ເຮົາມັກຈະເຫັນນັກທ່ອງທ່ຽວຕ່າງປະເທດ ເດີນທາງມາທ່ຽວປະເທດລາວຢ່າງຫຼວງຫຼາຍ ແລະ ໃນນັ້ນກໍ່ມີບັນດານັກສະແດງຈາກປະເທດໄທ ທີ່ເດີນທາງມາພັກຜ່ອນທີ່ປະເທດລາວ ໃນຕະຫຼອດປີ 2019 ມີດາລາຈາກປະເທດໄທເດີນທາງມາທ່ອງທ່ຽວເປັນຈໍານວນບໍ່ໜ່ອຍ ຈະມີໃຜແນ່ ແລະ ຂະເຈົ້າໄປທ່ຽວໃສແນ່ ມາເບິ່ງນໍາກັນ.
- ວູ້ດດີ້ ວຸດທິທອນ ມິລິນທະຈິນດາ ເລີ່ມຕົ້ນປີ 2019 ກັບ ໜຸ່ມ ວູ້ດດີ້ ທີ່ໄດ້ມາເຮັດບຸນຕອນຮັບປີ 2019 ທີ່ ຫຼວງພະບາງ ແລະ ຍັງໄດ້ເດີນທາງມາ ສປປ ລາວຮອບ 2 ເພື່ອມາຮ່ວມງານ Top Thai Brands ທີ່ ນະຄອນຫຼວງວຽງຈັນ ພ້ອມກັບຮ່ວມສົນທະນາຫົວຂໍ້ ຊີວິດ ມຸມມອງ ທຸລະກິດ ແລະ ເປົ້າໝາຍ

- ໄມ ພິລົມພອນ ແລະ ໃບເຕີຍ ອາສະຫຍາມ ທີ່ໄດ້ມາຫຼີ້ນຄອນເສີດ ແລະ ຮ່ວມສົນທະນາແລກປ່ຽນເລື່ອງທຸລະກິດ ໃນງານ Top Thai Brands 2019

- ຕ່າຍ ອໍລະໄທ ນັກຮ້ອງລູກທົ່ງສຽງຫວານ ໂດຍປີ 2019 ປີນີ້, ຕ່າຍ ອໍລະໄທ ກໍມີ Series ທ່ອງທ່ຽວ ປະເທດລາວ ແຕ່ພາກເໜືອຮອດພາກໃຕ້ ແລະ ໄດ້ປ່ອຍໃຫ້ແຟນໆຊາວລາວໄດ້ເບິ່ງນໍາກັນແລ້ວ ໂດຍໄດ້ແບ່ງເປັນຕອນໆ ເປັນຕົ້ນແມ່ນ: EP1 ຮຸ່ງອາລຸນແຫ່ງສັດທາ, EP2 ເລື່ອງເລົ່າຈາກຜືນຜ້າ, EP3 ສະບາຍດີຄົນແປກໜ້າ ແລະ ອື່ນໆ. ຖືໄດ້ວ່າປີດຽວ ຕ່າຍ ອໍລະໄທ ໄດ້ເດີນທາງທ່ຽວເກືອບທົ່ວ ສປປ ລາວເລີຍກໍ່ວ່າໄດ້.

- ສຸລິວິພາ ກຸລັງວັດທະນາ ຫຼື ໜູແໝ່ມ ພິທີກອນອາລົມດີ ການມາປະເທດລາວຄັ້ງນີ້ ແມ່ນໄດ້ມາກັບສາມີ ບ໊ອບ ໂດຍມາຖ່າຍລາຍງານແໝ່ມ-ບ໊ອບ Let’s go ທັງສອງ ໄດ້ເດີນທາງມາຖ່າຍທຳຢູ່ ນະຄອນຫຼວງວຽງຈັນ ເຊິ່ງໄດ້ໄປທ່ອງທ່ຽວຫຼາຍໆບ່ອນ ເປັນຕົ້ນແມ່ນ ປະຕູໄຊ ແລະ ທາດຫຼວງ ນອກຈາກນີ້ຍັງໄດ້ ນຸ່ງຊຸດລາວ ໃສ່ບາດເຂົ້າໜ້ຽວຕາມປະເພນິລາວອີກດ້ວຍ.

