ວັນທີ 27/12/2019 ທີ່ຜ່ານມາ, ໄດ້ມີພິທີເປີດ ນິທັດສະການຮູບພາບວັດວາອາຮາມຂອງລາວ ທີວັດສີສະເກດ ພິເສດສຸດໆ ຄັ້ງນິ້ແມ່ນເພິ່ນໄດ້ນຳຜ້າສັງຄາແລະຫລຽນກາ ທີ ພຣະຫລັກຄຳແກ້ວ ອຸເທນສັກດາ ອະດິດສັງຄະນາຍົກແຫ່ງພຣະຣາຊອານາຈັກລາວ ແຫ່ງວັດສີສະເກດ ໃນເມື່ອກ່ອນໄດ້ຮັບຖວາຍ ຈາກເຈົ້າມະຫາຊີວິດສີສະຫວ່າງວົງ ແລະຈາກຂ້າຫລວງໃຫຍ່ໃນອິນດູຈີນ ທີຖວາຍໃຫ້ເພີນ ມາຕັ້ງເປັນເຄື່ອງສັກກະຣະບູຊາ ຣະນຶກເຖິງຄຸນຄວາມດີງາມຂອງເພີ່ນ.

ສົມເດັດພຣະສັງຄະວຸທະມະຫາເຖຣະຈາຣຍ໌ ພຣະຫລັກຄຳ ແກ້ວ ອຸເທນສັກດາ ( ຣັດຕະນະວົງ )ສັງຄະນາຍົກ ແຫ່ງພຣະຣາຊອານາຈັກລາວ ຊາຕາ : 05/03/1886 – ມໍຣະນະພາບ : 04/06/1953 ຜູ້ມີຄຸນຕໍ່ແຜ່ນດິນໃນການຮັກສາຄວາມເປັນລາວ ຮັກສາພຸທທະສາສະໜາ ພາສາລາວ

ພຣະຫລັກຄຳ ແກ້ວ ອຸເທນສັກດາ ມີຊື່ຫລິ້ນວ່າ : ເຄນ ເກິດເມື່ອວັນທີ່ 05/03/1886 ທີ່ ບ້ານເມືອງເກົ່າ ອຳເພີ ປະຈັນທະຄາມ ຈັງຫວັດ ປາຈີນບູຣີ , ບິດາຊື່ : ເຈົ້າພຣະຍາຄຸນຫລວງສີ , ມານດາຊື່ : ສຸດໂສດາ ຄອບຄົວຂອງເພິ່ນເປັນຄົນລາວທີຖືກກວາດຕ້ອນໄປຢູ່ປາຈີນບູຣີ ໃນສະໄຫມເຈົ້າອານຸວົງ ຍ້ອນມີນ້ຳໃຈຮັກເຊື້ອ ແພງຊາດ ຖິ່ນກຳເນີດຂອງບັນພະບູຣຸດ ຫລັງຈາກບວດແລ້ວ ຈຶ່ງກັບຕ່າວຫວນຄືນສູ່ດິນແດນບັນພະບູຣຸດຂອງຕົນເອງ ເພາະໃນສະໄຫມນັ້ນ ລາວເຮົາແມ່ນຍັງຕົກເປັນຫົວເມືອງຂຶ້ນຂອງຝຣັ່ງໃຫມ່ ໂດຍສະເພາະເມືອງວຽງຈັນ ທີ່ຖືກສົງຄາມທຳລາຍ ຈູດເຜົາກ້ຽງ ຈຶ່ງໄດ້ເຂົ້າມາບູຣະນະປະຕິສັງຂອນ ວັດວາອາຣາມ ເທດສັງສອນ ໃຫ້ຜູ້ຄົນທີ່ເລິ່ມທະຍອຍກັບຕ່າວຈາກປ່າ ຈາກຖິ່ນອື່ນທີ່ໄປລົບລິ້ຊ້ອນຕົວອອກມາສູ່ບ້ານເມືອງຄືນ ເພິ່ນເປັນຜູ້ທີ່ມາບູຣະນະ ປະຕິສັງຂອນວັດສຼີສະເກດ ແລະວັດອິນແປງ ຈາກທີ່ເປັນວັດຮ້າງໃຫ້ມາວັດຮຸ່ງເຮືອງອີກຄັ້ງຫນຶ່ງ ໂດຍເພິ່ນຈະຈຳພັນສາຢູ່ວັດສຼີສະເກດເປັນຫລັກ.

ພຣະອາຈາຣຍ໌ ເປັນຜູ້ທີ່ມີຊື່ສຽງໃນຫນ້າປະຫວັດສາດລາວ ແຕ່ປະຫວັດຂອງເພິ່ນແມ່ນມີຄົນຮູ້ນ້ອຍຫລາຍ ເພາະຜູ້ທີ່ຮູ້ກໍ່ສິ້ນລົມໄປເກືອບຫມົດແລ້ວ ແຕ່ກໍ່ມີຜູ້ຊົງຄຸນນະວຸດທີ່ຍັງພໍຈື່ຈຳການເຄື່ອນໄຫວຂອງເພິ່ນໄດ້ດີ ເພາະເພິ່ນເປັນຜູ້ໜຶ່ງທີ່ສຳຄັນສຸດ ໃນການຮັກສາພາສາລາວ ຝ່າຍພຣະສົງ ທີ່ຮ່ວມກັບສະເດັດເຈົ້າມະຫາອຸປະຣາຊ ເພັດຊະຣາຊ ຣັດຕະນະວົງສາ ປົກປ້ອງ ແລະສົ່ງເສີມພາສາລາວ ໃຫ້ຄູ່ກັບປະເທດລາວຈົນມີໃຊ້ທຸກມື້ນີ້.
ຮີບໂຮມ ສຶບຄົ້ນ ໂດຍ : ຫຸມເພັດ ມະນີສຸກ
Hits: 29