປຕທ ສາຂາໂພນຕ້ອງ ເຊິ່ງຈະມີການສ້າງຫ້ອງ ພ້ອມທັງຕົກແຕ່ງໃຫ້ ແລະ ບໍ່ມີການຄິດໄລ່ຄ່າໃຊ້ຈ່າຍຕ່າງໆ ແລ້ວມອບໃຫ້ທາງ ກົມສົ່ງເສີມເ ເອົາສິນຄ້າ ODOP ມາວາງຂາຍ

ສໍາລັບລາຍຊື່ຜູ້ໄດ້ຮັບລາງວັນຕ່າງໆປະຈໍາເດືອນ ທັນວາ 2019 ມີດັ່ງນີ້:

ລາງວັນທີ 1 ແມ່ນ ລົດຈັກ Honda Zoomer- X ຈຳນວນ 2 ລາງວັນ ໄດ້ແກ່:

  • ທ້າວ ແສງເພັດ ດາວັນ ບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
  • ນາງ ແສງວິໄລຈິດ ສີສົມພອນ ບ້ານນາຍາວ ເມືອງໄຊຍະບູລີ ແຂວງໄຊຍະບູລີ

ລາງວັນທີ 2 ແມ່ນ ຮັບສິດດື່ມເຄື່ອງດື່ມຄາເຟ່ ອາເມຊອນ ຟຣີ 1 ເດືອນ ຈໍານວນ 3 ລາງວັນ ໄດ້ແກ່:

  • ນາງ ຕຸນີ່ ທອງອ່ອນ ບ້ານຂົວຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
  • ນາງ ພວງເພັດ ຄໍາສະຫວັດ ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
  • ນາງ ຍຸວະນັນ ພົມພັກດີ ບ້ານທ່າແຂກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ລາງວັນທີ 3 ແມ່ນ ຊຸດເຄື່ອງຟຣິມ້ຽມກະເປົາ ໝອນຮອງຄໍ ແລະ ຈອກອາເມຊ່ອນໂດມ ຈໍານວນ 5 ລາງວັນ ໄດ້ແກ່:

  • ນາງ ຄໍາສອນ ສີວົງສາ ບ້ານເລົ່າໂພໄຊ ເມືອງທ່າແຂກ ແຂວງຄໍາມ່ວນ
  • ນາງ ຄໍາແພງ ຂັນພົງພານ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
  • ທ້າວ ສຸກສະຫວັນ ວີໄລວົງ ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
  • ທ້າວ ຈະເລີນພອນ ຫຼວງສີສົງຄາມ ບ້ານທົ່ງສາງນາງ ເມືອງຈັນທະບູລີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
  • ທ້າວ ພູທອນ ວິລະເພັດ ບ້ານໂພນພະເນົາ ເມືອງໄຊເສດຖາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ

Hits: 12

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້