- ຊາຣ່າ ນະລິນ ໂຮເລີ ນັກຮ້ອງ, ນັກສະແດງ ແລະ ພິທີກອນອາລົມດີ ໂດຍໄດ້ບິນມາຖ່າຍທຳລາຍການ “ຖ້າໄດ້ມາ” ທີ່ປະເທດລາວ ໂດຍໄດ້ໄປຖ່າຍທໍາຢູ່ ແຂວງ ອຸດົມໄຊເຊິ່ງເປັນສະຖານທີ່ທ່ອງທຽວທາງທຳມະຊາດອັນອຸດົມສົມບູນແຫ່ງໜື່ງຂອງລາວເລີຍກໍ່ວ່າໄດ້.

- ໜຸ່ມ ສອນລາມ ເຊິ່ງການມາຂອງໜຸ່ມ ແມ່ນເພື່ອມາເຕະບານນັດພິເສດ ລະຫວ່າງ FRIENDLY FOOTBALL MATCH ພົບກັບ VIP INTRA (LANEXANG) ທີ່ ສະໜາມກິລາ ລ້ານຊ້າງ ບ້ານໜອງໄຮ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ. ໂດຍທິມ FRIENDLY FOOTBALL MATCH ນໍາທິມໂດຍ: ພໍ່ເຈ ຊະນະທິບ ແລະ ອ້າຍໜຸ່ມ ສອນລາມ ນັກສະແດງໄທ. ສ່ວນຝ່າຍ VIP INTRA (LANEXANG) ນໍາໂດຍ: ທ່ານ ພັນທະຈິດ ອິນທິລາດ ປະທານບໍລິສັດອິນທາ

- ເກັ່ງ ທະຊະຍະ ຫຼື ເກັ່ງ The voice ເຈົ້າຂອງຜົນງານເພງ ຫົວໃຈທົດສະກັນ ບີນກົງຈາກປະເທດໄທ ເພື່ອມາຮ່ວມງານເທດສະການກິນເຈ ທີ່ ນະຄອນຫຼວງວຽງຈັນ ແລະ ໄດ້ສະແດງມິນິຄອນເສີດທີ່ສູນການຄ້າວຽງຈັນເຊັນເຕີ້

- ກັນ ກັນຕະຖາວອນ ແລະ ເສນາລີງ ສົມກຽດ ພິທີກອນຄູ່ຫູ ເຊິ່ງທັງສອງ ກໍໄດ້ຂ້າມນໍ້າຂອງ ມາເຮັດບຸນ ທີ່ວັດສີເມືອງ ນະຄອນຫຼວງວຽງຈັນ ເຊິ່ງເປັນວັດເກົ່າແກ່ ແລະ ມີສີລະປະກໍາທີ່ງົດງາມຂອງປະເທດລາວເຮົາ ພ້ອມທັງໄປ ຢ້ຽມຊົມວັດໂຊກໃຫ່ຍ ເຊິ່ງເປັນວັດບ້ານເກີດຂອງແມ່ສີເມືອງ

- ລົດເມ ຄະນຶງນິດ ດາລາ ພິທີກອນອາລົມດີ ໄດ້ມາຖ່າຍທໍາລາຍການ Follow Meພ້ອມກັບທ່ຽວນະຄອນຫຼວງວຽງຈັນ. ໂດຍມາຮອດທໍາອິດ ສາວລົດເມ ກໍໄດ້ນຸ່ງສິ້ນໄໝລາວ ພ້ອມກັບໄປເຊັກອິນທີ່ປະຕູໄຊ ເຊິ່ງເປັນແລນມາກທີ່ສໍາຄັນຂອງ ປະເທດລາວເຮົາ ຫຼັງຈາກນັ້ນກໍໄດ້ໄປທ່ຽວຊົມພຣະທາດຫຼວງວຽງຈັນ ຈຸດລວມໃຈຂອງຄົນລາວທັງຊາດ

