ເດືອນທັນວາ ເປັນເດືອນແຫ່ງການພັກຜ່ອນ ເນື່ອງຈາກມີມື້ພັກແບບຕໍ່ເນື່ອງຢູ່ໃນຊ່ວງຂອງທ້າຍເດືອນ ບາງຄົນເກັບມື້ພັກທີ່ຍັງບໍ່ໄດ້ໃຊ້ ເພື່ອມາໃຊ້ທ້າຍປີ ເພື່ອໃຫ້ໄດ້ພັກຜ່ອນຫຼາຍໆມື້ ບາງຄົນມີແຜນໄປທ່ຽວຕ່າງແຂວງ ບາງຄົນໄປຕ່າງປະເທດ ແບບຫຼາຍໆມື້. ແຕ່ກ່ອນຈະອອກໄປທ່ຽວຄວນຈັດການກັບຄວາມຮຽບຮ້ອຍຂອງເຮືອນທ່ານໃຫ້ດີ ເພື່ອຄວາມປອດໄພ ແລະ ທ່ານກໍ່ໄປທ່ຽວແບບສະບາຍໃຈ
- ປິດແກ໊ສ ຖອດປັກໄຟ ປິດກົງເຕີນໍ້າ ເພື່ອປ້ອງກັນໄຟຟ້າລັດວົງຈອນ ໃນຂະນະທີ່ເຮົາບໍ່ຢູ່ເຮືອນ

- ບໍ່ປະກາດວ່າທ່ານຈະບໍ່ຢູ່ເຮືອນ ໂດຍສະເພາະດຽວນີ້ ໂລກອອນລາຍໄວ ແລະ ທົ່ວເຖິງ ບາງຄົນດີໃຈແຮງຈົນປະກາດລົງໂລກອອນລາຍ ວ່າຕົນເອງ ແລະ ຄອບຄົວ ຈະບໍ່ຢູ່ເຮືອນຫຼາຍມື້ ເຊິ່ງສ່ຽງຕໍ່ການຖືກງັດເຮືອນ

- ຕິດກ້ອງວົງຈອນປິດ ເພາະສະໄໝນີ້ ສາມາດເບິ່ງພາບຈາກຈໍໂທລະສັບໄດ້ ຫາກເກີດຫຍັງຂຶ້ນ ທ່ານກໍ່ຍັງມີຫຼັກຖານໃນກ້ອງວົງຈອນປິດ

- ເຄື່ອງມີຄ່າຄວນເກັບໄວ້ບ່ອນອື່ີນ ບາງຄົນມັກເກັບເຄື່ອງມີຄ່າໄວ້ຢູ່ເຮືອນ ໂດຍສະເພາະຄໍາ ເພັດ ຫຼື ເອກະສານອື່ນໆທີ່ສໍາຄັນ ຄວນເອົາໄປຝາກທະນາຄານທີ່ຮັບຝາກ ພີ່ນ້ອງ ຫຼື ຄົນໃນຄອບຄົວທີ່ເຮົາເຊື່ອໃຈໄດ້

- ຂໍເບີຕິດຕໍ່ ຈາກຂ້າງເຮືອນທີ່ເຮົາເຊື່ອໃຈໄດ້ ຍາມມີເຫດສຸກເສີນ ກໍ່ຈະມີເພື່ອນບ້ານອັບເດດເຫດການຕ່າງໆ ເປັນຫູເປັນຕາໃຫ້ກັບເຮົາ ໃນຍາມບໍ່ຢູ່ເຮືອນ

- ຫາບ່ອນຢູ່ໃຫ້ສັດລ້ຽງ ສໍາລັບຜູ້ທີ່ມີສັດລ້ຽງ ຄວນຫາສະຖານທີ່ີັຮັບລ້ຽງສັດ

- ແປງປະຕູເຮືອນ ປ່ອງຍ້ຽມ ເພາະໂຈນມັກມາທາງປະຕູ ກັບ ປ່ອງຍ້ຽມ ກ່ອນໄປທ່ຽວຄວນແປງໃຫ້ດີກ່ອນ ຈະດີທີ່ສຸດ

Hits: 4