ເທດສະການພັກຍາວ ໃນຊ່ວງປີໃໝ່ ເຊື່ອວ່າຫຼາຍຄອບຄົວ ໜ້າຈະມີແຜນຂັບລົດໄປທ່ຽວຕາມສະຖານທີ່ຕ່າງໆ ຫຼື ຕ່າງແຂວງ
ການຂັບລົດທ່ຽວໃຫ້ປອດໄພໃນຊ່ວງເທດສະການ ທີ່ລົດຢູ່ຕາມເສັ້ນທາງຈະໜາແໜ້ນເປັນພິເສດ ເຄັດລັບສໍາຄັນນອກຈາກກຽມລົດໃຫ້ພ້ອມແລ້ວ ຍັງຕ້ອງກຽມຄວາມພ້ອມສໍາລັບຜູ້ຂັບອີກດ້ວຍ ລອງເບິ່ງເຄັບລັບການຂັບລົດໃຫ້ປອດໄພໃນຊ່ວງປີໃໝ່ທີເຮົາເອົາມາຝາກ

- ຫຼຸດຄວາມໄວລົງ ເມື່ອທ່ານຂັບລົດໃນເສັ້ນທາງທີ່ບໍ່ລຶ້ງເຄີຍ
ການຂັບລົດຕາມເສັ້ນທາງທີ່ບໍ່ລື້ງເຄີຍ ອາດເຮັດໃຫ້ທ່ານຕັດສິນໃຈຊ້າລົງ ຫຼື ມີຄວາມບໍ່ໝັ້ນໃຈ ວ່າຈະໄປທາງໃດ ສະນັ້ນ ຄວນຫຼຸດຄວາມໄວລົງ ເພື່ອຄວາມປອດໄພ ແລະ ຄວນກວດສອບເສັ້ນທາງໃຫ້ຊັດເຈນກ່ອນອອກເດີນທາງ ທີ່ສໍາຄັນແມ່ນຄວນເປີດ ຈີພີເອັສ ໄປນໍາເລີຍ.
- ພັກລົດ ພ້ອມທັງພັກຄົນເປັນໄລຍະ
ຫາກຂັບລົດທີ່ມີໄລຍະທາງໄກຫຼາຍກ່ວາ 200 ກມ ຂຶ້ນໄປ ຄວນຢຸດພັກເປັນໄລຍະ ເພື່ອພັກຜ່ອນຮ່າງກາຍຂອງຜູ້ຂັບ ແລະ ໃຫ້ລົດໄດ້ພັກຜ່ອນໄປນໍາ ນອກຈາກນີ້ຍັງສາມາດກວດສອບລົດໄປໃນໂຕ ວ່າມີຄວາມຜິດປົກກະຕິຫຼືບໍ່ ກໍຈະຊ່ວຍຫຼຸດການເກີດອຸບັດເຫດໄດ້
- ຖະໜົນມື່ນ ຫຼື ທາງໂຄ້ງ ຕ້ອງລະວັງ
ເປັນອີກໜຶ່ງສາເຫດຫຼັກຂອງການເກີດອຸບັດເຫດ ໂດຍສະເພາະຊ່ວງເທດສະການ ຖ້າຂັບລົດຂຶ້ນເໜືອ ແມ່ນຈະມີເສັ້ນທາງຄົດໂຄ້ງຫຼາຍເປັນພິເສດ ສະນັ້ນຄວນຂັບໃຫ້ຊ້າລົງ ເພື່ອການຂັບລົດທີ່ມີຄຸນນະພາບ
- ຂັບລົດຂຶ້ນ ຫຼື ລົງພູ ຕ້ອງໃຊ້ເກຍຕໍ່າ
ເວລາຂັບລົດຂຶ້ນພູ ລົງພູ ຫຼື ທາງຄ້ອຍທີ່ມີຄວາມຊັ່ນ ໂດຍໃຊ້ຄວາມໄວຕໍ່າ ເພື່ອປ້ອງກັນບັນຫາເບກ ຫຼື ຄາດໄໝ້
ຂໍ້ມູນ: 40plus.posttoday.com
Hits: 2