- ໃໝ່ ຈະເລີນປຸຣະ ໄດ້ມີໂອກາດມາຫລີ້ນຄອນເສີດທີ່ ສປປ ລາວ ໃນເດືອນ ຕຸລາ 2019 ທີ່ ສູນກິລາ ລາວ-ຍີ່ປຸ່ນ (Lao – Japan Budo Center) ທີ່ຈັດໂດຍ: ບໍລິສັດ BROTHER COMMERCIAL (THAILAND) LTD ໃນຄອນເສີດທີ່ມີຊື່ວ່າ ສຸໂກ້ຍ ອິນລາວ ແລະ ໄດ້ຮັບການຕອນຮັບຢ່າງຟົດຟື້ນ ຈາກແຟນໆຊາວລາວ. ຫຼັງຈາກນັ້ນ, ໃໝ່ ຍັງມີໂອກາດໄດ້ເຂົ້າກຣາບຂໍພອນທີ່ ພຣະທາດຫຼວງ, ວັດສີເມືອງ ແລະ ຫໍຫຼັກເມືອງວຽງຈັນ ເຊິ່ງເປັນສະຖານທີ່ສັກສິດ ແລະ ເກົ່າແກ່ຂອງປະເທດລາວອີກດ້ວຍ

- ມາລີໂອ້ ເມົາເລີ້ ໄດ້ນໍາທີມນັກສະແດງຈາກຮູບເງົາ ຂຸນແຜນຟ້າຟື້ນ ເປັນຕົ້ນ: ຟ້າ ຍົງວະຣີ (ນາງເອກ), ນ້ອງລົດບັດ ພາພົນ ແລະ ນັກສະແດງສົມທົບອີກຫຼາກຫຼາຍ ມາເປີດໂຕຮູບເງົາ, ສ້າງສີສັນ ແລະ ຄວາມມ່ວນຊືນໃຫ້ແຟນໆຊາວລາວ.

- . ຕັ້ກ ສີລິພອນ, ຮາຍ ອາພາພອນ ນະຄອນສະຫວັນ ແລະ ສຸນາລີ ລາດສະສີມາ ສາມນັກຮ້ອງສາຍອາລົມດີ ທີ່ລວມໂຕກັນມື້ໃດແມ່ນມີສຽງຫົວຕະຫຼອດ ແລະ ທັງສາມຄົນແມ່ນໄດ້ມາທ່ຽວນະຄອນຫຼວງວຽງຈັນ ພ້ອມກັບໄດ້ນຸ່ງຊຸດໄໝລາວ ໃສ່ບາດເຂົ້າໜ້ຽວຕາມປະເພນີລາວ ນອກຈາກນີ້ແລ້ວ, ສຸນາລີ ລາດສະສີມາ ຍັງໄດ້ບິນກັບມາຮອບ 2ໂດຍໄດ້ພາແມ່ຍ່າ ແລະ ສາມີ ມາທ່ຽວເມືອງຫຼວງພະບາງອິກດ້ວຍ.

- ແອນ ທອງປຣະສົມ ຜູ້ຈັດ ແລະ ນາງເອກສາວ ໄດ້ເດີນທາງມາທ່ຽວພັກຜ່ອນສຸດແສນສະບາຍ ທີ່ເມືອງມໍລະດົກໂລກ ຫຼວງພຣະບາງ. ໃຊ້ຊີວິດສະບາຍສະບາຍ ແບບວິຖີຊີວິດຂອງຊາວບ້ານ

- ພູຣິ ຫິລັນພຶກ ນັກສະແດງ ແລະ ພິທີກອນ ທີ່ໄດ້ມາທ່ຽວເມືອງງອຍ ແຂວງຫຼວງພະບາງ ທີ່ຍັງເຕັມໄປດ້ວຍທຳມະຊາດອັນອຸດົມສົມບູນ. ນອກຈາກນີ້, ພູຣິໄດ້ສຳພັດກັບ ວິຖີຊີວິດຂອງຊາວບ້ານ ໂດຍສະເພາະວັດທະນະທຳການໃສ່ບາດຂອງຄົນລາວ ເຊິ່ງພູຣິໄດ້ບັນຍາຍກ່ຽວກັບວັດທະນະທຳນີ້ ຜ່ານໄອຈີວ່າ: “ເຮັດດ້ວຍສັດທາ ແລະ ເຮັດທຸກມື້ ຊາວບ້ານທີ່ເມືອງງອຍຈະອອກມາໃສ່ບາດຕາມທຳນຽມຂອງຂະເຈົ້າທຸກມື້, ເປັນການຕັກບາດເຂົ້າໜຽວ ທຸກຄົນຕ້ອງມີຜ້າບ່ຽງ ຜູ້ຊາຍຍືນຕັກບາດໄດ້ ຜູ້ຍີງຕ້ອງນັ່ງກັບພື້ນ ເປັນພາບທີ່ງົດງາມ ບໍ່ຮູ້ວ່າຈະເປັນພາບແບບນີ້ໄດ້ອີກດົນປ່ານໃດ”

- ແກ້ວ ເຟຟາງແກ້ວ ແລະ ໂທນີ້ ລາກແກ່ນ ທັງສອງກໍ່ໄດ້ມາທ່ຽວເມືອງມໍລະດົກໂລກຫຼວງພະບາງ ແລະ ກໍ່ໄດ້ແຕ່ງໂຕຫຼາກຫຼາຍແບບ ໂດຍສະເພາະຊຸດຊົນເຜົ່າທາງພາກເໜືອຂອງລາວ ແລະ ຍັງໄດ້ເກັບພາບມຸມຕ່າງໆໃນຫຼວງພະບາງ ການຕັກບາດຕອນເຊົ້າ

- ອ໋ອບ ປອງສັກ ບໍ່ໄດ້ມາຄົນດຽວເດະ ແຕ່ໄດ້ຄວງແຂນແຟນ “ພູມ” ທ່ຽວເມືອງມໍລະດົກໂລກຫຼວງພະບາງ ພ້ອມກັບເຮັດລາຍການທ່ອງທ່ຽວ “2gether” ໃຫ້ແຟນໆຊາວລາວ ແລະ ຊາວໄທ ໄດ້ຕິດຕາມກັນ ຜ່ານຊ່ອງຢູທູບ NextCompany official ໂດຍຈະມີທັງຫມົດ 8EP ແລະ ພິເສດສຸດ, EP7 ກໍ່ໄດ້ມາຖ່າຍທຳທີ່ເມືອງມໍລະດົກໂລກ ຫຼວງພະບາງ ກັບພາລະກິດ ສະໂລໄລ ຕັກບາດເຂົ້າໜຽວ ເບິ່ງຕະເວັນຕົກທີ່ແຄມແມ່ນໍ້າຂອງ

- ໝໍໂອ໊ດ-ໂອປໍ ທັງ 2 ກໍ່ໄດ້ພາລູກແຝດສອງຄົນ ມາທ່ຽວເມືອງມໍລະດົກໂລກຫຼວງພະບາງ ແລະ ໄດ້ນຸ່ງຊຸດລາວ ໄຫວ້ພຣະຂໍພອນຕ້ອນຮັບປີໃໝ່, ທ່ຽວຊົມທໍາມະຊາດ, ລ່ອງເຮືອກິນເຂົ້າຊົມທໍາມະຊາດສອງຝັ່ງແມ່ນໍ້າ ແລະ ຍັງໄດ້ພາລູກນ້ອງເລາະຕະຫຼາດເຊົ້າອີກດ້ວຍ.

- ໂມສ ວິສະໂມສ ໜຸ່ມໂມສກໍໄດ້ເດີນທາງມາທ່ອງທ່ຽວຫຼວງພະບາງ ມາທ່ຽວຄົນດຽວແບບຊິວໆ ຖ່າຍຮູບຄູ່ກັບສະຖານທີ່ງາມໆຫຼາຍແຫ່ງ ແລະ ຍັງໄດ້ລົງຮູບພ້ອມກັບແຄັບຊັ່ນວ່າ “ບໍ່ເມືອໄດ້ບໍ່” ເຮັດໃຫ້ສາວລາວກົດໃຈໃຫ້ແບບລົວໆເລີຍ

- ໝາກ ປຣິ່ນ ພະເອກນັກສະແດງຊ່ອງ 3 ກໍ່ໄດ້ມາສໍາຜັດຄວາມສູງ ທ້າທາຍທີ່ສະຖານທີ່ທ່ອງທ່ຽວ “ພູຜາມ່ານ” ແຂວງຄໍາມ່ວນ

ທັງໝົດນີ້ ແມ່ນດາລານັກສະແດງຈາກປະເທດໄທ ທີ່ໄດ້ເດີນທາງມາເຮັດວຽກ ແລະ ທ່ອງທ່ຽວທີ່ປະເທດລາວ ແລະ ແອັດມິນເຊື່ອວ່າ ຍັງມີອີກຫຼາຍໆຄົນທີ່ມາທ່ຽວໂດຍທີ່ເຮົາບໍ່ຮູ້.
Hits: 5